ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນ 307, ສູນ 66 ແລະ ກອງພັນເຄມີ 15 ເຊື່ອມຊຶມເອກະສານມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 6 ສະໄໝທີ X ຂອງພັກ
ເວລາອອກຂ່າວ: 2019-01-03 09:06:13 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 32 | ຄວາມນິຍົມ:



ກອງປະຊຸມເຊື່ອມຊຶມເອກະ ສານມະຕິກອງປະຊຸມຄົບຄະນະ ບໍລິຫານງານສູນກາງພັກສະ ໄໝທີ X ຂອງພັກ ໄດ້ຈັດຂຶ້ນກາງ ທັນວາ 2018 ຜ່ານມານີ້ ຢູ່ທີ່ສະ ໂມສອນຂອງໂຮງຮຽນ 307 ໂດຍການເປັນປະທານ ແລະ ເຜີຍແຜ່ເອກະສານຂອງທ່ານພົນ ຈັດຕະວາ ພອນໃຈ ພັນທະວົງ ຄະນະພັກກົມໃຫຍ່ເສນາທິການ ຫົວໜ້າກົມກົດລັບ, ມີຄະນະພັກ- ຄະນະບັນຊາ, ພະນັກງານສະ ມາຊິກພັກ ໃນ 3 ກົມກອງຄື:ໂຮງ ຮຽນ 307, ສູນວິໄຈເຄມີ 66 ແລະ ກອງພັນເຄມີ 15 ເຂົ້າຮ່ວມ. ກອງປະຊຸມກອງໄດ້ຜ່ານ ບົດລາຍງານກຽ່ວກັບການຕີລາ ຄາການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 5 ສະໄໝທີ X ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກໃນໄລຍະຜ່ານມາ ແລະ ບາງໜ້າທີ່ວຽກງານຈຸດສຸມໃນ ຕໍ່ໜ້າ, ເອກະສານມະຕິກອງປະ ຊຸມຄົບຄະນະຂອງຄະນະບໍລິຫານ ງານສູນກາງພັກຄັ້ງທີ 6 ສະໄໝທີ X, ເອກະສານສຶກສາອົບຮົມກ່ຽວກັບມູນເຊື້ອວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ ແລະ ເອກະສານ ຕັ້ງໜ້າເຝິກຝົນຫຼໍ່ຫຼອມຄຸນສົມ ບັດສິນທໍາປະຕິວັດ ແລະ ປັບປຸງ ແບບແຜນວິທີເຮັດວຽກຂອງພະ ນັກງານ-ນັກຮົບໃນໄລຍະໃໝ່, ເພື່ອສຶກສາອົບຮົມໃຫ້ບັນດາສະຫາຍພະນັກງານສະມາຊິກພັກໄດ້ຮັບຮູ້ ເຊື່ອມຊຶມ ແລະ ເປັນເອກະ ພາບຕໍ່ແນວທາງນະໂຍບາຍຂອງ ພັກ ແລະ ແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງລັດໃນໄລ ຍະໃໝ່, ສ້າງຄວາມເຊື່ອໝັ້ນສາມັກຄີປອງດອງພາຍໃຕ້ຮົ່ມທຸງ ຂອງພັກ ແລະ ນໍາເອົາເນື້ອໃນຈິດ ໃຈມະຕິຕ່າງໆຂອງພັກໄປຈັດຕັ້ງ ປະຕິບັດໝູນໄຊ້ເຂົ້າໃນວຽກ ງານຕົວຈິງຢູ່ກົມກອງໃຫ້ປາກົດ ຜົນເປັນຈິງ. ໃນວາລະກອງປະຊຸມຄັ້ງນີ້ຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນຈັດຕັ້ງຄົ້ນຄວ້າ ແລະ ຂຽນໃບສໍາຫຼວດ ຕົນເອງເພື່ອຕີລາຄາຄືນດ້ານດີ ແລະ ດ້ານອ່ອນຂອງຕົນໃນໄລຍະ ຜ່ານມາຂອງສະມາຊິກພັກແຕ່ ລະສະຫາຍເພື່ອປັບປຸງປົວແປງ ພາຍໃນພັກໃຫ້ມີຄວາມເຂັ້ມ ແຂງ, ປອດໃສ, ໜັກແໜ້ນ. ໂດຍ: ກິດສະໜາ ວົງພະຈັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ