ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ພະນັກງານພັກຜ່ອນຮັບເບ້ຍບຳນານ
ເວລາອອກຂ່າວ: 2019-01-16 14:46:56 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 34 | ຄວາມນິຍົມ:



ໃນວັນທີ 10 ມັງກອນ 2019 ນີ້, ກອງບັນຊາການທະຫານ ແຂວງສະຫວັນນະເຂດ, ໄດ້ຈັດ ພິທີມອບເງິນອຸດໜູນໃຫ້ພະນັກ ງານພັກຜ່ອນຮັບບຳນານຈຳ ນວນ 13 ສະຫາຍ ລວມເງິນທັງ ໝົດ 200 ກວ່າລ້ານ ກີບ ໂດຍ ການເຂົ້າຮ່ວມເປັນປະທານຂອງ ພັນໂທ ຄຳຜົງ ພັດທະນາ ຄະ ນະພັກ ຮອງຫົວໜ້າຫ້ອງການ ເມືອງ ກອງບັນຊາການທະຫານ ແຂວງສະຫວັນນະເຂດ ພ້ອມ ດ້ວຍພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ. ໃນພິທີ ພັນຕີ ສີດາວເຄນ ພັດທະນາ ຊ່ວຍວຽກພະແນກ ພະນັກງານທະຫານແຂວງໄດ້ ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການ ອະນຸມັດໃຫ້ນາຍທະຫານພັກ ການຮັບບຳນານ ແລະ ໃນໂອ ກາດດັ່ງກ່າວນີ້ ພັນໂທ ຄຳຜົງ ພັດທະນາ ກໍໄດ້ຕາງໜ້າໃຫ້ຄະ ນະພັກ-ຄະນະກອງບັນຊາການ ທະຫານແຂວງສະຫວັນນະເຂດ ມີຄໍາເຫັນຕໍ່ພະນັກງານທີ່ພັກ ຜ່ອນບຳນານ ເຊິ່ງກ່ອນອື່ນໄດ້ ສະແດງຄຳຍ້ອງຍໍຊົມເຊີຍຕໍ່ຜົນ ງານທີ່ບັນດາສະຫາຍໄດ້ປະ ກອບສ່ວນສ້າງຄຸນງາມຄວາມດີ ໃຫ້ແກ່ປະເທດຊາດໃນໄລຍະ ຜ່ານມາ ພ້ອມທັງສະແດງຄວາມ ເຊື່ອໜັ້ນວ່າພາຍຫຼັງພັກຜ່ອນບຳ ນານແລ້ວແຕ່ລະສະຫາຍຈະ ຕ້ອງໄດ້ສືບຕໍ່ປະກອບສ່ວນຊ່ວຍ ເຫຼືອອຳນາດການປົກຄອງ ກໍຄື ຊ່ວຍເຫຼືອສຶກສາອົບຮົມລູກຫຼານ ແລະ ພໍ່ແມ່ປະຊາຊົນໃຫ້ປະຕິບັດ ລະບຽບກົດໝາຍບ້ານເມືອງ ເພື່ອໃຫ້ເຂົາເຈົ້າກາຍເປັນຄົນດີ ຂອງສັງຄົມ ແລະ ເປັນກຳລັງ ແຮງອັນສຳຄັນເຂົ້າໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດໃຫ້ຈະເລີນ ຮຸ່ງເຮືອງຂຶ້ນໄປເລື້ອຍໆ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ