ທ່ານນາຍົກລັດຖະມົນຕີ ຢ້ຽມຢາມກອງພັນ 709
ເວລາອອກຂ່າວ: 2019-01-30 09:03:38 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 581 | ຄວາມນິຍົມ:
ໃນຕອນບ່າຍຂອງວັນທີ
27 ມັງກອນ 2019 ທ່ານ ທອງ
ລຸນ ສີສຸລິດ, ກໍາມະການກົມ ການເມືອງສູນກາງພັກ, ນາຍົກ
ລັດຖະມົນຕີ ພ້ອມດ້ວຍຄະນະ ຈາກສູນກາງ ແລະ ການນຳຫຼັກ ແຫຼ່ງແຂວງຈຳປາສັກ ໄດ້ໄປຢ້ຽມ
ຢາມກອງພັນ 709 ທີ່ຂຶ້ນກັບ ກອງບັນຊາການທະຫານແຂວງ
ຈໍາປາສັກ, ໂດຍມີນາຍ ແລະພົນ ທະຫານພາຍໃນກອງພັນດັ່ງກ່າວໃຫ້ການຕ້ອນຮັບ.
ໃນໂອກາດດັ່ງກ່າວ, ຄະນະ ຂອງທ່ານນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານຫຍໍ້ ກ່ຽວກັບສະພາບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານ ຂອງກອງພັນຈາກ ພັນໂທ ອຸດົມ
ໄຊ ພົມມະຈັນ, ຫົວໜ້າການ ທະຫານ ກອງພັນ 709, ເຊິ່ງໃຫ້ ຮູ້ວ່າ: ກອງພັນ 709 ສ້າງຕັ້ງຂຶ້ນ
ຕາມຄວາມຮຽກຮ້ອງຕ້ອງການ
ຂອງໜ້າທີ່ການເມືອງຂອງກອງ ທັບ ໃນວັນທີ 3 ກໍລະກົດ ປີ 1984
ເຮັດໜ້າທີ່ເຄື່ອນໄຫວກຽມພ້ອມ ສູ້ຮົບເຮັດໃຫ້ຂອບເຂດຄວາມຮັບ ຜິດຊອບມີຄວາມສະຫງົບປອດ ໄພ, ຄະນະພັກ-ຄະນະບັນຊາ ໄດ້
ເອົາໃຈໃສ່ນໍາພາອົບຮົມ-ຫັດ ແອບການເມືອງ, ການທະຫານ, ພະລາທິການ-ເຕັກນິກ ແລະ ວິ ຊາສະເພາະ ແນໃສ່ຍົກສູງສະຕິ ແລະ ເພີ່ມຄວາມສາມາດຕອບ
ຕ້ານກົນອຸບາຍມ້າງເພທໍາລາຍ ຂອງກຸ່ມຄົນບໍ່ດີ, ພ້ອມທັງຍົກ
ສູງຄວາມສາມາດ ໃນການນໍາ ພາ-ບັນຊາ ເຮັດໃຫ້ນາຍ ແລະ ພົນທະຫານກໍາແໜ້ນ ແລະ ມີ
ຄວາມຊໍານິຊໍານານດ້ານວິຊາ
ສະເພາະ ແລະ ເຕັກນິກ, ໄປພ້ອມໆ
ກັບການຫັນລົງກໍ່ສ້າງຮາກຖານ
ການເມືອງ, ບ້ານ, ກຸ່ມບ້ານທີ່
ຢູ່ອ້ອມຂ້າງພົວພັນຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ, ດັ່ງຄໍາຂວັນ: “ກົມກອງທະຫານຕັ້ງຢູ່ບ່ອນໃດ ກໍເປັນທີ່ເພິ່ງຂອງພໍ່ແມ່ປະຊາຊົນ ຢູ່ບ່ອນນັ້ນ”. ດ້ານວຽກງານສ້າງ ພະລາທິການກັບທີ່, ຄະນະພັກ-ຄະນະບັນຊາກົມກອງ ໄດ້ນໍາພາ ການປູກເຂົ້ານາປີ, ນາແຊງສາ ມາດກຸ້ມກິນໄດ້ສ່ວນໃດສ່ວນ ໜຶ່ງ ແລະ ຍັງມີການລ້ຽງສັດປະ ເພດງົວ, ຄວາຍ, ແບ້, ເປັດ, ໄກ່
ເພື່ອຂາຍເປັນສິນຄ້າ ແລະ ເປັນ ທຶນຮອນໃຫ້ແກ່ກົມກອງອີກ ດ້ວຍ.
ໃນໂອກາດດຽວກັນ, ທ່ານ
ທອງລຸນ ສີສຸລິດ ໄດ້ກ່າວຍ້ອງ ຍໍຊົມເຊີຍ ຕໍ່ຜົນງານ ແລະ ໄຊຊະ
ນະ ທີ່ບັນດານາຍ ແລະ ພົນທະ
ຫານກອງພັນດັ່ງກ່າວສາມາດ
ຍາດມາໄດ້ໃນໄລຍະທີ່ຜ່ານມາ. ພ້ອມທັງຍົກໃຫ້ເຫັນສະພາບ ການພົ້ນເດັ່ນທີ່ເກີດຂຶ້ນຢູ່ພາຍ ໃນ ແລະ ຕ່າງປະເທດ; ສິ່ງເອື້ອ ອຳນວຍຄວາມສະດວກ, ຂໍ້ຈຳ
ກັດ ແລະ ສິ່ງທ້າທາຍໃນການ
ປົກປັກຮັກສາ ແລະ ສ້າງສາພັດ
ທະນາປະເທດ ໃນປັດຈຸບັນກໍຄື
ອະນາຄົດ; ບາງຜົນສຳເລັດທີ່ ພົ້ນເດັ່ນ ແລະ ມູນເຊື້ອອັນດີ
ງາມຂອງກອງທັບປະຊາຊົນ
ລາວ ທີ່ນາຍ ແລະ ພົນທະຫານ ຮຸ່ນ
ເກີດໃໝ່ໃຫຍ່ລຸນຄວນສຶກສາ ຄົ້ນຄວ້າຮໍ່າຮຽນ ແລະ ເສີມ
ຂະຫຍາຍຄວາມເປັນແບບຢ່າງ ດັ່ງກ່າວ ເຂົ້າສູ່ວຽກງານຂອງ ຕົນໃຫ້ເກີດດອກອອກຜົນ, ຮັບ ປະກັນການຈັດຕັ້ງປະຕິບັດໜ້າທີ່ ທີ່ປະເທດຊາດ ແລະ ປະຊາຊົນ
ມອບໝາຍໃຫ້ມີຜົນສຳເລັດຢ່າງ ສະຫງ່າງາມ.
ທ່ານນາຍົກລັດຖະມົນຕີ ຍັງ
ໄດ້ເນັ້ນໜັກໃຫ້ນາຍ ແລະ ພົນ
ທະຫານທຸກຄົນ ຈົ່ງເຊີດຊູສະ ຕິລະວັງຕົວຕໍ່ກົນອຸບາຍຫັນ ປ່ຽນໂດຍສັນຕິຂອງອິດທິກໍາລັງ
ປໍລະປັກ ແລະ ກຸ່ມຄົນທີ່ບໍ່ຫວັງ
ດີຢ່າງທັນການ, ມີສະຕິໃນການ ປົກປັກຮັກສາແນວທາງນະໂຍ ບາຍຂອງພັກລັດ, ປົກປົກຮັກ ສາໝາກຜົນຂອງການປະຕິວັດ,
ຮັກສາລະບອບໃໝ່ ລະບອບ ປະຊາທິປະໄຕປະຊາຊົນໄວ້ໃຫ້ ໝັ້ນຄົງ; ເປັນເຈົ້າການຮັກສາ ມູນເຊື້ອອັນດີງາມຂອງກອງ ທັບປະຊາຊົນລາວຕະຫຼອດໄປ ໂດຍສະເພາະ ມູນເຊື້ອດຸໝັ່ນ, ອາດຫານ, ເສຍສະຫຼະ, ຕໍ່ສູ້ບໍ່ ຍອມຈຳນົນ, ມີໄຫວພິບ, ປະດິດ ສ້າງ, ມີຄວາມຈົງຮັກພັກດີຕໍ່ປະ
ເທດຊາດ, ຕໍ່ພັກ ແລະ ປະຊາຊົນ;
ຕັ້ງໜ້າປັບປຸງກຳລັງໃຫ້ມີຄວາມ ໜັກແໜ້ນ ແລະ ເຂັ້ມແຂງ ໂດຍ ສະເພາະ ເອົາໃຈໃສ່ຮໍ່າຮຽນ, ເຝິກ
ແອບວິຊາສະເພາະ, ການນຳໃຊ້ ເຕັກນິກວິທະຍາສາດ, ສິລະປະ ຍຸດ-ຍຸດທະວິທີ ຢ່າງເປັນປົກກະຕິ, ມີຄຸນນະພາບ, ມີຄວາມກ້າວໜ້າ ແລະ ທັນສະໄໝ ຢ່າງບໍ່ຢຸດຢັ້ງ.
ໃນຕອນທ້າຍ, ທ່ານນາຍົກ
ລັດຖະມົນຕີ ຍັງໄດ້ມອບເງິນສົດ ເພື່ອນຳໃຊ້ເຂົ້າໃນການປັບປຸງ ພື້ນຖານໂຄງລ່າງ ແລະ ຮັບໃຊ້
ວຽກງານທີ່ຈຳເປັນ ພາຍໃນກົມ ກອງ 709 ຈຳນວນ 100 ລ້ານ ກີບ ຕື່ມອີກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ