ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ
ເວລາອອກຂ່າວ: 2019-01-29 10:22:00 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 39 | ຄວາມນິຍົມ:



ໃນຕອນແລງຂອງວັນທີ 17 ມັງກອນ 2019 ສະຖານເອກອັກ ຄະລັດຖະທູດແຫ່ງ ສປປ ລາວ ປະ ຈຳມົດສະກູ, ແຫ່ງ ສ ຣັດເຊຍ ໄດ້ ຈັດງານລ້ຽງຮັບຮອງຂຶ້ນທີ່ສູນ ວັດທະນະທຳຂອງກະຊວງການ ຕ່າງປະເທດແຫ່ງ ສ ຣັດເຊຍ ເພື່ອ ເປັນການສະເຫຼີມສະຫຼອງວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 70 ປີ. ເຊິ່ງມີຜູ້ເຂົ້າຮ່ວມ ຫລາຍກວ່າ 250 ຄົນ ທີ່ມາຈາກ ກະຊວງປ້ອງກັນປະເທດຣັດເຊຍ ທູດ, ທູຕານຸທູດ, ທີ່ປຶກສາທູດ ຝ່າຍປ້ອງກັນຊາດຂອງຕ່າງປະ ເທດ ປະຈຳ ສ ຣັດເຊຍ, ອົງການ ຂອງລັດຕ່າງໆ ແລະ ບັນດາບໍລິ ສັດຣັດເຊຍທີ່ພົວພັນກັບ ສປປ ລາວ ເຂົ້າຮ່ວມ. ໃນພິທີດັ່ງກ່າວພັນເອກ ບຸນ ຍົງ ພັນດານຸວົງ, ທີ່ປຶກສາທູດ ຝ່າຍປ້ອງກັນຊາດ ປະຈຳສະຖານ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ທີ່ນະຄອນຫລວງມົດສະກູ ໄດ້ຂຶ້ນກ່າວຄຳປາໄສ, ໄດ້ຍົກໃຫ້ ເຫັນເຖິງຫນ້າທີ່, ພາລະກິດ ແລະ ການປະຕິບັດຫນ້າທີ່ຂອງກອງ ທັບປະຊາຊົນລາວ ນັບແຕ່ມື້ສ້າງ ຕັ້ງກອງທັບປະຊາຊົນລາວ ມາເຖິງ ປັດຈຸບັນ, ຍົກໃຫ້ເຫັນເຖິງບົດ ບາດກອງທັບປະຊາຊົນລາວໃນ ເວທີສາກົນ ແລະ ຍັງໄດ້ເວົ້າເຖິງ ການຮ່ວມມືສອງຝ່າຍລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ ເວົ້າ ລວມ, ເວົ້າສະເພາະກໍຄືລະຫວ່າງ ສອງກອງທັບ ລາວ-ຣັດເຊຍ ທີ່ ໄດ້ມີການພົວພັນຮ່ວມມືກັນຢ່າງ ແຫນ້ນແຟ້ນ ແລະ ກ້າວສູ່ລວງ ເລິກ. ທ່ານພົນຈັດຕະວາ ຊີນ ເຈັນໂກ ຮອງຫ ົວຫນ້າກົມໃຫຍ່ຮ່ວມມືສາ ກົນດ້ານການພັດທະນາກະຊວງ ປ້ອງກັນປະເທດຣັດເຊຍກ່າວວ່າ: ສ ຣັດເຊຍ ໄດ້ເອົາໃຈໃສ່ເປັນພິ ເສດຕໍ່ການຮ່ວມມືກັບ ສປປ ລາວ ຖ້າທຽບໃສ່ບັນດາປະເທດສະມາ ຊິກອາຊຽນອື່ນໆ ແລະ ທ່ານກໍໄດ້ ອວຍພອນໃຫ້ຄະນະນຳພັກ-ລັດ ກໍຄືຄະນະນຳກຳລັງປະກອບອາ ວຸດ ໃຫ້ນຳພາກອງທັບປະຊາຊົນ ລາວ ກ້າວເຂົ້າສູ່ການພັດທະນາ ໃຫ້ເຂັ້ມແຂງ ແລະ ກ້າວຂຶ້ນໄປ ເລື້ອຍໆ. ຫລັງຈາກນັ້ນທ່ານພັນ ເອກ ບຸນຍົງ ພັນດານຸວົງ ກໍໄດ້ ສະແດງຄວາມຂອບໃຈຢ່າງສູງ ມາຍັງຜູ້ຕາງຫນ້າກະຊວງປ້ອງ ກັນປະເທດແຫ່ງ ສ ຣັດເຊຍ ແລະ ແຂກຜູ້ມີກຽດທີ່ໄດ້ມາຮ່ວມງານ ໃນມື້ດັ່ງກ່າວ. ໃນພິທີຍັງໄດ້ມີ ການວາງສະແດງຮູບພາບ ແລະ ເຄື່ອງຫັດຖະກຳລາວ, ພ້ອມທັງ ມີການສະແດງສິລະປະຟ້ອນລຳ ລາວ ຈາກນັກສຶກສາທີ່ກຳລັງສຶກ ສາຮ່ຳຮຽນຢູ່ ສ ຣັດເຊຍ ນຳຕື່ມ ອີກ. ພິທີດັ່ງກ່າວໄດ້ດຳເນີນໄປ ດ້ວຍບັນຍາກາດອັນດີ, ມີຄວາມ ໝາຍ ແລະ ບັນລຸໄດ້ຈຸດປະສົງ ຄາດໝາຍທີ່ຄະນະຈັດຕັ້ງວາງ ອອກ, ເຮັດໃຫ້ພາລະບົດບາດຂອງ ຊາດລາວກໍຄື ຂອງກອງທັບປະ ຊາຊົນລາວມີໃບຫນ້າອັນໃໝ່ ແລະ ມີຊື່ສຽງໃນເວທີສາກົນຂຶ້ນ ຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ