ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະຫາຍຫົວໜ້າການເມືອງກອງບັນຊາການທະຫານແຂວງຫຼວງພະບາງໂອ້ລົມພະນັກງານ-ນັກຮົບກອງຮ້ອຍ 7
ເວລາອອກຂ່າວ: 2019-01-28 09:29:42 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 33 | ຄວາມນິຍົມ:



ວັນທີ 10 ມັງກອນ 2019 ຜ່ານມານີ້, ທ່ານ ພົນຈັດຕະວາ ບຸນຊູ ດວງຄໍາມີ ຄະນະປະຈໍາພັກ ແຂວງ, ຫົວໜ້າການເມືອງກອງ ບັນຊາການທະຫານແຂວງຫຼວງ ພະບາງ ໄດ້ພົບປະໂອ້ລົມພະ ນັກງານ-ນັກຮົບຢູ່ກອງຮ້ອຍ 7 ເນື່ອງໃນໂອກາດເຄື່ອນໄຫວ ປາຖະກະຖາມູນເຊື້ອກອງທັບປະຊາຊົນລາວ ຄົບຮອບ 70 ປີ ໂດຍມີຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານສະມາ ຊິກພັກ-ນັກຮົບພາຍໃນກົມກອງ ດັ່ງກ່າວເຂົ້າຮ່ວມຮັບຟັງຢ່າງ ພ້ອມພຽງ. ໃນໂອກາດນີ້ທ່ານ ພົນຈັດຕະ ວາ ບຸນຊູ ດວງຄໍາມີ ໄດ້ມີຄໍາ ເຫັນຮຽກຮ້ອງມາຍັງພະນັກງານ ຫຼັກແຫຼ່ງ, ສະມາຊິກພັກ-ນັກຮົບ. ຕ້ອງເສີມຂະຫຍາຍນໍ້າໃຈຮັກ ຊາດ, ຮັກລະບອບໃໝ່, ຮັກບ້ານ ເກີດເມືອງນອນ, ເສີມຂະຫຍາຍ ທາດແທ້ມູນເຊື້ອກອງທັບ, ເດັດ ດ່ຽວສະກັດກັ້ນບັນຫາປາກົດ ການຫຍໍ້ທໍ້ ເປັນຕົ້ນແມ່ນພະຍາດ ອາດຍາສິດ, ສວຍໃຊ້ອໍານາດໜ້າ ທີ່ຕໍາແໜ່ງໄປໃນທາງທີ່ບໍ່ດີ, ທັບ ມ້າງກົນອຸບາຍມ້າງເພທໍາລາຍ ຂອງສັດຕູຢ່າງສິ້ນເຊີງ. ຄະນະ ພັກ-ຄະນະບັນຊາແຕ່ລະຂັ້ນສະມາຊິກພັກແຕ່ລະສະຫາຍຕ້ອງ ເພີ່ມທະວີຄວາມຮັບຜິດຊອບໃນ ການຈັດຕັ້ງປະຕິບັດແນວທາງ ຂອງພັກ, ຫັນແນວທາງລົງສູ່ກົມ ກອງ ແລະ ຈັດຕັ້ງປະຕິບັດໃຫ້ເກີດ ໝາກເກີດຜົນ. ການເຄື່ອນໄຫວ ເຮັດໜ້າທີ່ກໍຕ້ອງຍົກສູງຄວາມ ຮັບຜິດຊອບ ແລະ ຕ້ອງມີຄວາມ ສະດຸ້ງໄວຕໍ່ບັນຫາໃໝ່ທີ່ອາດເກີດ ຂຶ້ນ. ພ້ອມກັນນັ້ນກໍຕ້ອງປັບປຸງ ວິທີເຮັດວຽກໃຫ້ມີແບບແຜນທີ່ມີວິທະຍາສາດບົນຫຼັກການລວມ ສູນເປັນໝູ່ຄະນະ, ແບ່ງໃຫ້ບຸກ ຄົນຮັບຜິດຊອບຢ່າງລະອຽດຈະ ແຈ້ງ, ສືບຕໍ່ຊີ້ນໍາເຮັດໃຫ້ສະພາບ ມີຄວາມສະຫງົບ, ປັບປຸງລະບອບ ປະຈໍາການໃຫ້ຢູ່ໃນທ່າກຽມພ້ອມ ສູ້ຮົບ ແລະ ການປ້ອງກັນເວນ ຍາມແຕ່ລະຈຸດໃຫ້ມີຄວາມເຂັ້ມ ງວດ, ຈັດຕັ້ງກໍາລັງຫັນລົງກໍ່ສ້າງ ຮາກຖານ ແລະ ການເມືອງ ຕິດ ພັນກັບອໍານາດການປົກຄອງ ທ້ອງຖິ່ນ. ເອົາໃຈໃສ່ປັບປຸງລະ ບຽບວິໄນໃຫ້ເຂັ້ມງວດ ໃນນັ້ນ ແມ່ນຕ້ອງເປີດອົບຮົມຮໍ່າຮຽນ 7 ລະບອບ 18 ວຽກ, ລະບຽບວິ ໄນຂອງກອງທັບ, ລະບຽບວິໄນ 12 ຂໍ້ຕໍ່ປະຊາຊົນ, ຄໍາປະຕິຍານ 8 ຂໍ້ ຖືເອົາຂໍ້ກໍານົດດັ່ງກ່າວເປັນ ການກວດກາຄຸນທາດການ ເມືອງ, ເອົາໃຈໃສ່ສຶກສາອົບຮົມ ການເມືອງ, ນໍາພາແນວຄິດ ຍົກ ສູງນໍ້າໃຈຮັບຜິດຊອບ, ປັບປຸງແກ້ ໄຂຂໍ້ຄົງຄ້າງຕ່າງໆ ໂດຍສະເພາະ ແມ່ນບັນຫາພະນັກງານສະມາຊິກ ພັກທີ່ເສື່ອມຖອຍທາງດ້ານຄຸນ ທາດການເມືອງ ແລະ ຄຸນສົມບັດ ສິນທໍາປະຕິວັດຢ່າງເຂັ້ມງວດ. ຊຸກຍູ້ຂະບວນການກໍ່ສ້າງໜ່ວຍ ພັກປອດໃສ, ໜັກແໜ້ນ, ເຂັ້ມແຂງ ແລະ ຕິດພັນກັບການປັບປຸງແກ້ ໄຂຮັບປະກັນຊີວິດການເປັນຢູ່ ໃຫ້ນັບມື້ດີຂຶ້ນ ໂດຍຕິດພັນກັບ ມູນເຊື້ອທີ່ເຄີຍເປັນກໍາລັງທີ່ດຸໝັ່ນ ຂະຫຍັນພຽນໃນການອອກແຮງ ງານເພີ່ມພູນຜະລິດຜົນປູກຝັງ- ລ້ຽງສັດບົນຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ ໂດຍອີງໃສ່ ເງື່ອນໄຂທ່າແຮງບົ່ມຊ້ອນຂອງ ກົມກອງປັບປຸງກົມກອງຫັນເຂົ້າ ສູ່ລະບົບທີ່ແໜ້ນຫນາຖາວອນມີ ຄວາມເປັນລະບຽບຮຽບຮ້ອຍ ແລະ ມີສະຫງົບປອດໄພ ໃນໂອ ກາດນີ້ຍັງໄດ້ມອບຫຼຽນກາລະ ນຶກ 70 ປີໃຫ້ພະນັກງານຜູ້ທີ່ມີ ຜົນງານດີເດັ່ນຈໍານວນ 26 ໜ່ວຍ ຕື່ມອີກ. ໂດຍ: ສົມພອນ ສຸວັນທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ