ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຮອງຫົວໜ້າກອງບັນຊາການເຂດ 5 ກອງທັບປະຊາຊົນຫວຽດນາມ ເຂົ້າອວຍພອນຄະນະບັນຊາກອງພົນທີ 5
ເວລາອອກຂ່າວ: 2019-01-29 10:48:04 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 42 | ຄວາມນິຍົມ:



ໃນວັນທີ 17-18 ມັງກອນ 2019 ຜ່ານມານີ້, ສະຫາຍ ພົນ ຈັດຕະວາ ດ້ວນກຽວ ຮອງຜູ້ບັນ ຊາການທະຫານເຂດ 5 ກອງທັບ ປະຊາຊົນຫວຽດນາມ ແລະ ສະ ຫາຍພັນເອກ ຟາມແອັງຕ໋ວນ ອຳ ນວຍການບໍລິສັດມິດຕະພາບ 206 ໄດ້ນຳເອົາກະຕ່າຂອງ ຂວັນ, ກ້ອງວິດີໂອ ຍີ່ຫໍ້ໂຊນີ ມູນ ຄ່າ110.000.000 ດົງ(ສະກຸນ ເງິນຫວຽດນາມ) ພ້ອມເງິນສົດ 5.000.000 ກີບ, ມາມອບ ແລະ ອວຍພອນຄະນະບັນຊາກອງພົນ ທີ 5 ໂດຍການຕ້ອນຮັບຂອງ ພັນເອກ ບຸນທັນ ມາບຸດສະດີ ຫົວໜ້າການເມືອງ ກອງພົນທີ 5 ພ້ອມຄະນະ. ໂອກາດນີ້ສະຫາຍ ພົນຈັດຕະວາ ດັວນກຽວ ກໍໄດ້ ຕີລາຄາສູງຕໍ່ສາຍພົວພັນມິດຕະ ພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະ ຫວ່າງສອງພັກສອງລັດ, ສອງ ກອງທັບຫວຽດນາມ-ລາວ ເວົ້າ ສະເພາະກໍຄືກອງບັນຊາການທະ ຫານເຂດ 5 ກອງທັບ ປະຊາຊົນ ຫວຽດນາມກັບກອງພົນທີ 5 ກອງ ທັບປະຊາຊົນລາວ ຍາມໃດກໍມີ ການພົວພັນກັນຢ່າງສະໜິດແໜ້ນ ຕະຫຼອດມາສະຫາຍໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ກອງທັບປະຊາ ຊົນລາວ ຍາດມາໄດ້ຕະຫຼອດໄລ ຍະ 70 ປີ ແຫ່ງການເຕີບໃຫຍ່ຂອງ ກອງທັບປະຊາຊົນລາວ ກໍຄືການ ເຕີບໃຫຍ່ເຂັ້ມແຂງຂອງກອງພົນ ທີ 5 ຈາກນັ້ນກໍຍັງໄດ້ອວຍພອນ ໃຫ້ຄະນະພັກ-ຄະນະບັນຊາພະ ນັກງານ-ນັກຮົບທຸກສະຫາຍຈົ່ງ ມີສຸຂະພາບແຂງແຮງເຮັດສຳ ເລັດໜ້າທີ່ໆຂັ້ນເທີງມອບໜາຍ ໃຫ້ຈາກນັ້ນ, ສະຫາຍ ພັນເອກ ບຸນທັນ ມາບຸດສະດີ ກໍໄດ້ຕາງໜ້າ ໃຫ້ຄະນະພັກ-ຄະນະບັນຊາພະ ນັກງານ-ນັກຮົບ ທົ່ວກອງພົນທີ 5 ສະແດງຄວາມຂອບອົກຂອບ ໃຈ ພ້ອມທັງຕີລາຄາສູງຕໍ່ການ ພົວພັນຮ່ວມມືກັນລະຫວ່າງກອງ ບັນຊາການທະຫານເຂດ 5 ກອງ ທັບປະຊາຊົນຫວຽດນາມ ກັບ ກອງພົນທີ 5 ກອງທັບປະຊາຊົນ ລາວ ເຊິ່ງຍາມໃດກໍພ້ອມກັນ ຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນຕະຫຼອດມາ ຈາກນັ້ນກໍຍັງ ໄດ້ອວຍພອນໃຫ້ສາຍພົວພັນ ຮ່ວມມືອັນພິເສດລະຫວ່າງສອງ ຊາດລາວ-ຫວຽດນາມໃຫ້ໝັ້ນ ຄົງທະນົງແກ່ນ ພ້ອມນັັ້ນກໍຍັງ ໃຫ້ຄຳໝັ້ນສັນຍາວ່າຈະນຳໃຊ້ ເຄື່ອງທີ່ມາມອບໃນຄັ້ງນີ້ເຂົ້າໃນ ວຽກງານໃຫ້ເກີດປະໂຫຍດສູງ ສຸດ. ໂດຍ: ແສງອາທິດ ສີດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ