ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະນຳ ທຫລ ເຂົ້າອວຍພອນ ວປກ
ເວລາອອກຂ່າວ: 2019-01-10 09:24:08 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 52 | ຄວາມນິຍົມ:



ເນື່ອງໃນໂອກາດວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 70 ປີ (20 ມັງກອນ 1949- 20 ມັງກອນ 2019) ຄະນະ ນຳທະນາຄານ ແຫ່ງ ສປປ ລາວ (ທຫລ) ເຊິ່ງນຳ ໂດຍທ່ານ ສອນໄຊ ສິດພະໄຊ ກໍາມະ ການສໍາຮອງສູນກາງພັກ, ເລຂາ ຄະນະພັກ ຜູ້ວ່າການ ທຫລ ພ້ອມຄະນະ ໄດ້ນຳເອົາເຄື່ອງ ກີລາຈໍານວນໜຶ່ງ ແລະ ເງິນ ສົດ 10.000.000 ກີບ ເຂົ້າອວຍ ພອນຄະນະພັກ-ຄະນະນຳວິທະ ຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ເພື່ອເປັນ ການປະກອບສ່ວນເຂົ້າ ໃນການ ສຶກສາ ແລະ ຄົ້ນຄວ້າຂອງບັນ ດາອາຈານໃນ ວປກ ໂດຍໄດ້ມີ ການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ພົນຈັດຕະວາ ຄຳຫຼ້າ ພັນໄຊຍະສຸກ ກຳມະການຄະນະ ພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກ ຫົວໜ້າການ ເມືອງ ວປກ ພ້ອມຄະນະ ເຊິ່ງ ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງ ວປກ ໃນຕອນແລງຂອງວັນທີ 4 ມັງກອນ 2019. ໃນໂອກາດດັ່ງກ່າວທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ ທຫລ ໄດ້ກ່າວສະແດງຄວາມ ຮູ້ບຸນຄຸນຕໍ່ກັບການເຄື່ອນໄຫວ ຕໍ່ສູ້ກູ້ຊາດຕ້ານພວກລ່າເມືອງຂຶ້ນ ບົນຍ່ານທາງ 70 ປີແຫ່ງການ ກຳເນີດ, ສູ້ຮົບມີໄຊ ແລະ ເຕີບ ໃຫຍ່ຂະຫຍາຍຕົວ ພາຍໃຕ້ການ ນຳພາອັນປິຊາສາມາດສະຫຼາດ ສ່ອງໃສຂອງພັກປະຊາຊົນປະ ຕິວັດລາວ; ກອງທັບປະຊາຊົນລາວໄດ້ຜ່ານຜ່າອຸປະສັກນາໆປະການ ບໍ່ຈັກວ່າເທົ່າໃດ ແລະ ເຕັມໄປດ້ວຍການເສຍສະຫຼະ ອັນໃຫຍ່ຫຼວງໃນພາລະກິດ ປົດປ່ອຍຊາດ ເຮັດສຳເລັດພາ ລະກຳປະຫວັດສາດທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ຢ່າງມີໄຊ ສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ, ສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ; ມາເຖິງປັດຈຸບັນ ຍັງເປັນກຳລັງຫຼັກແຫຼ່ງໃນການປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ລະບອບໃໝ່ໄວ້ໄດ້ຢ່າງໝັ້ນຄົງ; ເວົ້າສະເພາະໄດ້ຕີລາຄາສູງຕໍ່ ຜົນສຳເລັດຂອງວິທະຍາຄານ ປ້ອງກັນຊາດ ໄກສອນ ພົມວິ ຫານທີ່ໄດ້ສືບຕໍ່ກໍ່ສ້າງ ແລະ ໃຫ້ ການສຶກສາແກ່ພະນັກງານການ ນຳຂັ້ນສູງຂອງພັກ-ລັດ; ນາຍທະ ຫານຂັ້ນນຳພາ-ຂັ້ນບັນຊາໃນ ໄລຍະຜ່ານມາ . ທ່ານ ພົນຈັດຕະວາ ຄຳຫຼ້າ ພັນໄຊຍະສຸກ ຫົວໜ້າການເມືອງ ວປກ ກໍໄດ້ຕີລາຄາສູງຕໍ່ການເຄື່ອນໄຫວຂອງ ທຫລ ໃນໄລ ຍະຜ່ານມາ ເຊິ່ງໄດ້ເປັນການປະ ກອບສ່ວນເຂົ້າໃນແຜນພັດທະ ນາເສດຖະກິດ-ສັງຄົມຂອງຊາດ ແລະ ໃນຂະນະດຽວກັນກໍໄດ້ສະ ແດງຄວາມຂອບໃຈຕໍ່ການນຳ ທຫລ ທີ່ນຳເອົາຄວາມສາມັກຄີ ຮັກແພງຂອງບັນດາພະນັກງານ ຂະແໜງການທະນາຄານມາສູ່ ນາຍ ແລະ ພົນທະຫາານຂອງ ວປກ ໃນຄັ້ງນີ້ ແລະ ຫວັງວ່າໃນ ຕໍ່ໜ້ານີ້ 2 ອົງການພວກເຮົາຈະສືບຕໍ່ເສີມຂະຫຍາຍໃຫ້ງອກງາມ ຍິ່ງໆຂຶ້ນ. ໂດຍ: ຣັດສະໝີ ດວງສັດຈະ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ