ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປິດງານແຂ່ງຂັນກິລາທົ່ສກອງທັບ ຄັ້ງທີ 2 ດ້ວບັນຍາກາດຟົດຟື້ນດີ.
ເວລາອອກຂ່າວ: 2019-01-16 09:56:25 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 54 | ຄວາມນິຍົມ:



ໃນຕອນບ່າຍຂອງວັນທີ 13 ມັງກອນ 2019 ນີ້ ທີ່ສະໜາມກີລາມະຫາວິທະຍາໄລແຫ່ງຊາດໄດ້ມີການປິດການແຂ່ງຂັນກີລາ ກາຍະກຳທົ່ວກອງທັບ ຄັ້ງທີ 2 ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ. ໂດຍການເຂົ້າ ຮ່ວມເປັນປະທານຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ ຮອງລັດຖະມົນ ຕີກະຊວງປ້ອງກັນປະເທດຫົວໜ້າກົມໃຫຍ່ເສນາທິການກອງທັບ ປະທານຈັດງານແຂ່ງຂັນກີ ລາກາຍະກຳທົ່ວກອງທັບ ຄັ້ງທີ 2 ແລະ ເຂົ້າຮ່ວມມີ ທ່ານ ສົມສີ ຍໍພັນໄຊ ອະທິການບໍດີມະຫາ ວິທະຍາໄລແຫ່ງຊາດ, ມີບັນດາສະຫາຍຄະນະນຳ-ຄະນະບັນຊາ, ຄູເຝິກ, ນັກກີລາ ແລະ ເຈົ້າຫນ້າທີ່ ນາຍ ແລະ ພົນທະຫານເຂົ້າຮ່ວມ. ທ່ານ ພົນຕີ ຈັນທອງ ສອນ ຕະອາດ ຮອງຫົວໜ້າກົມໃຫຍ່ ເສນາທິການກອງທັບ ໄດ້ສະ ຫລຸບການຈັດຕັ້ງແຂ່ງຂັນກີລາ ທີ່ດຳເນີນມາເປັນເວລາ 8 ວັນ (ເລີ່ມແຕ່ວັນທີ 5 - 13/1/ 2019) ເຊິ່ງໄດ້ສຳເລັດລົງຕາມ ແຜນການວາງອອກເຕັມໄປ ດ້ວຍບັນຍາກາດເບີກບານມ່ວນ ຊື່ນ, ສ້າງໄດ້ຄວາມສາມັກຄີ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຮັກສາໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ທຸກປະການ. ຜົນຂອງການແຂ່ງຂັນປະເພດ ຍິງປືນສັ້ນ k-59 (ບຸກຄົນ) ອັນ ດັບ 1 ໄດ້ແກ່ ຮ້ອຍເອກ ສົມຈິດ ສຸລິວົງສັກ ຈາກກົມໃຫຍ່ເສນາ ທິການກອງທັບ, ອັນດັບ 2 ຮ້ອຍ ເອກ ສູນທອນ ວົງຜາສຸກ ຈາກ ກົມ 213, ອັນດັບ 3 ຮ້ອຍເອກ ຕິກ ແກ້ວບົວລະພັນ ຈາກກອງ ພົນທີ 2, ປະເພດປືນ AK ບົດ1 ປະເພດທີມ ( ຍິງເປົ້າເປີດ-ປິດ) ອັນດັບ 1 ໄດ້ແກ່ກົມໃຫຍ່ເສນາ ທິການກອງທັບ, ອັນດັບ 2 ກອງ ພົນທີ 1, ປະເພດ 3 ກອງບັນຊາ ການທະຫານແຂວງເຊກອງ, ປືນ AK ບົດ 2 ປະເພດທີມ (ຍິງເປົ້າຈານເຫຼັກ) ອັນດັບ 1 ກົມໃຫຍ່ເສນາທິການກອງທັບ, ອັນດັບ 2 ກອງພົນທີ 1, ອັນດັບ 3 ກອງບັນຊາການທະຫານ ແຂວງຜົ້ງສາລີ, ປືນ RPK ອັນ ດັບ 1 ກອງບັນຊາການທະຫານ ແຂວງບໍ່ແກ້ວ, ອັນດັບ 2 ວິທະ ຍາຄານກົມມະດຳ, ອັນດັບ 3 ກອງບັນຊາການທະຫານແຂວງ ບໍລິຄຳໄຊ. ກີລານັກຮົບແຂງ ແຮງບຸກຄົນ ແລະ ລວມໝູ່ ປະ ເພດ ບຸກຄົນ ອັນດັບ 1 ຊັ້ນ ຄຳ ປີງ ມິດວັນທອງ ກອງພົນທີ 1, ອັນດັບ 2 ສິບຕີ ສົມພອນ ອະ ຄະປາສາ ກອງພົນທີ 4, ອັນດັບ 3 ສິບເອກ ລຳເງິນ ແລບສະ ຫວັນ ວກ, ປະເພດລວມໝູ່ ອັນ ດັບ 1 ກອງພົນທີ 4, ອັນດັບ 2 ກອງພົນທີ 1, ອັນດັບ 3 ກົມ ໃຫຍ່ເສນາທິການກອງທັບ. ກີ ລາແລ່ນມ້າງປະກອບອາວຸດ ປະ ເພດບຸກຄົນ ອັນດັບ 1 ສິບຕີ ດວງຕາ ດວງມາລາ ຈາກກອງ ພົນທີ 1, ອັນດັບ 2 ຮ້ອຍຕີ ເປີ້ມ ມະນີ ຈາກກອງພົນທີ 1, ອັນດັບ 3 ສິບເອກ ພອນສັກ ດີວັນນາ ຈາກກອງບັນຊາການທະຫານ ແຂວງໄຊຍະບູລີ, ປະເພດລວມ ໝູ່ ອັນດັບ 1 ກອງພົນທີ 1, ອັນ ດັບ 2 ກອງບັນຊາການທະຫານ ແຂວງເຊກອງ, ອັນດັບ 3 ກອງ ບັນຊາການທະຫານແຂວງໄຊ ຍະບູລີ. ກີລາເປຕັງທີມປະສົມ (2 ຊາຍ - 1 ຍິງ) ອັນດັບ 1 ວິ ທະຍາຄານການແພດກອງທັບ, ອັນດັບ 2 ກົມໃຫຍ່ພະລາທິການ ກອງທັບ, ອັນດັບ 3 ກອງບັນຊາ ການທະຫານແຂວງອຸດົມໄຊ, ອັນດັບ 4 ກອງບັນຊາການທະ ຫານແຂວງສະຫວັນນະເຂດ. ກະຕໍ້ທີມດ່ຽວຊາຍ ອັນດັບ 1 ກົມໃຫຍ່ເຕັກນິກກອງທັບ, ອັນ ດັບ 2 ກົມໃຫຍ່ເສນາທິການ ກອງທັບ, ອັນດັບ 3 ກອງບັນຊາ ການທະຫານແຂວງສະຫວັນນະ ເຂດ, ອັນດັບ 4 ກອງບັນຊາ ການທະຫານແຂວງບໍ່ແກ້ວ. ບານສົ່ງຍິງ (ໃນຮົ່ມ) ອັນດັບ 1 ໄດ້ແກ່ກອງພັນໃຫຍ່ 11, ອັນ ດັບ 2 ກົມ ວສ-ປສ ການທະ ຫານ, ອັນດັບ 3 ວປກ, ອັນດັບ 4 ກອງບັນຊາການທະຫານ ແຂວງໄຊຍະບູລີ. ບານສົ່ງຊາຍ ( ໃນຮົ່ມ) ອັນດັບ 1 ກົມໃຫຍ່ ເສນາທິການກອງທັບ, ອັນດັບ 2 ຫ້ອງວ່າການກະຊວງປ້ອງກັນ ປະເທດ, ອັນດັບ 3 ເຫຼົ່າຮົບລົດ ຕັງຍານເກາະ, ອັນດັບ 4 ກອງ ບັນຊາການທະຫານແຂວງໄຊ ຍະບູລີ. ເຕະບານຊາຍ ອັນດັບ 1 ກອງບັນຊາການທະຫານແຂວງ ຈຳປາສັກ, ອັນດັບ 2 ກອງພັນ ໃຫຍ່ 279, ອັນດັບ 3 ວິທະຍາ ຄານົມມະດຳ, ອັນດັບ 4 ກອງ ພົນທີ 1 . ບັນດານັກກີລາ ແລະ ທີມກີ ລາທີ່ໄດ້ທີ 1, ທີ 2 ແລະ ທີ 3 ແມ່ນໄດ້ຮັບຫຼຽນຄຳ, ຫຼຽນເງິນ ແລະ ຫຼຽນທອງ ຕາມລຳດັບ ພ້ອມດ້ວຍເງິນສົດຈຳນວນໜຶ່ງ. ໃນໂອກາດນີ້ ທ່ານ ພົນໂທ ສຸວອນ ເລືອງບຸນມີ ໄດ້ມີຄຳ ເຫັນຕໍ່ພິທີວ່າບັນດາຄະນະພັກ- ຄະນະບັນຊາກົມກອງຕ້ອງສຶກ ສາອົບຮົມການເມືອງ, ນຳພາ ແນວຄິດໃຫ້ພະນັກງານ-ນັກຮົບ ທຸກກົມກອງຈົ່ງເຊື່ອມຊຶມກຳ ແໜ້ນແນວທາງນະໂຍບາຍພັກ-ລັດ ແລະ ມະຕິຄຳສັ່ງຂອງກະ ຊວງປ້ອງກັນປະເທດ, ເອົາໃຈ ໃສ່ວຽກງານອົບຮົມ-ຫັດແອບ ການທະຫານການເມືອງ, ວິຊາ ສະເພາະ ໂດຍສະເພາະແມ່ນເຝິກ ແອບກີລາການທະຫານ, ກີລາ ມວນຊົນໃຫ້ນັບມື້ມີເຕັກນິກການ ຫຼິ້ນນັບມື້ດີຂຶ້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ