ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ທະຫານເມືອງແບງ ແຂວງອຸດົມໄຊ ບໍລິຈາກເລືອດຊ່ວຍເຫຼືອສັງຄົມ
ເວລາອອກຂ່າວ: 2022-04-25 10:35:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 286 | ຄວາມນິຍົມ:



ວັນທີ 8 ເມສາ 2022, ກອງ ບັນຊາການທະຫານ ເມືອງແບງ ແຂວງອຸດົມໄຊ ໄດ້ປຸກລະດົມການ ບໍລິຈາກເລືອດ ເພື່ອຊ່ວຍເຫຼືອ ສັງຄົມ, ໂດຍມີ ສະຫາຍ ທອງຈັນ ສຸກສັກດາ ຮອງຫົວໜ້າອົງການກາ ແດງແຂວງອຸດົມໄຊ, ສະຫາຍ ພັນ ຕີ ສົມເຄືອນ ຕະວະລາດ ຮອງຫົວ ໜ້າການເມືອງ ກອງບັນຊາການ ທະຫານເມືອງແບງ, ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ. ການບໍລິຈາກເລືອດແບບ ສະໝັກໃຈໂດຍບໍ່ຮຽກຮ້ອງຄ່າ ຕອບແທນໄດ້ຖືກຍອມຮັບຈາກ ສັງຄົມລາວ ແລະ ຈຳນວນຜູ້ ເຂົ້າຮ່ວມບໍລິຈາກເລືອດໃນແຕ່ ລະປີມີຈຳນວນເພີ່ມຂຶ້ນ ແຕ່ ທະຫານເມືອງແບງ ແຂວງອຸດົມໄຊ ບໍລິຈາກເລືອດຊ່ວຍເຫຼືອສັງຄົມເຖິງຢ່າງໃດກໍຕາມ ໃນເງື່ອນໄຂ ສັງຄົມໃນປັດຈຸບັນຍັງມີຄວາມ ຮຽກຮ້ອງຕ້ອງການເລືອດນັບມື້ ນັບເພີ່ມຂຶ້ນ ເຊິ່ງບາງໄລຍະຢູ່ ສູນເລືອດກໍມີເລືອດຈຳກັດ, ບໍ່ສາ ມາດຕອບສະໜອງໃຫ້ຄົນເຈັບ, ເປັນຕົ້ນແມ່ນໄລຍະມີໄພພິບັດ, ເກີດອຸບັດຕິເຫດໃຫຍ່ ແລະ ອື່ນໆ. ຍ້ອນເຫັນໄດ້ຄວາມສຳຄັນດັ່ງ ກ່າວ, ອົງການກາແດງແຂວງ ອຸດົມໄຊ ຈິຶ່ງໄດ້ຈັດກິດຈະກຳບໍ ລິຈາກເລືອດຊ່ວຍເຫຼືອສັງຄົມ ປະຈຳປີ 2022 ເພື່ອສະແດງ ກ້ອນກຳລັງຄວາມສາມັກຄີປອງ ດອງຂອງປວງຊົນທັງຊາດ, ເຊິ່ງແມ່ນປັດໄຈໜຶ່ງຕັດສິນການ ຄົງຕົວ ແລະ ຂະຫຍາຍຕົວຂອງ ຊາດໜຶ່ງ. ດັ່ງນັ້ນ, ໜຶ່ງຍົດເລືອດ v ຕົ້ນເດືອນ ເມສາ 2022, ຄອບຄົວພົມລິນທອງ ໄດ້ນຳ ເອົາຄອມພິວເຕີໂນດບຸກ ຈໍາ ນວນ 1 ໜ່ວຍ ມູນຄ່າ 5.000.000 ກີບ, ມອບໃຫ້ພະແນກໂຄສະນາອົບ ຮົມ ຫ້ອງການເມືອງ ກອງບັນ ຊາການທະຫານແຂວງ ບໍ່ແກ້ວ, ໂດຍການກ່າວມອບຂອງ ສະຫາຍ ພັນຕີ ນາງ ສີພົມ ພົມລິນທອງ ຫົວໜ້າພະແນກສະຫະພັນແມ່ຍິງ ກອງບັນຊາການທະຫານແຂວງ ບໍ່ແກ້ວ ແລະ ກ່າວຮັບ ໂດຍສະຫາຍ ພັນຕີ ວຽງເພັດ ສີວົງສາ ຮອງຫົວ ໜ້າພະແນກໂຄສະນາອົບຮົມ ຫ້ອງການເມືອງ ກອງບັນຊາ ການທະຫານແຂວງບໍ່ແກ້ວ. ສະຫາຍ ພັນຕີ ວຽງເພັດ ສີວົງ ສາ ໄດ້ຕາງໜ້າພະແນກໂຄສະນາ ອົບຮົມ ກ່າວສະແດງຄວາມ ຂອບໃຈມາຍັງຄອບຄົວພົມລິນ ທອງທີ່ເຫັນໄດ້ຄວາມໝາຍ, ຄວາມສໍາ ຄັນຂອງວຽກງານໂຄ ສະນາອົບຮົມ ຈຶ່ງໄດ້ນໍາເຄື່ອງ ຄອມພິວເຕີໂນດບຸກມາມອບ ໃຫ້ໃນຄັ້ງນີ້, ເພື່ອເປັນການ ປະກອບສ່ວນເຂົ້າໃນການປະຕິ ບັດວຽກງານຕາມພາລະບົດບາດ ໃນການພິມເອກະສານຕ່າງໆ ເປັນຕົ້ນແມ່ນການຈັດພິມຂ່າວ, ສົ່ງຂ່າວ ເຮັດໃຫ້ມີຄວາມສະ ດວກສະບາຍຂຶ້ນຫຼາຍກວ່າ ເກົ່າ. ພ້ອມທັງ, ໃຫ້ຄຳໝັ້ນສັນຍາ ວ່າຈະນຳໃຊ້ເຄື່ອງດັ່ງກ່າວເຂົ້າ ໃນໜ້າທີ່ວຽກງານຕົວຈິງໃຫ້ເກີດ ຜົນປະໂຫຍດສູງ. ໂດຍ: ວໍລະສິດ ພິດສະຫາຍ ມອບຄອມພິວເຕີໂນດບຸກ ໃຫ້ພະແນກໂຄສະນາອົບຮົມ ທະຫານແຂວງບໍ່ແກ້ວ ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ເປີດຮຽນສະໜັບສະໜູນພັກ ແມ່ນນ້ຳໃຈຂອງ ພະນັກງານ-ນັກຮົບເພື່ອຊ່ວຍກັນພັດທະນາປະ ເທດຊາດໃຫ້ກ້າວຂຶ້ນສູ່ຄວາມຮຸ່ງເຮືອງສີວິໄລ. ສະເພາະໃນຄັ້ງນີ້, ກອງບັນຊາການທະຫານເມືອງ ແບງ ແຂວງອຸດົມໄຊໄດ້ມີຜູ້ບໍລິຈາກຈໍານວນ 2 ສະຫາຍ, ໄດ້ ຮັບເລືອດ 2 ຖົງ. ສະຫາຍ ທອງຈັນ ສຸກສັກດາ ໄດ້ຕາງໜ້າອົງການກາແດງກ່າວ ສະແດງຄວາມຂອບໃຈມາຍັງ ຄະນະພັກ-ຄະນະບັນຊາຕະ ຫຼອດຮອດ ພະນັກງານ-ນັກຮົບທີ່ໄດ້ຮ່ວມບໍລິຈາກເລືອດໃນຄັ້ງນີ້. ພ້ອມທັງໄດ້ມອບໃບຍ້ອງຍໍ ໃຫ້ຜູ້ທີ່ສະໝັກໃຈບໍລິຈາກເລືອດ ຕື່ມອີກ. ຂ່າວໃຫ້ຮູ້ຕື່ມອີກວ່າ: ວັນທີ 21 ເມສາ 2022, ນາຍ ແລະ ພົນ ທະຫານຕະຫຼອດຮອດນັກສຶກ ສາສ້າງແພດ ຊັ້ນກາງໂຮງໝໍ ບໍລິເວນ 107 ກອງທັບ ກໍໄດ້ຮ່ວມ ໃຈກັນບໍລິຈາກເລືອດ ເພື່ອຊ່ວຍ ເຫຼືອສັງຄົມໃຫ້ສູນບໍລິຈາກເລືອດ ອົງການກາແດງແຂວງຫຼວງ ພະບາງ ເຊັ່ນດຽວກັນ. ໃນນັ້ນ, ມີຜູ້ສະໝັກໃຈບໍລິຈາກເລືອດທັງ ໝົດ 13 ສະຫາຍ, ຍິງ 4 ສະຫາຍ. ໂດຍ : ທອງສະຫັວນ ແລະ ນາງ ສະລິຈັນ ພັດທະນາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ