
ໂຮງຮຽນການທະຫານທ້ອງຖິ່ນແຂວງອັດຕະປື ເຜີຍແຜ່ແຜນການສອບເສັງຈົບຊັ້ນ
ເວລາອອກຂ່າວ: 2022-04-22 09:44:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1956 | ຄວາມນິຍົມ:
ວັນທີ 19 ເມສາ 2022, ໂຮງຮຽນການທະຫານທ້ອງຖິ່ນ ແຂວງອັດຕະປື, ໄດ້ຈັດຕັ້ງເຜີຍ ແຜ່ແຜນການສອບເສັງຈົບຊັ້ນ ໃຫ້ແກ່ນັກຮຽນບໍາລຸງການທະຫານຂັ້ນພື້ນຖານ ລະບົບ 6 ເດືອນ ຊຸດທີ lll, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ຄຳເພົ້າ ເທດສາ ນາວົງ ຮອງຫົວໜ້າຫ້ອງການ ເມືອງ ກອງບັນຊາການທະຫານ ແຂວງອັດຕະປື, ມີຄະນະພັກ- ຄະນະອໍານວຍການ, ພະແນກ ການທີ່ກ່ຽວຂ້ອງ, ອະນຸກໍາມະ ການສອບເສັງ, ພະນັກງານ ແລະ ຄູ-ອາຈານ ເຂົ້າຮ່ວມ.
ສະຫາຍ ພັນໂທ ທິດສະຫວັນ
ໄຊແກ້ວຍະວົງ ຮອງຫົວໜ້າພະ ແນກໂຮງຮຽນ ກອງບັນຊາການ ທະຫານແຂວງອັດຕະປື ໄດ້ຜ່ານ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ຄະນະຊີ້ນໍາລວມ ແລະ ອະນຸກຳ ມະການສອບເສັງຈົບຊັ້ນ ໃຫ້ນັກ ຮຽນບຳລຸງການທະຫານຂັ້ນພື້ນ ຖານ ລະບົບ 6 ເດືອນ ຊຸດທີ lll ສົກ
ປີ 2021-2022, ອີງຕາມ ຂໍ້ກໍາ
ນົດ ກົດລະບຽບກ່ຽວກັບວຽກ ງານໂຮງຮຽນໃນກອງທັບປະຊາ ຊົນລາວ ແລະ ຜ່ານແຜນການ ສອບເສັງຈົບຊັ້ນ ອີງຕາມໂຄງ ການຫຼັກສູດບໍາລຸງການທະຫານ ຂັ້ນພື້ນຖານ ລະບົບ 6 ເດືອນ ທີ່ ເຊັນອະນຸມັດໂດຍກົມໃຫຍ່ເສນາ ທິການກອງທັບ. ທັງນີ້, ເພື່ອກວດ
ກາ, ຕີລາຄາຄືນລະດັບຄວາມຮູ້ ຄວາມສາມາດດ້ານການເມືອງ- ແນວຄິດ, ການທະຫານ, ດ້ານລະ ບຽບວິໄນ, ສິລະປະຍຸດ-ຍຸດທະ ວິທີ ແລະ ເຫຼົ່າຮົບວິຊາສະເພາະຜ່ານການຈັດຕັ້ງຮໍ່າຮຽນໃນໄລຍະ 6 ເດືອນຜ່ານມາ ໃຫ້ນັກຮຽນ ບໍາລຸງການທະຫານຂັ້ນພື້ນຖານ ທັງເປັນການກວດສອບຄືນກ່ຽວ ກັບການຮຽນ-ການສອນຂອງ ຄູ-ອາຈານ ແລະ ນັກຮຽນ ໃຫ້ມີ ຄຸນນະພາບສູງ, ເຊິ່ງເນື້ອໃນການ
ສອບເສັງຄັ້ງນີ້, ລວມມີ 5 ວິຊາ ຄື: ພາກວິຊາການເມືອງ-ກົດ ໝາຍ, ລະບຽບ-ກີລາ, ສິລະປະ ຍຸດທະຫານຮາບ, ສີລະປະຍຸດ ແບກຫາບ ແລະ ຍຸດທະວິທີທະ ຫານຮາບ.
ໂດຍ: ຄໍາສິງ ດວງພະບາງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ