ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນ 15 ເຄມີສະຫຼຸບວຽກງານປ້ອງກັນພາຍໃນ ແລະ ການສ້າງກອງ 3 ປອດ
ເວລາອອກຂ່າວ: 2019-01-16 14:07:48 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 34 | ຄວາມນິຍົມ:



ວັນທີ 10 ມັງກອນ2019 ນີ້,ກອງພັນ 15 ເຄມີສະຫຼຸບວຽກ ງານປ້ອງກັນພາຍໃນ ແລະ ການ ສ້າງກອງ 3 ປອດ(ປອດໃສ, ປອດ ໄຟ, ປອດຄະດີ) ໂດຍການເປັນ ປະທານຂອງ ພັນເອກ ບົວແກ້ວ ຂຸນປັນຍາ ຫົວຫນ້າກົມເຄມີ ກົມ ໃຫຍ່ເສນາທິການກອງທັບ, ມີ ຄະນະພັກ-ຄະນະບັນຊາ, ພະນັກ ງານ-ນັກຮົບເຂົ້າຮ່ວມ. ພັນໂທ ຄຳຫລອຍ ອິນທິອາ ນົງແກ້ວ ເລຂາຄະນະພັກຮາກ ຖານ ຫົວຫນ້າການເມືອງກອງ ພັນ15 ເຄມີໄດ້ຊີ້ໃຫ້ເຫັນວ່າ: ເຊິ່ງໄລຍະຜ່ານມາຄະນະພັກ-ຄະນະບັນຊາພວກເຮົາໄດ້ຖືສຳ ຄັນວຽກງານປ້ອງກັນພັກ, ປ້ອງ ກັນຕົນເອງ ແລະ ປ້ອງກັນກົມ ກອງໃຫ້ມີຄວາມປອດໃສຂາວສະ ອາດຕິດພັນແຫນ້ນກັບການສຶກ ສາອົບຮົມການເມືອງນຳພາແນວ ຄິດ ສອດຫ້ອຍເຂົ້າທຸກຂົງເຂດ ວຽກງານລວມຂອງກົມກອງ, ເຮັດໃຫ້ພະນັກງານ-ນັກຮົບຮູ້ ແຈ້ງຕໍ່ແນວທາງນະໂຍບາຍ ຂອງພັກ-ກົດຫມາຍຂອງລັດ ແລະ ຂໍ້ກຳນົດ 7 ລະບອບ 18 ວຽກ ຂອງກອງທັບ,ຕ້ານ ແລະ ສະກັດ ກັ້ນບັນຫາຫຍໍ້ທໍ້ທ່ວງດຶງຕໍ່ກັບ ການພັດທະນາກົມກອງຊອກໃຫ້ ເຫັນຂໍ້ຄົງຄ້າງແລ້ວຮີບຮ້ອນແກ້ ໄຂໃຫ້ທ່ວງທັນ, ໄປຄຽງຄູ່ກັບ ການເຮັດຫນ້າທີ່ຮັບປະກັນເປັນ ເສນາທິການໃຫ້ຂັ້ນເທິງທາງ ດ້ານວຽກງານວິຊາສະເພາະທີ່ ມີຄວາມຮັບປະກັນສະກັດກັ້ນສິ່ງ ທີ່ເປັນຜິດເຄມີຕໍ່ສິ່ງແວດລ້ອມ ຢ່າງວ່ອງໄວ, ຊັດເຈນ, ແນ່ນອນ, ພ້ອມນັ້ນຍັງໄດ້ກະຕຸກຊຸກຍູ້ຊາວ ຫນຸ່ມ-ແມ່ຍິງເຄື່ອນໄຫວຕາມ ພາລະບົດບາດຕົນຢ່າງແຂງແຮງ ແລະ ຕໍ່ເນື່ອງ, ເພື່ອຮັບປະກັນ ການສ້າງກອງ 3 ປອດ ກະຕຸກຊຸກ ຍູ້ການສ້າງກອງປອດໃສ, ເຂັ້ມ ແຂງ, ຫນັກແຫນ້ນ, ໂດຍຖືເອົາ ວຽກງານດັ່ງກ່າວເປັນຫນ້າທີ່ຂອງຫມົດທຸກຄົນຮູ້ປ້ອງກັນຕົນ ເອງ, ປ້ອງກັນກົມກອງ ແລະ ປ້ອງກັນການຈັດຕັ້ງພັກ,ຜ່ານ ການປະຕິບັດຕົວຈິງເອົາໃຈໃສ່ໃນການປ້ອງກັນກົມກອງໃຫ້ມີ ຄວາມປອດໃສ, ປອດໄພ, ປອດ ຄະດີປະເພດ I ມີຄື: ກອງຮ້ອຍ 2, ກອງຮ້ອຍ4, ຫນ່ວຍສະຫະ ພັນແມ່ຍິງ,ຫນ່ວຍຊາວຫນຸ່ມ: ປະເພດ II ມີກອງຮ້ອຍ 1,3, ຫມວດສຳນັກງານ, ກອງພັນ 15 ເຄມີ, ໂອກາດດັ່ງກ່າວຍັງໄດ້ປະ ດັບຫລຽນກາລະນຶກກອງທັບ ປະຊາຊົນລາວ ຄົບຮອບ 70 ປີ ໃຫ້ພະນັກງານ-ນັກຮົບຜູ້ທີ່ມີ ຜົນງານໃນພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ແລະ ໄດ້ຮັບການ ຢັ້ງຢືນຈາກຂັ້ນເທິງຢ່າງສົມ ກຽດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ