ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ອະດີດສິດເກົ່າໂຮງຮຽນນາຍສີບເລກ 2 ວຽງໄຊ ມອບເຄືອງ ແລະ ເງີນໃຫ້ໜ່ວຍສິລະປະທະຫານແຂວງເຊກອງ
ເວລາອອກຂ່າວ: 2019-01-16 14:45:33 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 399297292 | ຄວາມນິຍົມ:



ໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບຮອບ 70 ປີ ແລະ ວັນ ສ້າງຕັ້ງກອງບັນຊາການທະ ຫານແຂວງເຊກອງ ຄົບຮອບ 35 ປີນີ້ ທ່ານ ນາງ ວຽງສະຫວັນ ນະຄອນສິດ ອະດີດສິດ ເກົ່າໂຮງ ຮຽນນາຍສິບເລກ 2 ວຽງໄຊ ພ້ອມຄອບຄົວ ໄດ້ນຳເອົາເຄື່ອງ ນຸ່ງຈຳນວນ 30 ຊຸດ ພ້ອມເງິນ ສົດ 500.000 ກີບ ລວມມູນຄ່າ 2.500.000 ກີບ, ໄປມອບໃຫ້ ໜ່ວຍສິລະປະກອງບັນຊາການ ທະຫານແຂວງເຊກອງ. ໂດຍ ເປັນກຽດກ່າວຮັບຂອງ ພັນໂທ ລາດສະວົງ ແກ້ວດາສິນ ຄະນະ ຫ້ອງ ຮອງຫົວໜ້າຫ້ອງການ ເມືອງ ກອງບັນຊາການທະຫານ ແຂວງເຊກອງ, ມີບັນດາຫົວໜ້າ ພະແນກ, ຮອງພະແນກ ພ້ອມ ດ້ວຍອ້າຍນ້ອງໜ່ວຍງານສິລະ ປະເຂົ້າຮ່ວມຢ່າງພ້ອມພຽງ. ໂອກາດດັ່ງກ່າວນີ້ ທັງສອງ ຝ່າຍກໍໄດ້ພົບປະໂອ້ລົມ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ບົນພື້ນຖານອຸດົມການທີ່ ເຕັມໄປດ້ວຍຄວາມສາມັກຄີຮັກ ແພງ ແລະ ຄວາມປອງດອງ ຮ່ວມມືມິດຕະພາບລະຫວ່າງ ຄອບຄົວ ທ່ານ ນາງ ວຽງສະ ຫວັນ ນະຄອນສິດ ກັບ ກອງບັນ ຊາການທະຫານແຂວງເຊກອງ ເວົ້າສະເພາະແມ່ນພະແນກໂຄ ສະນາຫ້ອງການເມືອງ. ການ ມອບເຄື່ອງດັ່ງກ່າວນັ້ນ, ກໍເພື່ອ ເປັນການຊຸກຍູ້ວຽກງານສິລະ ປະວັນນະຄະດີ ແລະ ກີລາກາຍະ ກໍາຂອງກອງບັນຊາການທະ ຫານແຂວງເຊກອງໃຫ້ມີບັນຍາ ກາດຟົດຟື້ນມ່ວນຊື່ນ. ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນ ທີ 12 ມັງກອນ ປີ 2019 ນີ້ ທີ່ ສະໂມສອນຫ້ອງການເມືອງທະ ຫານແຂວງເຊກອງ. ໂດຍ: ຮຕ ກອງຄຳ ຈິ່ງດ້າຍອດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ