
ໂຮມຊຸມນຸມ ສະເຫຼີມສະຫຼອງ ວັນປົດປ່ອຍແຂວງຫຼວງນໍ້າທາ ຄົບຮອບ 60 ປີ
ເວລາອອກຂ່າວ: 2022-05-12 08:49:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 233 | ຄວາມນິຍົມ:
ວັນທີ 6 ພຶດສະພາ 2022 ນີ້, ຢູ່ທີ່ຫໍວັດທະນະທໍາແຂວງ ຫຼວງນໍ້າທາ ໄດ້ໂຮມຊຸມນຸມສະ ເຫຼີມສະຫຼອງວັນປົດປ່ອຍຫຼວງ ນໍ້າທາ ວັນທີ 6 ພຶດສະພາ 1962, ໂດຍການເປັນປະທານຂອງທ່ານ ຄໍາໄຫຼ ສີປະເສີດ ກຳມະການສູນ ກາງພັກເລຂາພັກແຂວງ ເຈົ້າ ແຂວງ ແຂວງຫຼວງນໍ້າທາ ເຂົ້າ ຮ່ວມມີ ທ່ານ ພົນຕີ ຈັນທອງ ສອນຕະອາດ ກຳມະການຄະນະ ປະຈໍາພັກ, ຮອງລັດຖະມົນຕີກະ ຊວງປ້ອງກັນປະເທດ, ທ່ານ ພົນ ຕີ ຈັນສະແຫວງ ທິບຄຸນທອງ ຄະນະພັກ, ຮອງຫົວໜ້າຫ້ອງ ວ່າການກະຊວງປ້ອງກັນຄວາມ ສະຫງົບ, ສະ ຫາຍ ຫງວຽນດັງຮຸ່ງ ຫົວໜ້າກົງ ສູນໃຫຍ່ ແຫ່ງ ສສຫວຽດນາມ ແລະ ຜູ້ຕາງໜ້າທູດ ການທະຫານແຫ່ງ ສສ ຫວຽດ ນາມ ປະຈໍານະຄອນຫຼວງ ພະ ບາງ, ຮອງເລຂາພັກແຂວງ, ກຳ ມະການປະຈໍາພັກແຂວງ, ກຳ ມະການພັກແຂວງ, ສະມາຊິກ ສະພາແຫ່ງຊາດ, ສະພາປະ ຊາຊົນ, ເລຂາພັກເມືອງ, ຫົວໜ້າ ພະແນກ, ຮອງພະແນກ, ພະນັກ ງານປະຕິບັດອາວຸໂສບໍານານ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງ ຂັນ, ສອງກອງບັນຊາການທະ ຫານ-ຕໍາຫຼວດ, ລັດວິສາຫະກິດ, ອົງການປົກຄອງບ້ານ 8 ບ້ານ ເທດສະບານແຂວງ, ຄູ-ອາຈານ ຕະຫຼອດຮອດນັກຮຽນນັກສຶກ ສາເຂົ້າຮ່ວມ.
ໃນພິທີ, ທ່ານ ຄໍາໄຫຼ ສີປະເສີດ ໄດ້ຂຶ້ນຜ່ານບົດຫວນຄືນມູນເຊື້ອ ວັນປົດປ່ອຍແຂວງຫຼວງນໍ້າທາ ຕະຫຼອດໄລຍະ 60 ປີຜ່ານມາ. ຊາດລາວເປັນຊາດໜຶ່ງ ທີ່ມີປະ ຫວັດສາດອັນສະຫງ່າອົງອາດ ແຫ່ງການກໍ່ຕັ້ງ ແລະ ປົກປັກຮັກ ສາປະເທດຊາດ ເປັນເວລາຫຼາຍ ພັນປີ, ມາຮອດທ້າຍສັດຕະວັດ ທີ 19 ພວກຈັກກະພັດລ່າເມືອງ ຂຶ້ນຝຣັ່ງ ໄດ້ເຂົ້າມາຍຶດຄອງເອົາ ປະເທດລາວເປັນຫົວເມືອງຂຶ້ນ, ພາຍໃຕ້ແອກປົກຄອງຂອງພວກ ລ່າເມືອງຂຶ້ນຝຣັ່ງ ປະຊາຊົນ ລາວ ກໍຄືປະຊາຊົນບັນດາເຜົ່າ ພາຍໃນແຂວງຫຼວງນໍ້າທາ, ໃນ ໄລຍະນີ້ ຢູ່ເຂດເມືອງໄຊ, ເມືອງ ຮຸນ ໄດ້ຮັບການປົດປ່ອຍ, ຕໍ່ໜ້າ ສະພາບການດັ່ງກ່າວຈັກກະພັດ ອາເມຣິກາ ແລະ ລູກແຫຼ້ງຕີນມື ຂອງພວກມັນ ໄດ້ຂົນກໍາລັງເຂົ້າ ມາແຂວງຫຼວງນໍ້າທາ ໃນທຸກ ດ້ານ, ເພື່ອຈັ້ງທ່າສູ້ຢັນກັບກອງ ທັບ ແລະ ປະຊາຊົນພາກເໜືອ ຂອງລາວ, ເພື່ອຫວັງບຽດຍຶດ ເອົາທົ່ງພຽງຫຼວງນ້ຳທາ ເປັນ ຖານທີ່ໝັ້ນ ແລະ ເປັນແປ້ນຢັນທີ່ ແຂງແກ່ນ ເພື່ອບຸກໂຈມຕີເຂົ້າ ທາງພາກເໜືອຂອງປະເທດ ຫວຽດນາມ ແລະ ຕັດຂາດເສັ້ນ ທາງລຳລຽງຂົນສົ່ງຈາກຫວຽດ ນາມ ແລະ ຈີນ ເຂົ້າມາພາກເໜືອ ຂອງປະເທດເຮົາ.
ໂດຍເຫັນໄດ້ກົນອຸບາຍດັ່ງ ກ່າວມາຮອດ ເດືອນມັງກອນ ປີ 1962 ສູນກາງພັກປະຊາຊົນ ປະຕີ ວັດລາວ ຈຶ່ງຕົກລົງເປີດ ບັ້ນຮົບປົດປ່ອຍຫຼວງນໍ້າທາຂຶ້ນ ຢ່າງເປັນທາງການ, ໂດຍປະຕິບັດ ຕາມການຕົກລົງຂອງສູນກາງ ພັກ, ກອງທັບ ແລະ ປະຊາຊົນ ລາວທົ່ວປະເທດ, ເວົ້າລວມ; ເວົ້າ
ສະເພາະ ແມ່ນກອງທັບ ແລະ ປະ
ຊາຊົນບັນດາແຂວງພາກເໜືອ ຂອງລາວຈິ່ງຮີບຮ້ອນເຕົ້າໂຮມ ກຳລັງ, ອາວຸດກະສຸນ, ວັດຖຸອຸ ປະກອນ, ສະບຽງອາຫານ, ຍານ
ພາຫະນະ ແລະ ເງື່ອນໄຂດ້ານ ຕ່າງໆໃຫ້ແກ່ບັ້ນຮົບປົດປ່ອຍ ຫຼວງນ້ຳທາ; ມາຮອດວັນທີ 7 ເມສາ 1962 ກອງບັນຊາການ ດ້ານຮົບໄດ້ຮັບການສ້າງຕັ້ງຂຶ້ນ, ຝ່າຍປະເທດລາວ ແມ່ນສະຫາຍ ສີສະຫວາດ ແກ້ວບຸນພັນ ເປັນ ຫົວໜ້າ ເສນາທິການກອງທັບ ປະຊາຊົນລາວ, ສະຫາຍ ຫຸມ ແພງ ເປັນຫົວໜ້າ ກອງບັນຊາ ການທະຫານພາກເໜືອຂອງ ລາວ ແລະ ສະຫາຍອື່ນໆ; ຝ່າຍ ຫວຽດນາມ ຜູ້ບັນຊາການສູງ ສຸດແມ່ນ ສະຫາຍ ພົນຈັດຕະວາ ເຈີນໂດະ ກໍາມະການສູນກາງພັກ, ເປັນຫົວໜ້າການເມືອງ, ພົນຈັດ ຕະວາ ບັງຢາງ ຜູ້ບັນຊາການທະ ຫານເຂດໄຕບັກ ທັງເປັນຜູ້ບັນ ຊາການທະຫານອາສາສະໝັກ ຫວຽດນາມ ປະຈໍາພາກເໜືອ ຂອງລາວ, ພັນເອກ ຫງວຽນຫີວ ອານ ເປັນຫົວໜ້າເສນາທິການ, ພັນເອກ ເຍືອງກື້ເຕີມ ເປັນຮອງ ການເມືອງ ແລະ ສະຫາຍ ພັນໂທ ບຸ່ງຝຸ່ງ ຮັບຜິດຊອບພາລາ; ກໍາ ລັງປະກອບອາວຸດທີ່ເຂົ້າຮ່ວມໃນຍຸດທະບັ້ນຮົບໃນຄັ້ງນີ້ຝ່າຍປະເທດລາວມີກອງພັນທີ 2, ກອງພັນ 701 ແລະ ກອງຮ້ອຍ ເອກະລາດຂອງກໍາລັງທະຫານ ທ້ອງຖິ່ນຈໍານວນໜຶ່ງ ເຊິ່ງນໍາ ໂດຍ ສະຫາຍ ຄໍາແພງ, ສະຫາຍ
ສະຫຼອງ, ສະຫາຍ ຄໍາວົງ ວັນ ຄໍາ, ສະຫາຍ ອຸດອນ ລາດສະ ຫວ່າງ ເປັນຜູ້ບັນຊາ. ສ່ວນກໍາລັງ ທະຫານອາສາສະໝັກຫວຽດ ນາມ ປະກອບມີກອງພົນ 316, ກອງພົນ 335, ກອງພົນທີ 1, ທີ
3 ທີ 4 ແລະ ກອງພົນ 330 ການ
ຫ້າງຫາກະກຽມດ້ານຕ່າງໆ ໄດ້ ສໍາເລັດລົງ ແລະ ມາຮອດເວລາ 3 ໂມງເຊົ້າ ຂອງວັນທີ 6 ພຶດສະ
ພາ 1962. ບັ້ນຮົບປົດປ່ອຍຫຼວງ
ນ້ຳທາ ເລີ່ມແຕກສຽງປືນ ໂດຍ ໃຊ້ກຳລັງໄຟບຸກໂຈມຕີ ຍິງຖະ ລົ່ມໃສ່ຈຸດຕ່າງໆຂອງສັດຕູຢ່າງ ແຂງແຮງ ອັນເຮັດໃຫ້ກຳລັງ ຂອງສັດຕູຕົກຢູ່ໃນສະພາບກະ ວົນ, ກະວາຍ ແລະ ບໍ່ສາມາດ ຈັ້ງທ່າໄດ້. ກໍາລັງໄຟຂອງພວກ ເຮົາສາມາດຍືດໄດ້ບັນດາປ້ອມ ແລະ ໂປດຄ້າຍຂອງທະຫານສັດ ຕູຫຼາຍຈຸດເຊັ່ນ: ປ້ອມບ້ານຫ້ວຍ ຫົກ, ບ້ານນານ້ອຍ, ບ້ານປຸງ, ບ້ານນ້ຳປີກ ແລະ ເຂດຕາເວັນ ອອກສ່ຽງໃຕ້ຂອງທົ່ງພຽງເມືອງ ຫຼວງນ້ຳທາ; ມາຮອດເວລາ 12 ໂມງ 30 ນາທີ ຂອງວັນທີ 6 ພືດ
ສະພາ 1962 ກອງບັນຊາການ ທະຫານຍຸດທະບັ້ນຮົບແນວ ລາວຮັກຊາດ ໄດ້ຍົກຍ້າຍຈາກ ຈຸດທີ່ຕັ້ງເກົ່າ ຍ້າຍເຂົ້າມາຢູ່ເທດ ສະບານເມືອງຫຼວງນໍ້າທາ, ເຂດ ສະໜາມບິນ ແລະ ເປັນເຈົ້າຂອງຄຸ້ມຄອງທົ່ງພຽງເມືອງຫຼວງນ້ຳທາ ໄດ້ຢ່າງສິ້ນເຊິງ.
ພາຍຫຼັງສິ້ນສຸດຍຸດທະບັ້ນ ຮົບປົດປ່ອຍຫຼວງນໍ້າທາ ກໍາລັງ ທະຫານປະເທດລາວ ແລະ ທະ ຫານອາສາສະໝັກຫວຽດນາມ ໄດ້ປັດເຂ່ຍພວກສັດຕູອອກຈາກວົງສູ້ຮົບໄດ້ 1.800 ຄົນ, ໃນນີ້ GM11 ຖືກດັບສູນໝົດກ້ຽງ, GM15 ແລະ GM18 ຖືກທໍາ ລາຍຢ່າງໜັກໜ່ວງ; ຈັບທະ ຫານສັດຕູເປັນສະເລີຍເສິກໄດ້ 1.432 ຄົນ, ຍຶດອາວຸດທຸກສະ ນິດໄດ້ 600 ກະບອກ, ລູກປືນ ໄດ້ 150 ໂຕນ, ຍິງເຮືອບິນຕົກ 4 ລໍາ, ປົດປ່ອຍດິນແດນໄດ້ 8.000 ກິໂລຕາແມັດ, ປົດປ່ອຍພົນລະ ເມືອງໄດ້ 76.000 ຄົນ, ມາຮອດ
ວັນທີ 15 ພຶດສະພາ 1962 ສູນ
ກາງພັກ, ກອງບັນຊາການສູງສຸດກອງທັບປົດປ່ອຍປະຊາຊົນລາວ ຈິ່ງໄດ້ມີຂໍ້ຕົກລົງສ້າງຕັ້ງ ກອງບັນຊາການທະຫານແຂວງ ຫຼວງນໍ້າທາຂຶ້ນ ໂດຍແມ່ນ ສະ ຫາຍ ສີສະຫວາດ ແກ້ວບຸນພັນ ເປັນຜູ້ປະກາດສ້າງຕັ້ງກອງບັນ ຊາການທະຫານແຂວງຫຼວງ ນໍ້າທາ ຕັ້ງຢູ່ບ້ານນໍ້າແງ້ນ ເມືອງ ຫຼວງນໍ້າທາ.
ໃນປັດຈຸບັນພື້ນຖານໂຄງລ່າງ ໄດ້ຮັບການປັບປຸງ ແລະ ກໍ່ສ້າງ ເຊັ່ນ: ໄດ້ປັບປຸງ ແລະ ກໍ່ສ້າງເສັ້ນ
ທາງ, ໄຟຟ້າ, ນໍ້າປະປາ, ສຳນັກ ງານຫ້ອງການ, ໂຮງຮຽນ, ໂຮງ
ໝໍ, ສະໜາມບິນ ແລະ ກິດຈະ ການອື່ນໆ ໄດ້ຮັບການພັດທະນາ ດີຂຶ້ນ.
ຈາກນັ້ນ, ທ່ານ ຈັນທອງ ແກ້ວ
ປະເສີດ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ຂື້ນຜ່ານເອກະສານຫວນຄືນມູນ ເຊື້ອວັນສ້າງຕັ້ງກໍາລັງປ້ອງກັນ ຄວາມສະຫງົບປະຊາຊົນແຂວງ ຫຼວງນໍ້າທາດ້ວຍຄວາມເອກ ອ້າງທະນົງໃຈຕໍ່ຜົນງານ ແລະ ໄຊຊະນະອັນໃຫຍ່ຫຼວງ ທີ່ກໍາລັງ ປ້ອງກັນຄວາມສະຫງົບ ຂອງ ແຂວງຫຼວງນໍ້າທາຍາດມາໄດ້ ຕະຫຼອດໄລຍະ 60 ປີຜ່ານມາ, ໃນພິທີຍັງໄດ້ຮັບການສະໜັບ ໜູນປະກອບສ່ວນຊ່ວຍເຫຼືອ ເປັນເງິນສົດ ໃນການຈັດພິທີສະ ເຫຼີມສະຫຼອງວັນປົດປ່ອຍແຂວງ ຫຼວງນໍ້າທາ 1 ຮ້ອຍລ້ານ ກີບ ຄື:
ກະຊວງປ້ອງກັນປະເທດ 30 ລ້ານກີບ, ກະຊວງປ້ອງກັນຄວາມ ສະຫງົບ 10 ລ້ານ ກີບ, ບໍລິສັດ ຈະເລີນຊັບ ຍິ່ງຈະເລີນຈໍາກັດ ແຂວງຫຼວງນໍ້າທາ 20 ລ້ານກີບ, ບໍລິສັດ ໄຊພະຈັນ ກໍ່ສ້າງຈໍາກັດ 20 ລ້ານກີບ, ໂຮງໝໍຟູຢູທາງ 20 ລ້ານກີບ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ