
ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ເປີດຮຽນສະໜັບສະໜູນພັກ
ເວລາອອກຂ່າວ: 2022-04-25 10:35:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1126 | ຄວາມນິຍົມ:
ວັນທີ 19 ເມສາ 2022, ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ໄດ້ເປີດຮຽນສະໜັບ ສະໜູນພັກ ໃຫ້ມະຫາຊົນກ້າວ ໜ້າ,ໂດຍການເປັນປະທານຂອງ ສະຫາຍ ພັນໂທ ແສງເດືອນ ອິນ
ທິສອນ ຫົວໜ້າຫ້ອງການ ເມືອງ ໂຮງຮຽນ, ມີພະແນກຈັດຕັ້ງພັກ,
ຄະນະໜ່ວຍພັກ, ກອງພັນນັກ ຮຽນນາຍສິບ ແລະ ມະຫາຊົນ ກ້າວໜ້າ ເຂົ້າຮ່ວມ.
ສະຫາຍ ພັນຕີ ວັນໄຊ ພົມມະວົງ ຮອງຫົວໜ້າພະແນກຈັດຕັ້ງພັກ ໄດ້ຜ່ານມະຕິຕົກລົງ ຂອງຄະນະ ພັກໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ວ່າດ້ວຍການອະນຸ ມັດໃຫ້ມະຫາຊົນກ້າວໜ້າຮຽນ
ສະໜັບສະໜູນພັກ, ປະຕິບັດ ຕາມກົດລະບຽບພັກປະຊາຊົນປະ ຕິວັດລາວ ສະໄໝທີ XI ວ່າດ້ວຍ ລະບຽບການຂະຫຍາຍພັກ ແລະ ອີງຕາມກອງປະຊຸມຄົ້ນຄວ້າ ຮັບຮອງເອົາມະຫາຊົນຜູ້ກ້າວໜ້າ ຂັ້ນຄະນະປະຈຳພັກໂຮງຮຽນ ຈຳນວນ 27 ສະຫາຍ.
ທັງນີ້, ເພື່ອຜັນຂະຫຍາຍມະ ຕິກອງປະຊຸມໃຫ່ຍ ຄັ້ງທີ XI ຂອງ
ພັກ ໂດຍສະເພາະວຽກງານກໍ່ ສ້າງພັກໃຫ້ມະຫາຊົນກ້າວໜ້າ ໄດ້ຮຽນຮູ້ຄວາມໝາຍ, ຄວາມ ສຳຄັນ, ພາລະບົດບາດ, ສິດໜ້າ
ທີ່ຂອງພັກ ລວມທັງບັນດາຂໍ້ຫ້າມ, ກໍ່ສ້າງ ແລະ ປັບປຸງຕົນເອງຕາມ 5 ຫຼັກການ 3 ທິດນໍາ ຂອງພັກ. ເຮັດໃຫ້ມະຫາຊົນກ້າວໜ້າທີ່ ຈະຂະຫຍາຍເຂົ້າພັກໄດ້ຮັບຮູ້ ແລະ ເຂົ້າໃຈ ເນື້ອໃນ, ທາດແທ້, ອຸດົມການຂອງພັກ ແລະ ພ້ອມ ກັນສູ້ຊົນບຸກບືນສຸມສະຕິປັນ ຍາເຂົ້າໃນການເຝິກຝົນຫຼໍ່ຫຼອມ ຕົນເອງຢ່າງຮອບດ້ານ ທັງເອົາ
ໃຈໃສ່ຈັດຕັ້ງປະຕິບັດ ຕາມກົດ ລະບຽບຂອງພັກຢ່າງຖືກຕ້ອງ ແລະ ເຂັ້ມງວດ.
ໂດຍ: ຄຳແປງ ຟອງສາຍໄໝ .
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ