ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໜ່ວຍຊາວໜຸ່ມຫ້ອງການເມືອງ ສຳເລັດກອງປະຊຸມໃຫຍ່ຄັ້ງທີ 3 ຂອງຕົນ
ເວລາອອກຂ່າວ: 2019-01-16 10:28:25 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 399297286 | ຄວາມນິຍົມ:



v ກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍຊາວໜຸ່ມຫ້ອງການ ເມືອງທະຫານແຂວງສະຫວັນ ນະເຂດ ໄດ້ໄຂຂຶ້ນ ແລະ ອັດລົງ ດ້ວຍຜົນສຳເລັດໃນວັນທີ 9 ມັງກອນ 2019 ນີ້. ເຊິ່ງການ ເປັນປະທານຂອງ ພັນໂທ ຄຳຜົງ ພັດທະນາ ຄະນະພັກກອງບັນ ຊາການ, ຮອງຫົວໜ້າຫ້ອງການ ເມືອງທະຫານແຂວງ, ມີພະ ແນກການທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນຕະຫຼອດຮອດສະ ມາຊິກຊາວໜຸ່ມພາຍໃນໜ່ວຍ ເຂົ້າຮ່ວມ. ໃນພິທີ ພັນຕີ ບຸນຜາຍ ອິນທິຈັກ ເລຂາໜ່ວຍຊາວໜຸ່ມ ຫ້ອງການເມືອງໄດ້ຍົກໃຫ້ເຫັນ ການເຄື່ອນໄຫວວຽກງານໃນໄລ ຍະຜ່ານມາ. ເປັນຕົ້ນແມ່ນການ ກໍ່ສ້າງມະຫາຊົນຜູ້ກ້າວໜ້າເຂົ້າ ເປັນສະມາຊິກຊາວໜຸ່ມ, ເຂົ້າ ຮ່ວມເຊື່ອມຊຶມວຽກງານສືຶກສາ ອົບຮົມການເມືອງນຳພາແນວ ຄິດ. ໃນນັ້ນຍັງໄດ້ຍົກໃຫ້ເຫັນຈຸດ ອ່ອນຂໍ້ຄົງຄ້າງເພື່ອພ້ອມກັນສູ້ ຊົນປະຕິບັດຕາມທິດທາງແຜນ ການຕາມທິດເພິ່ງຕົນເອງ, ກຸ້ມ ຕົນເອງ ແລະ ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ ຂຸດຄົ້ນທ່າ ແຮງບົ່ມຊ້ອນຂອງກົມກອງ ລວມໝູ່ ແລະ ບຸກຄົນເພື່ອແກ້ ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນເປັນ ກ້າວໆ ແລະ ໃນໄລຍະຜ່ານມາ ໜ່ວຍຊາວໜຸ່ມດັ່ງກ່າວຍັງໄດ້ ຮັບນາມະຍົດເປັນໜ່ວຍຊາວ ໜຸ່ມ 4 ບຸກສະໄໝທີ 1 ນໍາອີກ. ກອງປະຊຸມຍັງໄດ້ປ່ອນບັດ ເລືອກຕັ້ງເອົາຄະນະໜ່ວຍຊາວ ໜຸ່ມຊຸດໃໝ່. ເຊິ່ງໃນນັ້ນໄດ້ ເລືອກເອົາ ຮ້ອຍໂທ ວີວອນ ມະໂນສິນ ເປັນເລຂາໜ່ວຍ, ຮ້ອຍໂທ ອາທິວາກອນ ວົງສາ ເປັນຮອງເລຂາ, ຮ້ອຍໂທ ບຸນ ລ້ອມ ວໍລະສານເປັນກຳມະການ ກວດກາ. ໂດຍ: ຄຳໃສ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ