ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບເອກອັກຄະລັດຖະທູດຝຮັ່ງຄົນໃໝ່ປະຈຳ ສປປ ລາວ
ເວລາອອກຂ່າວ: 2019-01-11 09:41:36 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 57 | ຄວາມນິຍົມ:



ໃນວັນທີ 10 ມັງກອນ 2019 ນີ້,ທີ່ຫ້ອງຮັບແຂກກະຊວງ ປ້ອງກັນປະເທດ, ທ່ານ ພົນ ເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນ ປະເທດແຫ່ງ ສປປ ລາວ ໄດ້ ໃຫ້ກຽດຕ້ອນຮັບ ທ່ານ ນາງ ຟລໍຣັງ ຊັງບລັງ ຣິສແລ ເຂົ້າ ຢ້ຽມຂ່ຳນັບໃນໂອກາດທີ່ ມາດໍາ ລົງຕໍາແໜ່ງເປັນເອກອັກຄະລັດຖະທູດຄົນໃໝ່ປະຈໍາ ສປປ ລາວ. ໃນໂອກາດນີ້,ທ່ານພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະ ແດງຄວາມຍິນດີຕ້ອນຮັບຢ່າງ ອົບອຸ່ນ ແລະ ຕີລາຄາສູງຕໍ່ທ່ານ ທູດ ທີ່ໄດ້ຮັບແຕ່ງຕັ້ງໃຫ້ມາດໍາ ລົງຕໍາແໜ່ງເປັນເອກອັກຄະລັດ ຖະທູດຄົນໃໝ່ ສ.ຝຣັ່ງ ປະຈໍາ ສປປ ລາວ ໃນຄັ້ງນີ້,ພ້ອມທັງສະ ແດງຄວາມເຊື່ອໝັ້ນວ່າທ່ານຈະ ສືບຕໍ່ເຄື່ອນໄຫວຊຸກຍູ້ໃນການ ການເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງຊາດໃຫ້ນັບ ດີຂຶ້ນ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຝຣັ່ງ. ໃນໂອກາດນີ້ ທ່ານ ທູດຝຣັ່ງໄດ້ສະແດງຄວາມຂອບອົກຂອບໃຈຢ່າງສູງຕໍ່ ທ່ານ ລັດຖະມົນຕີກະຊວງປ້ອງກັນ ປະເທດແຫ່ງ ສປປ ລາວ ທີ່ ໄດ້ໃຫ້ກຽດຕ້ອນຮັບຢ່າງອົບ ອຸ່ນ, ມີຄວາມຮູ້ສຶກເປັນກຽດ ຢ່າງຍິ່ງທີ່ໄດ້ຮັບການແຕ່ງຕັ້ງມາປະຕິບັດໜ້າທີ່ເປັນເອກອັກ ຄະລັດຖະທູດຝຣັ່ງປະຈໍາ ສປປ ລາວ ພ້ອມທັງໃຫ້ການຢືນຢັນວ່າ ຈະສືບຕໍ່ເສີມຂະຫຍາຍການພົວ ພັນຮ່ວມມື ກັນໃນຕໍ່ໜ້າໃຫ້ດີທີ່ ສຸດເພື່ອປະກອບສ່ວນເຮັດໃຫ້ ສາຍພົວພັນ ແລະ ການຮ່ວມ ມືລະຫວ່າງສອງປະເທດຝຣັ່ງ-ລາວມີບາດກ້າວຂະຫຍາຍຕົວ ຂຶ້ນເລື້ອຍໆ. ໂດຍ: ຍັນສະດາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ