ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ບໍລິສັດມີເດຍຖະແຫຼງຂ່າວ ຄົບຮອບ 50 ປີ
ເວລາອອກຂ່າວ: 2019-01-03 09:40:11 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 33 | ຄວາມນິຍົມ:



ງານຖະແຫຼງຂ່າວໃນໂອ ກາດຄົບຮອບ 50 ປີ ຂອງບໍລິ ສັດມີເດຍ ໄດ້ຈັດຂຶ້ນໃນວັນທີ 28 ທັນວາ 2018 ນີ້, ຢູ່ທີ່ໂຮງ ແຮມຄຣາວພາຊາ ນະຄອນ ຫຼວງວຽງຈັນ ໂດຍການເປັນປະ ທານຂອງ ທ່ານນາງ ປາດຖະ ຫນາ ພະຣາຊະໂຍທາ ປະທານ ກຸ່ມບໍລິສັດໂອດ່ຽນ ຕົວແທນຈຳ ຫນ່າຍມີເດຍ ພ້ອມດ້ວຍຄະນະ ຜູ້ບໍລິຫານ ແລະ ພະນັກງານທີ່ ກ່ຽວຂ້ອງເຂົ້າຮ່ວມ. ທ່ານນາງ ປາດສະໜາ ພະຣາ ຊະໂຍທາ ໄດ້ກ່າວວ່າ: ງານຖະ ແຫຼງຂ່າວສະເຫຼີມສະຫຼອງ 50 ປີ ບໍລິສັດມີເດຍ ແມ່ນໄດ້ຈັດ ພ້ອມກັນໃນຫຼາຍໆປະເທດ ເຊິ່ງ ບໍລິສັດໄດ້ສ້າງຕັ້ງຂຶ້ນໃນປີ 1968 ແລະ ໄດ້ຈົດທະບຽນເຂົ້າ ຕະຫຼາດຫຼັກຊັບໃນປີ 2016 ບໍລິ ສັດມີເດຍ ເປັນບໍລິສັດຜະລິດແລະ ຈຳຫນ່າຍສິນຄ້າກຸ່ມອຸດສາຫະ ກຳເຄື່ອງໃຊ້ໄຟຟ້າພາຍໃນເຮືອນ ໂດຍສະເພາະແມ່ນເຄື່ອງປັບອາ ກາດ(ແອມີເດຍ)ເປັນສິນຄ້າ ອັນດັບຫນຶ່ງຂອງປະເທດຈີນ. 50 ປີແຫ່ງການກຳເນີດ ແລະ ເຕີບໃຫຍ່ຢ່າງຕໍ່ເນື່ອງຈົນມາ ຮອດປັດຈຸບັນແມ່ນມີລາຍໄດ້ ຈາກການຂາຍບັນດາຜະລິດຕະ ພັນຕ່າງໆບໍ່ຫຼຸດ 22 ພັນລ້ານໂດ ລາ ໃນແຕ່ລະປີ, ນອກນັ້ນຍັງໄດ້ ຮັບລາງວັນການອອກແບບດີ ເດັ່ນຈາກອົງກອນຕ່າງໆຈຳ ນວນຫຼາຍໆປະເພດລາງວັນ. ສຳລັບການນຳເຂົ້າມາຈຳ ໜ່າຍໃນ ສປປ ລາວ ແມ່ນໄດ້ 4 ປີແລ້ວ ເຊິ່ງມີເຄື່ອງໃຊ້ໄຟຟ້າປະ ເພດຕ່າງໆ ພ້ອມນັ້ນຍັງໄດ້ວາງ ແຜນຈຳໜ່າຍ ແລະ ເຈາະຕະ ຫຼາດໃນລາວໃຫ້ທົ່ວເຖິງຜູ້ບໍລິ ໂພກໃຫ້ໄດ້ຫຼາຍຂຶ້ນ ແລະ ໃຫ້ຄຳ ຫມັ້ນສັນຍາວ່າຈະເອົາໃຈໃສ່ພັດ ທະນາຜະລິດຕະພັນໃຫ້ຫຼາກ ຫຼາຍ ແລະ ມີຄຸນະພາບ. ໂດຍ: ຈັນທະວົງ ອຸ່ນວິໄລຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ