ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະບໍລິຫານງານຊາວໜຸ່ມ ກອງພັນ 619 ດຳເນີນກອງປະຊຸມໃຫຍ່ ຄັ້ງທີ VI
ເວລາອອກຂ່າວ: 2022-05-19 09:34:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 211 | ຄວາມນິຍົມ:



ໃນບໍ່ດົນຜ່ານມານີ້, ຄະນະ ບໍລິຫານງານຊາວໜຸ່ມ ກອງພັນ 619 ( ປືນໃຫຍ່ໜ້າດິນ) ກອງ ພົນທີ 4 ໄດ້ດຳເນີນ ກອງປະຊຸມ ໃຫຍ່ຄັ້ງທີ VI, ໂດຍການເປັນ ປະທານຂອງ ສະຫາຍ ພັນໂທ ຈັນທຸມມາ ນໍອາມາດ ຮອງຫົວ ໜ້າຫ້ອງການເມືອງ ກອງພົນທີ 4, ມີ ສະຫາຍ ພັນໂທ ກິທອງ ຈັນທະລັງສີ ຮອງຫົວໜ້າພະແນກ ຊາວໜຸ່ມ ກອງພົນທີ 4, ມີຄະ ນະພັກ-ຄະນະບັນຊາ, ຄະນະບໍລິ ຫານງານຊາວໜຸ່ມ, ຄະນະໜ່ວຍ ຊາວໜຸ່ມ, ແຂກທີ່ຖືກເຊີນພ້ອມ ດ້ວຍສະມາຊິກຊາວໜຸ່ມທົ່ວ ກອງພັນ 619 ເຂົ້າ ຮ່ວມ. ສະຫາຍ ພັນໂທ ບຸນທອນ ແກ້ວປະເສີດ ເລຂາຄະນະບໍລິ ຫານງານຊາວໜຸ່ມ ກອງພັນ 619 ໄດ້ສະຫຼຸບຕີລາຄາຄືນການ ເຄື່ອນໄຫວຊີ້ນຳ-ນຳພາໃນຂົງ ເຂດວຽກງານຕ່າງໆໄລຍະຜ່ານ ມາ, ເຊິ່ງຄະນະນຳຊາວໜຸ່ມແຕ່ລະຂັ້ນໄດ້ເອົາໃຈໃສ່ສຶກສາອົບ ຮົມການເມືອງ-ນຳພາແນວຄິດ ໃຫ້ສະມາຊິກຊາວໜຸ່ມເຂົ້າໃຈຕໍ່ ແນວທາງນະໂຍບາຍຂອງພັກ ກົດໝາຍຂອງລັດ ແລະ ເຊື່ອມ ຊຶມບັນດາມະຕິ ຄຳສັ່ງຕ່າງໆ ໃນການເຂົ້າຮ່ວມຮັບຟັງປາຖະກະຖາມູນເຊື້ອຂອງຊາດ, ຂອງພັກ, ຂອງກອງທັບ ແລະ ຂອງຊາວໜຸ່ມ ອັນໄດ້ເຮັດໃຫ້ສະມາຊິກຊາວໜຸ່ມ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ ສາ ມາດເຮັດສຳເລັດໜ້າທີ່ການ ເມືອງ ທີ່ການຈັດຕັ້ງມອບໝາຍ. ຄຽງຄູ່ກັນນີ້, ຄະນະບໍລິຫານ ງານຊາວໜຸ່ມ ເອົາໃຈໃສ່ປຸກລະ ດົມສະມາຊິກຊາວໜຸ່ມເຂົ້າຮ່ວມ ທຸກຂະບວນການເຄື່ອນໄຫວຂອງ ກົມກອງ ແລະ ກິດຈະກຳອື່ນໆ ຢ່າງເປັນຂະບວນຟົດຟື້ນ ນອກນີ້, ຍັງໄດ້ເອົາໃຈໃສ່ວຽກງານເພີ່ມ ພູນຜະລິດຜົນ ດ້ວຍການປູກຝັງ-ລ້ຽງສັດ. ໃນນີ້, ປູກພືດຜັກຊະນິດ ຕ່າງໆເກັບກູ້ໄດ້ 24,24 ໂຕນ , ລ້ຽງສັດປີກ 1.600 ໂຕ ແລະ ການບໍລິການອື່ນໆ ສາມາດສ້າງ ລາຍຮັບເຂົ້າຄັງໄດ້ 35 ລ້ານກີບ. ຈາກຜົນງານການເຄື່ອນໄຫວ ໃນໄລຍະຜ່ານມາ ສາມາດຄັດ ເລືອກໄດ້ຄະນະບໍລິຫານງານ ຊາວໜຸ່ມນຳໜ້າ 4 ບຸກ 1 ຄະນະ, ຄະນະໜ່ວຍຊາວໜຸ່ມນຳໜ້າ 4 ບຸກ 4 ໜ່ວຍ, ສະມາຊິກຊາວໜຸ່ມ ນຳໜ້າ 4 ບຸກ 202 ສະຫາຍ, ແຂງ 74 ສະຫາຍ, ກາງ 17 ສະຫາຍ. ກອງປະຊຸມຍັງປ່ອນບັດຄັດ ເລືອກເອົາຄະນະບໍລິຫານງານ ຊາວໜຸ່ມຊຸດໃໝ່ ໄດ້ຕາມລະດັບ ຄາດໝາຍ. ໂດຍ: ໂພຄຳ ພອນປະເສີດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ