ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 24 ມັງກອນ 2025

  

ປະກາດແຕ່ງຕັ້ງຫົວໜ້າຊີ້ນຳພາກສະໜາມ ໂຄງການພັດທະນາກຸ່ມບ້ານຄັງວຽງຜູ້ໃໝ່
ເວລາອອກຂ່າວ: 2019-01-29 10:05:35 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 994 | ຄວາມນິຍົມ:



ໃນຕອນບ່າຍຂອງວັນທີ 24 ມັງກອນ 2019 ນີ້, ທ່ານ ພົນໂທ ສຸວອນ ເລືອງບຸນມີ ກຳມະການ ສູນກາງພັກ, ຮອງລັດຖະມົນຕີກະ ຊວງປ້ອງປະເທດ, ຫົວໜ້າກົມ ໃຫຍ່ເສນາທິການກອງທັບ, ທັງ ເປັນຫົວໜ້າຄະນະຊີ້ນຳພັດທະນາ ຈຸດສຸມກຸ່ມບ້ານຄັງວຽງໄດ້ເຂົ້າ ຮ່ວມພິທີປະກາດແຕ່ງຕັ້ງ ພັນ ເອກ ຄຳຕາ ສິນນະວົງ ຫົວໜ້າ ການເມືອງກອງພັນໃຫຍ່ 584, ເປັນຫົວໜ້າຊີ້ນຳພາກສະໜາມ ໂຄງການພັດທະນາກຸ່ມບ້ານ ຄັງວຽງຄົນໃໝ່ປ່ຽນແທນຜູ້ ເກົ່າທີ່ເສຍຊີວິດ. ໃນພິທີ ທ່ານ ພົນຈັດຕະວາ ສອນທອງ ແກ້ວລໍ ຄຳ ຫົວໜ້າກົມສູ້ຮົບກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຫົວໜ້າຊີ້ນຳພາກສະໜາມໂຄງ ການພັດທະນາກຸ່ມບ້ານຄັງວຽງ ກະຊວງປ້ອງກັນປະເທດໄດ້ຕົກ ລົງແຕ່ງຕັ້ງ ພັນເອກ ບຸນຕາ ສິນ ນະວົງ ຫົວໜ້າການເມືອງກອງ ພັນໃຫຍ່ 584 ເປັນຫົວໜ້າຊີ້ນຳ ພາກສະໜາມພັດທະນາກຸ່ມບ້ານ ຄັງວຽງ, ການປະກາດການແຕ່ງ ຕັ້ງໃນຄັ້ງນີ້ຖືເປັນການປະຕິບັດ ຕາມທິດທາງກ່ຽວກັບການປັບ ປຸງບູລະນະກົງຈັກການຈັດຕັ້ງນຳ ພາ-ບັນຊາໃນກຳລັງປະກອບອາ ວຸດ ກໍຄືໃນກົມກອງໃຫ້ນັບມື້ເຂັ້ມ ແຂງໜັກແໜ້ນໃນຮອບດ້ານເພື່ອ ນຳພາກົມກອງເຮັດສຳເລັດໜ້າ ທີ່ປົກປັກຮັກສາ ແລະ ພັດທະນາ ປະເທດຊາດໃນໄລຍະໃໝ່. ໃນໂອກາດນີ້, ທ່ານ ພົນໂທ ສຸວອນ ເລືອງບຸນມີ ກໍໄດ້ມີຄຳ ເຫັນຊີ້ນຳຫຼາຍບັນຫາສຳຄັນ, ຊີ້ ໃຫ້ເຫັນວ່າ: ການປັບປຸງການ ຈັດຕັ້ງໃນເທື່ອນີ້ແມ່ນຄວາມຮຽກ ຮ້ອງຕ້ອງການຂອງໜ້າທີ່ການ ເມືອງໃນໄລຍະໃໝ່ຂອງກົມກອງ ເວົ້າລວມ, ເວົ້າສະເພາະກໍຄືຂອງການພັດທະນາກຸ່ມບ້ານຄັງວຽງໃຫ້ມີຄວາມກ້າວໜ້າໃນການພັດທະນາໄປຕາມທິດ 3 ສ້າງໃຫ້ໄດ້ ຕາມ 4 ເນື້ອໃນ 4 ຄາດໝາຍ, ສະນັ້ນສຳລັບຜູ້ທີ່ໄດ້ຮັບການແຕ່ງ ຕັ້ງໃໝ່ຕ້ອງໄດ້ສຶບຕໍ່ຍົກສູງ ຄວາມຮັບຜິດຊອບໜ້າທີ່ການ ເມືອງຂອງຕົນເຂົ້າໃນການຈັດ ຕັ້ງປະຕິບັດໜ້າທີ່ວຽກງານໃຫ້ ສູງຂຶ້ນ, ຕ້ອງເປັນແບບຢ່າງທີ່ດີ ໃນການເຄື່ອນໄຫວເຮັດໜ້າທີ່ ວຽກງານ ແລະ ດຳລົງຊີວິດທີ່ ປອດໃສຂາວສະອາດ, ພ້ອມກັນ ເສີມຂະຫຍາຍຄວາມສາມັກຄີ ພາຍໃນໝູ່ຄະນະໃຫ້ເລິກເຊິ່ງ, ມີ ແບບແຜນວິທີເຮັດວຽກນຳພາທີ່ ດີ, ຕ້ອງຍົກສູງຄວາມຮັບຜິດຊອບ ໜ້າທີ່ອັນໜັກໜ່ວງສືບຕໍ່ເຝິກຝົນ ຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະ ນັກງານທີ່ມີຄຸນທາດການເມືອງ ໜັກແໜ້ນມີທັດສະນະຫຼັກໝັ້ນ ຊື່ສັດບໍລິສຸດມີສະຕິເຄົາລົບນັບ ຖື ແລະ ປະຕິບັດຫຼັກການລວມ ສູນປະຊາທິປະໄຕ, ເສີມຂະຫຍາຍ ຫົວຄິດປະດິດສ້າງ ແລະ ເຂົ້າ ຮ່ວມໃນຂະບວນການຕົວຈິງ ຂອງກົມກອງ, ກ້າຄິດ, ກ້າເຮັດ, ກ້າສະແດງອອກບົນຫຼັກການເຊື້ອໜັ້ນຕໍ່ການນຳພາຂອງພັກ. ໂດຍ: ແສງສຸລີ ພົມມະຈັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ