ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ເຂົ້າອວຍພອນຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 11 ເນື່ອງໃນໂອກາດວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ
ເວລາອອກຂ່າວ: 2019-01-25 10:26:34 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 39 | ຄວາມນິຍົມ:



ວັນທີ 18 ມັງກອນ 2019 ທີ່ຜ່ານມານີ້ ຄະນະພັກ-ຄະນະ ບັນຊາກອງພັນໃຫຍ່11 ເຊິ່ງນຳ ໂດຍທ່ານ ພັນເອກ ບຸນສົງ ພິມມະວົງ ເລຂາຄະນະພັກ ຫົວ ໜ້າການເມືອງກອງພັນໃຫຍ່11 ພ້ອມດ້ວຍຄະນະພັກ-ຄະນະ ບັນຊາ ພະນັກງານຫຼັກແຫຼ່ງ ໄດ້ຕ້ອນຮັບທ່ານ ນາງ ໃບຄຳ ຂັດຕິຍະ ກຳມະການສຳຮອງສູນ ກາງພັກ ຮອງລັດຖະມົນຕີກະ ຊວງແຮງງານ ແລະ ສະຫວັດດີ ການສັງຄົມ ພ້ອມ ດ້ວຍຄະນະ ທີ່ໄດ້ນຳເອົາກະຕ່າຂອງຂວັນ ດອກໄມ້ມາອວຍພອນ ເນື່ອງ ໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວຄົບຮອບ 70 ປີ. ໂອກາດດັ່ງກ່າວທ່ານ ນາງ ໃບຄຳ ຂັດຕິຍະ ກໍໄດ້ຕາງໜ້າ ໃຫ້ທາງຄະນະກ່າວສະແດງ ຄວາມຢື້ຢາມຖາມຂ່າວມາຍັງ ນາຍ ແລະ ພົນທະຫານໃນທົ່ວ ກອງພັນໃຫຍ່ 11 ເຊິ່ງບາງຕອນ ທ່ານໄດ້ກ່າວວ່າ: ໃນໂອກາດວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ຂ້າພະເຈົ້າພ້ອມ ດ້ວຍຄະນະຂໍສະແດງຄວາມ ຍ້ອງຍໍຊົມເຊີຍ ແລະ ອວຍພອນ ໄຊອັນປະເສີດມາຍັງຄະນະ ພັກ-ຄະນະບັນຊານາຍແລະ ພົນທະຫານ ໃນກອງພັນໃຫຍ່ 11 ນີ້ຈົ່ງມີສຸຂະພາບເຂັ້ມແຂງ ມີຜົນສຳເລັດໃນໜ້າທີ່ວຽກງານ ທຸກປະການສືບຕໍ່ເປັນກຳລັງ ແຮງໃນການປົກປັກຮັກສາແລະ ສ້າງສາພັດທະນາປະເທດຊາດ ເວົ້າສະເພາະກໍຄືກົມກອງໃຫ້ນັບ ມື້ຫນັກແຫນ້ນເຂັ້ມແຂງຂ້າພະ ເຈົ້າຫວັງວ່າການພົວພັນລະ ຫວ່າງສອງອົງການຈັດຕັ້ງຄືກະ ຊວງແຮງງານ ແລະ ສະຫວັດດີ ການ ສັງຄົມ ແລະ ກອງພັນໃຫຍ່ 11 ຈະສືບຕໍ່ພົວພັນຮ່ວມມືກັນຢ່າງ ຕັ້ງໜ້າເພື່ອພ້ອມກັນປະຕິບັດ ສອງໜ້າທີ່ຍຸດທະສາດປົກປັກ ຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ທີ່ບັນພະບູລຸດຮຸ່ນ ກ່ອນໄດ້ສ້າງໄວ້ເພື່ອໃຫ້ບັນລຸສະ ຫັດສະວັດໃໝ່ແຫ່ງການພັດທະ ນາຈາກນັ້ນທ່ານພັນເອກ ບຸນສົງ ພິມມະວົງ ເລຂາຄະນະພັກ ຫົວ ໜ້າການເມືອງກອງພັນໃຫຍ່11 ກໍໄດ້ຕາງໜ້າໃຫ້ພະນັກງານ-ນັກຮົບພາຍໃນກົມກອງກ່າວ ສະແດງຄວາມຂອບໃຈມາຍັງ ທ່ານນາງ ໃບຄຳ ຂັດຕິຍະ ທີ່ໄດ້ ສະຫຼະເວລາອັນມີຄ່ານຳເອົາກະ ຕ່າຂອງຂວັນພ້ອມຄຳອວຍພອນ ອັນປະເສີດມາມອບໃຫ້ພະນັກ ງານ-ນັກຮົບພາຍໃນກອງພັນ ໃຫຍ່ 11 ໃນຄັ້ງນີ້ ແລະ ກໍໄດ້ກ່າວ ອວຍພອນທ່ານພ້ອມດ້ວຍຄະ ນະຈົ່ງມີຄວາມຜາສຸກໃນຊີວິດ ສ່ວນຕົວກໍຄືໜ້າທີ່ວຽກງານ ທຸກປະການຫວັງວ່າການພົວ ພັນຮ່ວມມືລະຫວ່າງສອງອົງ ການຈັດຕັ້ງພວກເຮົາຈະໄດ້ຮັບ ການພັດທະນາເສີມຂະຫຍາຍ ຍິ່ງໆຂຶ້ນ. ໃນໂອກາດສຸດທີ່ມີຄວາມ ໝາຍນີ້ ທ່ານ ນາງ ໃບຄຳ ຂັດຕິຍະ ກໍໄດ້ຕາງໜ້າໃຫ້ຄະນະ ມອບກະ ຕ່າຂອງຂວັນດອກໄມ້ ເຊິ່ງຕາງ ໜ້າກ່າວຮັບໂດຍ ທ່ານ ພັນເອກ ບຸນສົງ ພິມມະວົງ ພ້ອມດ້ວຍພະ ນັກງານທັງສອງຝ່າຍ. ໂດຍ: ສຸກັນ ວົງສະຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ