
ໂຮງຮຽນທະຫານຊາຍແດນ 712 ເປີດຂະບວນການແຂ່ງຂັນກິລາເພື່ອຊົມເຊີຍວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ
ເວລາອອກຂ່າວ: 2019-01-29 10:19:53 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 5 | ຄວາມນິຍົມ:
ໃນວັນທີ 25 ມັງກອນ 2019
ຜ່ານມານີ້, ໂຮງຮຽນທະຫານ ຊາຍແດນ 712 ໄດ້ເປີດຂະບວນ
ການແຂ່ງຂັນກີລາ ເພື່ອຊົມເຊີຍ ວັນສ້າງຕັ້ງກອງທັບຄົບຮອບ 70
ໂດຍການເຂົ້າຮ່ວມຂອງພົນຈັດ ຕະວາ ສີພັນ ພຸດທະວົງ ຫົວໜ້າກົມ ທະຫານຊາຍແດນກົມໃຫຍ່ເສນາທິ ການກອງທັບ, ມີຄະນະພັກ-ຄະ
ນະອຳນວຍການໂຮງຮຽນ, ພະ ນັກງານ-ນັກຮົບ, ຄູອາຈານ-ນັກ
ຮຽນພ້ອມດ້ວຍນັກກີລາເຂົ້າ ຮ່ວມ.
ການແຂ່ງຂັນກີລາໃນຄັ້ງນີ້ມີ 3 ປະເພດຄື: ບານສົ່ງຊາຍ, ກະຕໍ້,
ເປຕັງອາວຸໂສ ແລະ ເປຕັງຊາວ ໜຸ່ມຜ່ານການແຂ່ງຂັນຕົວຈິງ
ສາມາດສະຫຼຸບໄດ້ ດັ່ງນີ້, ປະເພດກີ
ລາບານສົ່ງຊາຍທີ 1 ໄດ້ແກ່ກົມ ທະຫານຊາຍແດນ, ທີ 2 ໄດ້ແກ່ ໂຮງຮຽນທະຫານຊາຍແດນ 712, ປະເພດກີລາກະຕໍ້ທີ 1 ໄດ້
ແກ່ກົມທະຫານຊາຍແດນ, ທີ 2
ໄດ້ແກ່ໂຮງຮຽນທະຫານຊາຍ ແດນ 712, ເປຕັງອາວຸໂສທີ
1 ໄດ້ແກ່ໂຮງຮຽນທະຫານຊາຍ
ແດນ 712, ທີ 2 ໄດ້ແກ່ກົມທະ ຫານຊາຍແດນ ແລະ ທີ 3 ໄດ້ແກ່ ກົມແຜນທີ່, ເປຕັງຊາວໜຸ່ມທີ 1 ໄດ້ ແກ່ກົມທະຫານຊາຍແດນ ແລະ ທີ 2 ໄດ້ແກ່ໂຮງຮຽນທະຫານຊາຍ ແດນ 712 ນອກຈາກຈະເປັນ ຊົມເຊີຍວັນ ສ້າງຕັ້ງກອງທັບ ຄົບຮອບ 70 ປີແລ້ວຍັງເປັນ
ການຮັດແໜ້ນ ຄວາມສາມັກຄີລະ ຫວ່າງຂັ້ນລຸ່ມ ແລະ ຂັ້ນເທິງໃຫ້ ນັບມື້ແໜ້ນແຟ້ນຂຶ້ນເລື້ອຍໆ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ