ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄວາມຄືບໜ້າ ການປະຕິບັດດຳລັດ ວ່າດ້ວຍ ລົດຂອງລັດ
ເວລາອອກຂ່າວ: 2022-05-19 09:19:11 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 300 | ຄວາມນິຍົມ:



ວັນທີ 17 ພຶດສະພາ 2022 ທີ່ຫໍປະຊຸມແຫ່ງຊາດ, ຫ້ອງວ່າ ການສຳນັກງານນາຍົກລັດຖະ ມົນຕີ ຮ່ວມກັບ ກະຊວງການເງິນ ໄດ້ຈັດກອງປະຊຸມລາຍງານ ຄວາມຄືບໜ້າໃນການຈັດຕັ້ງປະ ຕິບັດດຳລັດສະບັບເລກທີ 599/ລບ ແລະ ນິຕິກໍາທີ່ກ່ຽວຂ້ອງ ພາຍຫຼັງທີ່ີໄດ້ເຜີຍແຜ່ດຳລັດດັ່ງ ກ່າວໃນທ້າຍເດືອນມີນາ 2022 ທີ່ຜ່ານມາ ໂດຍການເປັນປະທານ ຮ່ວມຂອງ ສະຫາຍ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະ ຊວງການເງິນ ແລະ ສະຫາຍ ສົມກຽດ ພະສີ ຮອງລັດຖະມົນຕີຮອງຫົວໜ້າຫ້ອງວ່າການ ສຳ ນັກງານນາຍົກລັດຖະມົນຕີ, ມີ ຫົວໜ້າຫ້ອງວ່າການ, ຫ້ອງການ ກະຊວງ, ອົງການຈັດຕັ້ງພັກ-ລັດ ແລະ ມະຫາຊົນ ຂັ້ນສູນກາງເຂົ້າ ຮ່ວມ. ກອງປະຊຸມ ໄດ້ຮັບຟັງການ ລາຍງານຄວາມຄືບໜ້າໃນການ ຈັດຕັ້ງປະຕິບັດດຳລັດສະບັບດັ່ງ ກ່າວໂດຍສະເພາະ ຜົນສຳເລັດ, ຂໍ້ສະດວກ, ຂໍ້ຄົງຄ້າງ ແລະ ຂໍ້ສະ ເໜີຈາກບັນດາຜູ້ຕາງໜ້າກະຊວງ ແລະ ອົງການທຽບເທົ່າ ຂັ້ນສູນ ກາງ ເພື່ອເປັນຂໍ້ມູນສັງລວມລາຍ ງານຂໍທິດຊີ້ນຳຈາກຂັ້ນເທິງຕໍ່ ການຈັດຕັ້ງປະຕິບັດໃນຂັ້ນຕໍ່ ໄປ, ເຊິ່ງເຫັນວ່າມີຄວາມຄືບໜ້າ ດີສົມຄວນ. ໃນນັ້ນ, ທຸກພາກ ສ່ວນໄດ້ສຳເລັດການແຕ່ງຕັ້ງ ຄະນະຮັບຜິດຊອບວຽກງານ ດັ່ງກ່າວ ແລະ ສຳເລັດການເຜີຍ ແຜ່ເນື້ອໃນຂອງດຳລັດ ແລະ ນິຕິກຳທີ່ກ່ຽວຂ້ອງໂດຍຕິດພັນ ກັບການເຮັດວຽກງານການ ເມືອງ-ແນວຄິດ ໃຫ້ ພະນັກງານ- ລັດຖະກອນ. ພ້ອມກັນນັ້ນ, ກໍາ ລັງເລັ່ງສັງລວມ ຂຶ້ນບັນຊີລົດ ຂອງລັດ ທີ່ກະຊວງ-ອົງການ ຂອງຕົນຄຸ້ມຄອງ ແລະ ນຳໃຊ້ ເປັນຕົ້ນ ຈຳນວນລົດ, ຊະນິດ-ປະ ເພດລົດ (ລົດປະຈໍາຕໍາແໜ່ງການ ນໍາລະດັບສູງ, ລົດບໍລິຫານ ແລະ ລົດວິຊາສະເພາະ), ຜູ້ນຳໃຊ້ລົດ, ສະພາບລົດ ແລະ ອື່ນໆ, ລວມທັງ ແຜນການຈັດສັນລົດຄືນໃໝ່ ແລະ ແຜນການສະສາງລົດເກົ່າ ທີ່ໝົດອາຍຸການໃຊ້ງານ ແລະ ໄດ້ ຖອນຄືນລົດຈຳນວນໜຶ່ງ ທີ່ເກີນ ກໍານົດໃນດຳລັດເລກທີ 599/ ລບ, ສະເພາະ ຫສນຍ ກໍໄດ້ສົມ ທົບກັບກະຊວງການເງິນດໍາເນີນ ການຖອນລົດຈໍານວນໜຶ່ງຈາກ ການນໍາຂັ້ນສູງ ແລະ ໄດ້ດຸ່ນດ່ຽງ ລົດທີ່ໄດ້ຖອນມານັ້ນ ໃຫ້ຂະແໜງ ການ, ອົງການ ຈຳນວນໜຶ່ງ. ຄຽງຄູ່ກັນນີ້, ໄດ້ສົມທົບກັນກໍາ ນົດວິທີການ, ກົນໄກ, ແຜນດໍາ ເນີນງານ ແລະ ຄາດໝາຍທາງ ດ້ານເວລາໃນການຕິດຕາມ, ຊຸກ ຍູ້ການຈັດຕັ້ງປະຕິບັດດໍາລັດ 599/ລບ ແລະ ໄດ້ແຕ່ງຕັ້ງຄະ ນະລົງເຜີຍແຜ່ເອກະສານກ່ຽວ ກັບການຄຸ້ມຄອງພາຫະນະຂອງ ລັດ ຢູ່ບັນດາແຂວງໃນທົ່ວປະເທດ ໂດຍແບ່ງອອກເປັນ 3 ຄະນະ, ມີຮອງລັດຖະມົນຕີກະຊວງການ ເງິນເປັນຫົວໜ້າຂອງແຕ່ລະຄະ ນະ ແລະ ມີຄາດໝາຍໃຫ້ສໍາເລັດ ພາຍໃນເດືອນ ພຶດສະພາ 2022. ສະຫາຍ ປະທານກອງປະຊຸມ, ໄດ້ສະເໜີໃຫ້ບັນດາຫ້ອງການ ເປັນໃຈກາງໃນການສືບຕໍ່ຈັດຕັ້ງ ປະຕິບັດດຳລັດສະບັບນີ້ ຂອງກະ ຊວງ, ອົງການ ຂອງຕົນ ໃຫ້ມີ ຄວາມຄືບໜ້າ ແລະ ສຳເລັດຕາມ ແຜນ. ພ້ອມທັງ, ຄົ້ນຄວ້າວິທີການ ທີ່ເໝາະສົມໃນການແກ້ໄຂບັນ ຫາຄົງຄ້າງ, ຂໍ້ຫຍຸ້ງຍາກຕ່າງໆ ສະເໜີຕໍ່ຄະນະພັກ-ຄະນະນຳ ຂອງຕົນບົນພຶ້ນຖານສອດຄ່ອງ ກັບ ດຳລັດ 599/ລບ. ນອກຈາກ ນັ້ນ, ຖ້າພາກສ່ວນໃດບໍ່ທັນສຳ ເລັດການຂຶ້ນບັນຊີສະຖິຕິລົດ ກໍໃຫ້ສືບຕໍ່ຮີບຮ້ອນຈັດຕັ້ງປະຕິ ບັດ ແລ້ວສັງລວມລາຍງານ ໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ. ໂດຍ: ກົມປະຊາສໍາພັນ ຫສນຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ