ກອງທັບປະຊາຊົນລາວ

ວັນພຸດ, ວັນທີ 07 ມິຖຸນາ 2023



ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ເຄື່ອນໄຫວຢ້ຽມຢາມໂຮງງານສື່ສານ 209
ເວລາອອກຂ່າວ: 2022-05-13 09:14:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 4 | ຄວາມນິຍົມ:



ວັນທີ 12 ພຶດສະພາ 2022 ນີ້, ສະຫາຍ ພົນຕີ ຄໍາລຽງ ອຸ ທະໄກສອນ ຮອງລັດຖະມົນຕີ ກະຊວງ ປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ເສນາທິການ ກອງທັບ, ພ້ອມດ້ວຍຄະນະຫ້ອງການ ແລະ ກົມສື່ສານ ກົມໃຫຍ່ເສນາທິ ການກອງທັບ, ໄດ້ລົງເຄື່ອນໄຫວ ຢ້ຽມຢາມ ໂຮງງານສື່ສານ 209, ໂດຍມີ ສະຫາຍ ພັນໂທ ວຽງວິໄລ ພຸດທະວົງ ຫົວໜ້າການທະຫານ ໂຮງງານສື່ສານ 209 ພ້ອມດ້ວຍ ພະນັກງານຫຼັກແຫຼ່ງໃຫ້ການ ຕ້ອນຮັບ. ສະຫາຍ ພັນໂທ ວຽງວິໄລ ພຸດທະວົງ ໄດ້ລາຍງານໃຫ້ຊາບ ໂດຍຫຍໍ້ສະພາບຈຸດພິເສດ, ທີ່ ຕັ້ງພາລະບົດບາດ ແລະ ໂຄງປະ ກອບການຈັດຕັ້ງຂອງ ໂຮງງານ, ລວມທັງຜົນງານການເຄື່ອນໄຫວໃນໄລຍະຜ່ານມາ, ເຊິ່ງນອກຈາກ ໂຮງງານໄດ້ເຮັດສໍາເລັດໜ້າທີ່ ການເມືອງໃນການເປັນເສນາ ທິການໃຫ້ແກ່ກົມສື່ສານກົມ ໃຫຍ່ເສນາທິການກອງທັບດ້ານ ວຽກງານຮັບປະກັນການສ້ອມ ແປງວິທະຍຸສື່ສານຂອງກອງທັບໄດ້ເປັນຢ່າງດີແລ້ວ, ຄະນະພັກ-ຄະນະບັນຊາໂຮງງານຍັງໄດ້ ເອົາ ໃຈໃສ່ຊີ້ນໍາ-ນໍາພາພະນັກງານ-ນັກຮົບ ຈັດຕັ້ງປະຕິບັດຂົງເຂດ ວຽກງານດ້ານຕ່າງໆປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດ ວາງອອກເປັນຕົ້ນແມ່ນຂົງເຂດ ວຽກງານເຮັດໃຫ້ສະພາບມີ ຄວາມສະຫງົບ, ການປັບປຸງກໍ່ສ້າງກຳລັງໃຫ້ມີຄວາມໜັກ ແໜ້ນເຂັ້ມແຂງໃນທຸກດ້ານ ແລະ ການຮັບປະກັນຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ,ເຊິ່ງແຕ່ ລະຂົງເຂດວຽກງານລ້ວນແຕ່ໄດ້ ຮັບການຈັດຕັ້ງປະຕິບັດມີໝາກຜົນຕົວຈິງ. ພ້ອມກັນນັ້ນ, ໄດ້ສະ ເໜີໃຫ້ຂັ້ນເທິງແກ້ໄຂງົບປະມານ ເຂົ້າໃນການກໍ່ສ້າງສະໂມສອນຂອງໂຮງງານໃຫ້ສໍາເລັດ ແລະ ຂໍທຶນກໍ່ສ້າງລະບົບປະລິນຍາ ຕີ-ປະລິນຍາໂທໃຫ້ພະນັກງານວິ ຊາການດ້ານເຕັກນິກສື່ສານ ປີລະ1-2 ທຶນ. ໂອກາດນີ້, ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ໄດ້ມີຄໍາ ເຫັນວ່າ: ການລົງມາຢ້ຽມຢາມ ໃນຄັ້ງນີ້ເປັນການຊຸກຍູ້ການ ປະຕິບັດໜ້າທີ່ວຽກງານຂອງ ໂຮງງານ,ທັງເປັນການສະເໜີ ຕົວຫຼັງຈາກໄດ້ມາຮັບໜ້າທີ່ໃໝ່ ເປັນຮອງລັດຖະມົນຕີກະຊວງ ປ້ອງກັນປະເທດ, ຫົວໜ້າກົມໃຫຍ່ ເສນາທິການກອງທັບ. ພ້ອມກັນ ນັ້ນ,ກໍໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກ ແຫຼ່ງທົ່ວໂຮງງານເອົາໃຈໃສ່ຍົກ ສູງຄວາມຮັບຜິດຊອບການເມືອງ ຕໍ່ໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ ສູງຂຶ້ນກວ່າເກົ່າ, ສືບຕໍ່ເຮັດວຽກ ງານສຶກສາອົບຮົມການເມືອງ ແນວຄິດໃຫ້ພະນັກງານ-ນັກຮົບ ເປັນປົກກະຕິຕໍ່ເນື່ອງ, ປັບປຸງ ແບບແຜນວິທີເຮັດວຽກແບບມີ ວິທະຍາສາດທັນສະໄໝ, ເຄົາລົບ ແລະ ປະຕິບັດຫຼັກການລວມສູນ ປະຊາທິປະໄຕເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ ຢ່າງລະອຽດຈະແຈ້ງ, ຍົກສູງ ຄຸນນະພາບໃນການຊ້ອມແປງ ວິທະຍຸສື່ສານໃຫ້ມີການຮັບປະ ກັນດີ, ພ້ອມກັນນັ້ນກໍຕ້ອງເອົາ ໃຈໃສ່ກໍ່ສ້າງພັກ-ພະນັກງານ ຕິດພັນກັບການກໍ່ສ້າງພັກປອດ ໃສ ເຂັ້ມແຂງ ໜັກແໜ້ນ ແລະ ປົກປັກຮັກສາພາຫະນະເຕັກນິກ ໂດຍສະເພາະເຄື່ອງຈັກສ້ອມ ແປງສື່ສານ ໃຫ້ນໍາໃຊ້ໄດ້ຍາວ ນານ ເພື່ອຮັບປະກັນເຮັດສໍາເລັດ ໜ້າທີ່ການເມືອງຂອງກົມກອງຕາມການຈັດຕັ້ງຂັ້ນເທິງມອບ ໝາຍໃຫ້ດ້ວຍໝາກຜົນສູງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ