ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

2ບໍລິສັດມອບເງິນປະກອບສ່ວນຊຸກຍູ້ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ
ເວລາອອກຂ່າວ: 2019-01-09 10:00:28 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 51 | ຄວາມນິຍົມ:



ໃນວັນທີ 8 ມັງກອນ 2019 ນີ້, 2 ບໍລິສັດຄື: ບໍລິສັດ ໂປລີ ເທັກ ໂນໂລຢີ ແລະ ບໍລິສັດ ສີເມືອງ ກຣຸບ ຈຳກັດ ໄດ້ນຳເອົາເງິນ ສົດ ຈຳນວນ 1.290.000ໂດລາສະຫະລັດມາມອບໃຫ້ກະຊວງປ້ອງກັນປະເທດເພື່ອປະກອບສ່ວນຊຸກ ຍູ້ເນື່ອງໃນໂອກາດກະກຽມສະ ເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ. ພິທີມອບ-ຮັບເງິນຊຸກຍູ້ດັ່ງ ກ່າວຈັດຂຶ້ນທີ່ກະຊວງປ້ອງກັນ ປະເທດ, ໃນນີ້ ບໍລິສັດ ໂປລີ ເທັກ ໂນໂລຢີ ນຳໂດຍທ່ານ ນາງ ຈາງເຈີ ມອບເງິນຈຳນວນ 1.000.000 ໂດລາສະຫະລັດ(ປະມານ 850.000.000.000 ກວ່າກີບ) ແລະ ບໍລິສັດ ສີເມືອງກຣຸບ ຈຳກັດ ນຳໂດຍ ທ່ານ ເອກກະພັນ ພະພິ ທັກ ມອບເງິນຈຳນວນ 290.000 ໂດລາສະຫະລັດ (ປະມານ 2.476.000.000 ກ່ວາກີບ) ໂດຍການກ່າວຮັບຂອງທ່ານ ພົນ ເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນ ກາງພັກ, ລັດຖະມົນຕີກະຊວງ ປ້ອງກັນປະເທດ. ໂອກາດນີ້ ທ່ານ ພົນເອກ ຈັນ ສະໝອນ ຈັນຍາລາດ ກໍໄດ້ ກ່າວສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ກັບບໍລິສັດ ໂປລີ ເທັກໂນໂລຢີ ແລະ ບໍລິສັດ ສີເມືອງກຣຸບ ຈຳກັດ ທີ່ເຫັນໄດ້ ຄວາມໝາຍຄວາມສຳຄັນຂອງ ວັນສ້າງຕັ້ງກອງທັບປະຊາຊົນ ລາວ ເຊິ່ງໄດ້ນໍາເອົາເງິນມາປະ ກອບສ່ວນຊຸກຍູ້ໃນຄັ້ງນີ້ ພ້ອມ ທັງໄດ້ອວຍພອນໃຫ້ 2 ບໍລິສັດ ຈົ່ງປະສົບຜົນສຳເລັດໃນການດຳ ເນີນທຸລະກິດ ແລະ ທ່ານຍັງໃຫ້ ຄຳໜັ້ນສັນຍາວ່າຈະນຳເອົາເງິນ ຈຳນວນດັ່ງກ່າວໄປປະກອບ ສ່ວນເຂົ້າໃນການສ້າງຂະບວນ ການຕ່າງໆຂອງກະຊວງປ້ອງ ກັນປະເທດ ເພື່ອສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນ ລາວຄົບຮອບ 70 ທີ່ຈະມາເຖິງ ໃນມໍ່ໆນີ້ໃຫ້ມີຂະບວນການຟົດ ຟື້ນ ແລະ ເຕັມໄປດ້ວຍຄວາມ ໝາຍເລິກເຊິ່ງ. ໂດຍ: ນາງ ຈ່ອຍ ເພັດດາວອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ