ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປາຖະກະຖາວັນສ້າງຕັ້ງຊາວໜຸ່ມ ປະຊາຊົນປະຕິວັດລາວ ຄົບຮອບ 67 ປີ
ເວລາອອກຂ່າວ: 2022-05-16 09:26:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 538 | ຄວາມນິຍົມ:



ວັນທີ 13 ພຶດສະພາ 2022 ນີ້, ຫ້ອງການຊາວໜຸ່ມກອງທັບ ໄດ້ຈັດຕັ້ງປາຖະກະຖາວັນສ້າງ ຕັ້ງຊາວໜຸ່ມ ປະຊາຊົນປະຕິວັດ ລາວ ຄົບຮອບ 67 ປີ (14 ເມ ສາ 1955-14 ເມສາ 2022) ແລະ ມອບໃບຢັ້ງຢືນນາມມະຍົດ 4 ບຸກ ປະຈໍາປີ 2021 ໃຫ້ຫ້ອງ ການຊາວໜຸ່ມກອງທັບ, ໂດຍການ ເຂົ້າຮ່ວມເປັນປະທານຂອງ ສະ ຫາຍ ມອນໄຊ ລາວມົວຊົງ ເລ ຂາຄະນະບໍລິຫານງານສູນກາງ ຊາວໜຸ່ມ ປະຊາຊົນປະຕິວັດລາວ, ມີສະຫາຍ ພົນຕີ ວໍລະສານ ວິລັດ ດາວົງ ກຳມະການຄະນະ ປະຈຳພັກກະຊວງ ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ຂັ້ນກະຊວງ, ມີຄະນະຫ້ອງການ ຊາວໜຸ່ມກອງທັບ, ຄະນະພັກ- ຄະນະບັນຊາ, ພະແນກ-ຂະແໜງ ຊາວໜຸ່ມບັນດາອົງການ, ກົມ ກອງອ້ອມຂ້າງກະຊວງປ້ອງ ກັນປະເທດເຂົ້າຮ່ວມ. ສະຫາຍ ມອນໄຊ ລາວມົວ ຊົງ ໄດ້ທົບທວນຫວນຄືນຍົກ ໃຫ້ເຫັນປະຫວັດການກຳເນີດ, ການປັບປຸງກໍ່ສ້າງເຕີບໃຫຍ່ເຂັ້ມ ແຂງ ແລະ ບົດບາດວີລະກຳຂອງ ຊາວໜຸ່ມ ປະຊາຊົນປະຕິວັດລາວ ໃນພາລະກິດຕໍ່ສູ້ກູ້ຊາດ ກໍຄືໄລ ຍະປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດຕະຫຼອດ ໄລຍະ 67 ປີຜ່ານມາ ເຊິ່ງຊາວ ໜຸ່ມລາວແຕ່ລະຮຸ່ນໄດ້ປະກອບ ສ່ວນອັນສຳຄັນ ເຂົ້າໃນພາລະ ກິດປະຕິວັດຂອງພັກ ໃນການເຕົ້າ ໂຮມຄວາມສາມັກຄີ, ສຶກສາ ອົບຮົມຖັນແຖວຊາວໜຸ່ມປະຕິບັດ ບົດບາດເປັນກຳລັງນຳໜ້າປະ ຈັນ ບານໃນທຸກສະໜາມຮົບ ແລະ ທຸກຂົງເຂດວຽກງານປະກອບ ສ່ວນອັນໃຫຍ່ຫຼວງເຂົ້າໃນພາ ລະກິດຕໍ່ສູ້ກູ້ ຊາດເພື່ອຄວາມເປັນ ເອກະລາດແຫ່ງຊາດ, ຄວາມມີ ອິດສະຫຼະພາບ ແລະ ຄວາມຢູ່ ເຢັນເປັນສຸກຂອງປະຊາຊົນບັນ ດາເຜົ່າຕາມຄຳຂວັນທີ່ວ່າ: ຍອມ ຕາຍດີກວ່າເສຍເອກະລາດ, ບໍ່ ຍອມໃຫ້ປະ ເທດຊາດຖືກຕັດແບ່ງ ແລະ ຄວາມປອງດອງຖືກທຳ ລາຍ. ພາຍຫຼັງປະເທດຊາດໄດ້ ຮັບການປົດປ່ອຍ ແລະ ສະຖາປະ ນາເປັນສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ຖັນແຖວ ຊາວໜຸ່ມກໍໄດ້ເປັນເຈົ້າການປະ ກອບສ່ວນປະຕິບັດສອງໜ້າທີ່ ຍຸດທະສາດຂອງພັກ ໃນການປົກ ປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດເຊິ່ງຍາມໃດຊາວ ໜຸ່ມກໍໄດ້ສະແດງ ໃຫ້ເຫັນເຖິງ ບົດບາດອັນຕັ້ງໜ້າ, ເປັນກຳລັງ ແຮງສຳຄັນຕໍ່ການພັດທະນາ ແລະ ເປັນກະດູກສັນຫຼັງຂອງ ຊາດ, ເປັນແຂນຂວາຂອງພັກ, ທັງເປັນຜູ້ສືບທອດທີ່ຈົງຮັກພັກ ດີຕໍ່ພັກ, ຕໍ່ປະເທດຊາດ ແລະ ປະ ຊາຊົນລາວບັນດາເຜົ່າຕະຫຼອດ ມາ. ການປາຖະກະຖາຄັ້ງນີ້, ກໍເພື່ອເປັນການສຶກສາອົບຮົມຖັນ ແຖວສະມາຊິກຊາວໜຸ່ມ ໃຫ້ເຊື່ອມ ຊຶມກຳແໜ້ນຕື່ມມູນເຊື້ອຂອງ ຊາວໜຸ່ມລາວແຕ່ລະຮຸ່ນ ເພື່ອເປັນ ພື້ນຖານບ່ອນອີງໃນການເຝິກ ຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄຸນສົມ ບັດສິນທຳປະຕິວັດ ແລະ ກາຍເປັນ ຊາວໜຸ່ມຜູ້ສືບທອດທີ່ດີຂອງກົມ ກອງ ກໍຄືຂອງກອງທັບ. ໂອກາດດຽວກັນນັ້ນ, ສະຫາຍ ນາງ ມະນີເພັດ ຈຸລະມະນີ ຮອງ ຫົວໜ້າກົມຈັດຕັ້ງສູນກາງຊາວ ໜຸ່ມປະຊາຊົນປະຕິວັດລາວ ໄດ້ ຜ່ານຂໍ້ຕົກລົງຂອງຄະນະບໍລິ ຫານງານສູນກາາງຊາວໜຸ່ມປະ ຊາຊົນປະຕິວັດລາວ ວ່າດ້ວຍການ ມອບໃບຢັ້ງຢືນນາມມະຍົດ 4 ບຸກຄັ້ງທີ I ປະຈໍາປີ 2021 ໃຫ້ ຫ້ອງການຊາວໜຸ່ມກອງທັບ, ເປັນກຽດມອບໂດຍ ສະຫາຍ ມອນໄຊ ລາວມົວຊົງ ເລຂາຄະ ນະບໍລິຫານງານສູນກາງຊາວ ໜຸ່ມປະຊາຊົນປະຕິວັດລາວ ແລະ ກ່າວຮັບໂດຍ ສະຫາຍ ພັນເອກ ສຸດໃຈ ມະຫາວົງ ເລຂາທິການ ສູນກາງຊາວໜຸ່ມ ປະຊາຊົນປະ ຕິວັດລາວ ຫົວໜ້າຫ້ອງການ ຊາວໜຸ່ມກອງທັບ ພ້ອມດ້ວຍ ຄະນະ. ຂ່າວ: ຍ້ອມເພັດ ຮູບ: ພອນໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ