ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຮອງປະທານສະພາແຫ່ງຊາດ ເຄື່ອນໄຫວເຮັດວຽກກັບເຈົ້າແຂວງຊຽງຂວາງ
ເວລາອອກຂ່າວ: 2022-05-12 08:52:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 934 | ຄວາມນິຍົມ:



ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ພົບປະທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງ ແຂວງຊຽງຂວາງ ພ້ອມດ້ວຍ ຄະນະ ໃນວັນທີ 9 ພຶດສະພາ 2022, ຢູ່ທີ່ຫ້ອງວ່າການແຂວງ. ໃນການພົບປະສົນທະນາທ່ານ ຮອງປະທານສະພາແຫ່ງຊາດ ໄດ້ກ່າວຈຸດປະສົງຂອງການມາ ເຮັດວຽກຢູ່ແຂວງຊຽງຂວາງ ເພື່ອປະເມີນການຈັດຕັ້ງປະຕິບັດ ວຽກງານຂອງສະພາ, ການຈັດ ຕັ້ງປະຕິບັດກົດໝາຍ, ກົດໝາຍ ກ່ຽວພັນກັບວຽກງານອື່ນ, ຕິດ ຕາມການຈັດຕັ້ງປະຕິບັດວາລະ ແຫ່ງຊາດ, ການປະສານງານ ພົວພັນລະຫ່ວາງການປົກຄອງ ກັບສະພາ, ເພື່ອເຮັດໃຫ້ວຽກງານມີການຫັນປ່ຽນຢ່າງຕັ້ງໜ້າສາ ມາດຖອດຖອນບົດຮຽນໄດ້. ໂອກາດດຽວກັນ, ທ່ານ ເຈົ້າ ແຂວງ ແຂວງຊຽງຂວາງ ກໍໄດ້ ກ່າວລາຍງານການພັດທະນາ ເສດຖະກິດ-ສັງຄົມຂອງແຂວງ ພ້ອມຂໍໃຫ້ສະພາແຫ່ງຊາດຊ່ວຍ ລົງເລິກໂອ້ລົມພະນັກງານຂອງ ແຂວງ ກໍຄືຜູ້ຈັດຕັ້ງປະຕິບັດ ແລະ ປະຊາຊົນຊາວຊຽງຂວາງ ເລື່ອງ ກົດໝາຍທີ່ດິນເພາະມີການບຸກ ລຸກຢຶດຈ່ອງຊື້ຂາຍບໍ່ຖືກຕ້ອງ ແລະ ບໍ່ໄດ້ຮັບອະນຸຍາດ, ກົດໝາຍ ບໍ່ແຮ່ ເພາະມີການລັກລອບຂຸດ ຄົ້ນ, ທັບມ້າງກຸ່ມຄົນທີ່ບໍ່ຫັວງ ດີຕໍ່ການພັດທະນາປະເທດຊາດ ເພື່ອໃຫ້ການປະຕິບັດປົກປັກຮັກສາພັດທະນາປະເທດຊາດຈະເລີນ ຂຶ້ນເລື້ອຍໆ. ຂ່າວ: ບຸນມີ ແສງທຸມມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ