ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ມອບຄອມພິວເຕີໂນດບຸກ ໃຫ້ພະແນກໂຄສະນາອົບຮົມ ທະຫານແຂວງບໍ່ແກ້ວ
ເວລາອອກຂ່າວ: 2022-04-25 10:34:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 334 | ຄວາມນິຍົມ:



ຕົ້ນເດືອນ ເມສາ 2022, ຄອບຄົວພົມລິນທອງ ໄດ້ນຳ ເອົາຄອມພິວເຕີໂນດບຸກ ຈໍາ ນວນ 1 ໜ່ວຍ ມູນຄ່າ 5.000.000 ກີບ, ມອບໃຫ້ພະແນກໂຄສະນາອົບ ຮົມ ຫ້ອງການເມືອງ ກອງບັນ ຊາການທະຫານແຂວງ ບໍ່ແກ້ວ, ໂດຍການກ່າວມອບຂອງ ສະຫາຍ ພັນຕີ ນາງ ສີພົມ ພົມລິນທອງ ຫົວໜ້າພະແນກສະຫະພັນແມ່ຍິງ ກອງບັນຊາການທະຫານແຂວງ ບໍ່ແກ້ວ ແລະ ກ່າວຮັບ ໂດຍສະຫາຍ ພັນຕີ ວຽງເພັດ ສີວົງສາ ຮອງຫົວ ໜ້າພະແນກໂຄສະນາອົບຮົມ ຫ້ອງການເມືອງ ກອງບັນຊາ ການທະຫານແຂວງບໍ່ແກ້ວ. ສະຫາຍ ພັນຕີ ວຽງເພັດ ສີວົງ ສາ ໄດ້ຕາງໜ້າພະແນກໂຄສະນາ ອົບຮົມ ກ່າວສະແດງຄວາມ ຂອບໃຈມາຍັງຄອບຄົວພົມລິນ ທອງທີ່ເຫັນໄດ້ຄວາມໝາຍ, ຄວາມສໍາ ຄັນຂອງວຽກງານໂຄ ສະນາອົບຮົມ ຈຶ່ງໄດ້ນໍາເຄື່ອງ ຄອມພິວເຕີໂນດບຸກມາມອບ ໃຫ້ໃນຄັ້ງນີ້, ເພື່ອເປັນການ ປະກອບສ່ວນເຂົ້າໃນການປະຕິ ບັດວຽກງານຕາມພາລະບົດບາດ ໃນການພິມເອກະສານຕ່າງໆ ເປັນຕົ້ນແມ່ນການຈັດພິມຂ່າວ, ສົ່ງຂ່າວ ເຮັດໃຫ້ມີຄວາມສະ ດວກສະບາຍຂຶ້ນຫຼາຍກວ່າ ເກົ່າ. ພ້ອມທັງ, ໃຫ້ຄຳໝັ້ນສັນຍາ ວ່າຈະນຳໃຊ້ເຄື່ອງດັ່ງກ່າວເຂົ້າ ໃນໜ້າທີ່ວຽກງານຕົວຈິງໃຫ້ເກີດ ຜົນປະໂຫຍດສູງ. ໂດຍ: ວໍລະສິດ ພິດສະຫາຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ