ແຂວງຊຽງຂວາງ ໂຮມຊຸມນຸມໃຫຍ່ການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີຢ່າງຄຶກຄື້ນ
ເວລາອອກຂ່າວ: 2019-01-29 10:02:47 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 579 | ຄວາມນິຍົມ:
ແຂວງຊຽງຂວາງຈັດພິທີ ໂຮມຊຸມນຸມໃຫຍ່ສະເຫຼີມສະ ຫຼອງວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 70 ປີຂຶ້ນໃນ ວັນທີ 25 ມັງກອນ 2019 ນີ້, ທີ່
ສະໜາມກີລາແຂວງຊຽງຂວາງ, ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ຈັນສີ ໂພສີຄຳ ກຳມະ ການກົມການເມືອງສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ມີ ທ່ານ ພົນຕີ ປະສິດ ທ່ຽງທຳ ກຳມະການຄະນະພັກກະຊວງ, ຮອງຫົວໜ້າກົມໃຫຍ່ເສນາທິ ການກອງທັບ ຕາງໜ້າຄະນະນຳ
ກະຊວງປ້ອງກັນປະເທດ, ທ່ານ
ບຸນຕົ້ນ ຈັນທະພອນ ເລຂາຄະນະ ບໍລິຫານງານພັກແຂວງ, ເຈົ້າ
ແຂວງໆຊຽງຂວາງ, ມີຄະນະ ພັກ-ຄະນະກອງບັນຊາການທະ ຫານແຂວງ ຊຽງຂວາງ, ອະດີດການນຳ ແຂວງ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ພະນັກ ງານປະຕິວັດອາວຸໂສບຳນານ, ນັກຮຽນ, ນັກສຶກສາຕະຫຼອດ ເຖິງພໍ່ແມ່ປະຊາຊົນແຂວງຊຽງ ຂວາງເຂົ້າຮ່ວມຢ່າງຫຼວງຫຼາຍ.
ທ່ານ ບຸນຕົ້ນ ຈັນທະພອນ ເລຂາຄະນະບໍລິຫານງານພັກ ແຂວງ, ເຈົ້າແຂວງໆຊຽງ ໄດ້ ຂຶ້ນກ່າວປາໄສເພື່ອທົບທວນ ຫວນຄືນເຖິງປະຫວັດມູນເຊື້ອ, ຄວາມໝາຍຄວາມສຳຄັນຂອງ ວັນສ້າງຕັ້ງກອງທັບປະຊາຊົນ ລາວ ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງ ຕັ້ງຢູ່ເຂດຕາແສງລາວຮຸ່ງ, ເມືອງຊຽງຄໍ້, ແຂວງຫົວພັນ. ນັບແຕ່ນັ້ນມາກອງທັບເຮົາໄດ້ ເຄື່ອນໄຫວໂຄສະນາຂົນຂວາຍ ປະຊາຊົນບັນດາເຜົ່າເຂົ້າຮ່ວມ ການປະຕິວັດລາວ, ທັງປັບປຸງກໍ່ ສ້າງກຳລັງ ທັງຕໍ່ສູ້ຕ້ານອິດທິກຳ ລັງປໍລະປັກ ຈັກກະພັດຕ່າງດ້າວ ທັງເກົ່າ ແລະ ໃໝ່ຢ່າງອົງອາດ ກ້າຫານຈົນສາມາດຍາດໄດ້ໄຊ ຊະນະປົດປ່ອຍປະເທດຊາດຢ່າງ ສົມບູນ ແລະ ສະຖາປະນາ ສາ ທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975, ນັບ ແຕ່ນັ້ນມາກອງທັບເຮົາກໍໄດ້ປະ ຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ, ທັງປັບປຸງກໍ່ ສ້າງກຳລັງເຝິກແອບຮໍ່າຮຽນ ການເມືອງ, ການທະຫານ, ວິຊາ ສະເພາະເຕັກນິກ, ທັງເພີ່ມພູນຜະ ລິດຜົນປູກຝັງ-ລ້ຽງສັດ, ປັບປຸງ ສະຖານທີ່ຄ້າຍຄູ, ສ້າງກົມກອງ ໃຫ້ນັບມື້ມີຄວາມກ້າວໜ້າໃຫ້ ກາຍເປັນກອງທັບທີ່ມີແບບແຜນ ແລະ ທັນສະໄໝ. ໃນງານສະ
ເຫຼີມສະຫຼອງຄັ້ງນີ້ໄດ້ຮັບຊົມ
ການສວນສະໜາມຈາກກ້ອນກຳ ລັງທະຫານເພດຍິງກອງບັນຊາ ການແຂວງຊຽງຂວາງ, ກອງ
ພັນໃຫຍ່ 702, ກອງພັນໃຫຍ່ 643 ແລະ ກອງພັນນ້ອຍ 256
ຢ່າງຄຶກຄື້ນ ແລະ ເບີກບານມ່ວນ ຊື່ນ.
ກ່ອນໜ້ານີ້ ໃນວັນທີ 24 ມັງກອນ 2019, ທ່ານ ຈັນສີ ໂພສີຄຳ ກຳມະການກົມການ ເມືອງສູນກາງພັກ ຫົວໜ້າຄະນະ ຈັດຕັ້ງສູນກາງພັກ, ທ່ານ ພົນຕີ ປະສິດ ທ່ຽງທຳ ກຳມະການຄະ
ນະພັກກະຊວງ ຮອງຫົວໜ້າກົມ
ໃຫຍ່ເສນາທິການກອງທັບ ແລະ
ທ່ານ ບຸນຕົ້ນ ຈັນທະພອນ ເລຂາ
ຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆຊຽງຂວາງ ຍັງໄດ້
ລົງພົບປະໂອ້ລົມຢ້ຽມຢາມພະ ນັກງານ-ນັກຮົບຢູ່ກອງພັນປັດ
ໄຈ ເນື່ອງໃນໂອກາດວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ
70 ປີິອີກດ້ວຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ