ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 24 ມັງກອນ 2025

  

ປະທານ ຄຳໄຕ ສີພັນດອນ ໂອ້ລົມພະນັກງານຫຼັກແຫຼ່ງແຂວງຊຽງຂວາງ
ເວລາອອກຂ່າວ: 2019-01-30 09:01:42 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 934 | ຄວາມນິຍົມ:



ທ່ານ ຄຳໄຕ ສີພັນດອນ ອະດີດປະທານພັກ ປະທານປະ ເທດແຫ່ງ ສປປ ລາວ ໄດ້ຢ້ຽມຢາມ ແລະ ໂອ້ລົມພະນັກງານຫຼັກແຫຼ່ງ ຂອງແຂວງຊຽງຂວາງ ໃນຕອນ ເຊົ້າວັນທີ 26 ມັງກອນ 2019 ຢູ່ທີ່ ຫ້ອງວ່າການແຂວງຊຽງຂວາງ ໂດຍມີການນຳແຂວງ ແລະ ພະ ນັກງານຫຼັກແຫຼ່ງຈາກບັນດາພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມຮັບຟັງ. ໂອກາດພົບປະໂອ້ລົມຄັ້ງນີ້, ທ່ານ ຄຳໄຕ ສີພັນດອນ ໄດ້ກ່າວ ວ່າ: ພວກເຮົາສ້າງບັນດາປະ ຖົມປັດໄຈສັງຄົມນິຍົມ, ແຕ່ຮາກ ຖານຂື້ນມາ, ກ່ອນອື່ນ ຕ້ອງກຳ ນົດໃນມະຕິກອງປະຊຸມໃຫຍ່ ຂອງພັກ ເພື່ອເປັນທິດຊີ້ນຳໃຫ້ ແກ່ຄະນະພັກຂັ້ນຕ່າງໆ ທັງເປັນ ທິດຊີ້ນຳໃຫ້ແກ່ລັດ ຫັນເປັນນິຕິກຳ ລະບອບລະບຽບການ ແລະ ຍຸດ ທະສາດການພັດທະນາ ທັງເປັນ ບ່ອນອີງໃຫ້ແກ່ການຄຸ້ມຄອງ ແລະ ຕິດຕາມກວດກາການ ຈັດຕັ້ງປະຕິບັດ, ພວກເຮົາສືບ ຕໍ່ສ້າງ ແລະ ຂະຫຍາຍລະບອບ ປະຊາທິປະໄຕ ປະຊາຊົນ ສ້າງ ບັນດາປະຖົມປັດໄຈ ໃຫ້ແກ່ການ ກ້າວຂື້ນສັງຄົມນິຍົມເທື່ອລະກ້າວ ໂດຍເລີ່ມແຕ່ຮາກຖານຂຶ້ນມາ ຕົ້ນ ຕໍແມ່ນສ້າງໃຫ້ເກີດການພົວພັນ ການຜະລິດ ແລະ ກຳລັງການ ຜະລິດສັງຄົມນິຍົມ ໂດຍອີງໃສ່ 2 ແຫຼ່ງຊັບພະຍາກອນທີ່ມີຢູ່ ກັບທີ່ເປັນຫຼັກຄືຊັບພະຍາກອນ ທຳມະຊາດ ແລະ ສະຕິປັນຍາ ເຫື່ອແຮງຂອງປະຊາຊົນ ສົມທົບ ກັບທຶນຮອນ, ເຕັກນິກ, ເຕັກໂນໂລ ຊີ ແລະ ການຕະຫຼາດຈາກພາຍ ນອກເຮັດໄດ້ຄືດັ່ງກ່າວບໍ່ພຽງແຕ່ສາມາດແກ້ໄຂຄວາມແຕກ ຕ່າງດ້ານຄວາມຮັ່ງມີຢູ່ຮາກ ຖານ ຫາກຍັງສາມາດແກ້ໄຂຄວາມ ແຕກຕ່າງດ້ານການພັດທະນາ ລະຫວ່າງຊົນນະບົດກັບຕົວ ເມືອງ, ຕ້ອງສ້າງໃຫ້ທ້ອງຖິ່ນ-ຮາກຖານ ໂດຍສະເພາະຂັ້ນບ້ານ ມີຄວາມໜັກແໜ້ນທາງດ້ານການ ເມືອງແນວຄິດ, ເຂັ້ມແຂງທາງ ດ້ານການຈັດຕັ້ງ, ມີຄວາມຮັ່ງ ມີທາງດ້ານເສດຖະກິດ-ການ ເງິນ ແລະ ຈະເລີນກ້າວໜ້າ ທາງດ້ານສັງຄົມ-ວັດທະນະທຳ, ສ້າງຄວາມເຂັ້ມແຂງໃນດ້ານ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ທົ່ວປວງຊົນຮອບດ້ານ ເພື່ອສາມາດປະກອບສ່ວນເຂົ້າ ໃນການປົກປັກຮັກສາອະທິປະໄຕ ແລະ ເຂດນ້ຳແດນດິນຂອງຊາດ ປົກປັກຮັກສາຄວາມສະຫງົບ ໃຫ້ແກ່ບ້ານຊ່ອງ ແລະ ປົກປັກ ຮັກສາຊີວິດຊັບສິນຂອງປະຊາ ຊົນ. ຂ່າວໃຫ້ຮູ້ຕື່ມວ່າ: ເນື່ອງໂອ ກາດທີ່ແຂວງອຸດົມໄຊຈັດພິທີ ສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 70 ປີ ໃນວັນທີ 23 ມັງກອນ 2019 ທ່ານ ຄໍາໄຕ ສີພັນດອນ ອະດີີດປະທານພັກ ປະທານປະ ເທດ ແຫ່ງ ສປປ ລາວ ໄດ້ມາເຄື່ອນ ໄຫວພົບປະຢ້ຽມຢາມ ແລະ ເຮັດ ວຽກຢູ່ແຂວງອຸດົມໄຊເຊິ່ງໃຫ້ ກຽດຕ້ອນຮັບໂດຍມີທ່ານ ປອ ຄໍາພັນ ເຜີຍຍະວົງ ກໍາມະການສູນ ກາງພັກ, ເລຂາພັກແຂວງ ເຈົ້າ ແຂວງໆ ອຸດົມໄຊ, ທ່ານ ພົນຈັດ ຕະວາ ຈັນທະວອນ ໄຊຍະຜົງ ກໍາມະການພັກແຂວງ ເລຂາພັກ ຫົວໜ້າການທະຫານກອງບັນ ຊາການທະຫານ ແຂວງອຸດົມໄຊ, ມີບັນດາທ່ານຄະນະປະຈໍາພັກ ແຂວງ, ເຈົ້າເມືອງ 7 ເມືອງ, ຫົວໜ້າພະແນກ, ຮອງພະແນກ, ຄະນະພັກ-ຄະນະບັນຊາສອງ ກອງບັນຊາການທະຫານ-ຕໍາ ຫຼວດ ພອ້ມດ້ວຍພະນັກງານຫຼັກ ແຫຼ່ງ, ພະນັກງານສະມາຊິກພັກ ອົງການອ້ອມຂ້າງແຂວງ. ໂອກາດດັ່ງກ່າວ ທ່ານ ຄໍາໄຕ ສີພັນດອນ ໄດ້ຍົກໃຫ້ເຫັນສະ ພາບການລວມຂອງໂລກ, ພາກ ພື້ນ ແລະ ພາຍໃນປະເທດໂດຍຫຍໍ້ ຈາກນັ້ນກໍໄດ້ຍົກໃຫ້ເຫັນບົດ ບາດຄວາມໝາຍຄວາມສໍາຄັນ ຂອງວຽກງານພັກ-ພະນັກງານ, ຄວາມສາມັກຄີປອງດອງພາຍ ໃນພັກ ແລະ ການຊີ້ນໍາ-ນໍາພາ ຂອງພັກປະຊາຊົນປະຕິວັດລາວ ຕໍ່ກັບປະຊາຊົນລາວບັນດາເຜົ່າ ໃນການປະຕິບັດສອງໜ້າທີ່ຍຸດ ທະສາດ ປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດໃຫ້ຫຼຸດ ພົ້ນອອກ ຈາກສະພາບພາວະດ້ອຍ ພັດທະນາເພື່ອນໍາພາປະເທດຊາດກ້າວຂຶ້ນຕາມທິດສັງຄົມນິຍົມ ພ້ອມດຽວກັນກັນນີ້ທ່ານ ຄໍາໄຕ ສີພັນດອນ ຍັງໄດ້ຮຽກຮ້ອງໃຫ້ ການນໍາແຂວງ, ສືບຕໍ່ເອົາໃຈ ໃສ່ວຽກງານສຶກສາອົບຮົມການ ເມືອງ-ນໍາພາແນວຄິດ, ວຽກ ງານປ້ອງກັນຊາດ-ປ້ອງກັນ ຄວາມສະຫົງບ, ວຽກງານເສດຖະກິດແກ້ໄຂຊີວິດການເປັນຢູ່,ວຽກງານວັດທະນະທໍາ-ສັງຄົມ ແລະ ການນໍາໃຊ້ຊັບພະຍາກອນທໍາມະຊາດເຂົ້າໃນການພັດທະ ນາໃຫ້ດີ, ຖືກຕອ້ງເໝາະສົມກັບ ສະພາບເງື່ອນໄຂຕົວຈິງຂອງ ທ້ອງຖິ່ນ,ເສີມຂະຫຍາຍສິດ ເປັນເຈົ້າຂອງປະຊາຊົນບັນດາ ເຜົ່າ ພ້ອມທັງປຸກລະດົມເຕົ້າໂຮມ ຄວາມສາມັກຄີໃຫ້ເປັນປຶກແຜ່ນ ແລະ ສືບຕໍ່ເອົາໃສ່ວຽກງານສາມ ສ້າງໃຫ້ບັນລຸຕາມຄາດໝາຍທີ່ ໄດ້ກໍານົດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ