ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຍີ່ປຸ່ນຈໍາກັດຜູ້ເຂົ້າຊົມ ກິລາໂອລິມປິກ ສູງສຸດ 10,000 ຄົນ
ເວລາອອກຂ່າວ: 2021-06-25 14:31:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 27 | ຄວາມນິຍົມ:



ສໍາຂ່າວ AFP ລາຍງານເມື່ອວັນທີ 24 ມິຖຸນາ 2021 ນີ້ວ່າ: ຄະນະກໍາມະການໂອລິມປິກ (IOC), ຄະ ນະກໍາມະການພາຣາລິມປິກສາກົນ (IPC), ຄະນະກໍາມະການການຈັດການແຂ່ງຂັນໂຕກຽວ 2020 ແລະ ລັດຖະບານຍີ່ປຸ່ນ ປະກາດຈໍານວນຜູ້ເຂົ້າຊົມທີ່ໄດ້ຮັບອະນຸຍາດເຂົ້າສະຖານທີ່ຈັດການແຂ່ງຂັນກິລາໂອລິມປິກໄດ້ສູງສຸດພຽງ 10,000 ຄົນ ເຊິ່ງລະບຸວ່າຜູ້ເຂົ້າຊົມຈະຈໍາກັດຢູ່ທີ່ 50% ຂອງສະຖານທີ່ຈັດການແຂ່ງຂັນ ຫຼື ສູງສຸດ 10,000 ຄົນຂອງສະຖານທີ່ການແຂ່ງຂັນທັງໝົດ. ເຖິງຢ່າງໃດກໍຕາມ ອາດຈະມີການປະກາດພາວະສຸກເສີນ ຫຼື ມາດຕະການສໍາຄັນອື່ນໆເພື່ອປ້ອງກັນພະຍາດລະບາດ. ການຈໍາກັດຜູ້ເຂົ້າຊົມການແຂ່ງຂັນ ເຊິ່ງຈະລວມເຖິງການແຂ່ງຂັນທີ່ບໍ່ມີຜູ້ເຂົ້າຊົມຈະຂື້ນຢູ່ກັບລາຍລະອຽດຂອງພາວະສຸກເສີນ ຫຼື ມາດຕະການທີ່ກ່ຽວຂ້ອງທີ່ຖືກບັງຄັບໃຊ້ໃນຊ່ວງເວລານັ້ນ. ການປະຊຸມດັ່ງກ່າວລະບຸວ່າ ຕ້ອງໃສ່ຜ້າອັດປາກ-ດັງຕະຫຼອດເວລາ, ຫ້າມເວົ້າສຽງດັງ ຫຼີກລ້ຽງການຊຸມນຸມແອອັດຕາມຄວາມເໝາະສົມ ແລະ ຄວນອອກຈາກສະຖານທີ່ແຂ່ງຂັນຢ່າງເປັນລະບຽບ ນອກຈາກນັ້ນຜູ້ເຂົ້າຊົມທີ່ເດີນທາງມາສະຖານທີ່ການແຂ່ງຂັນ ຕ້ອງເດີນທາງກັບບ້ານທັນທີຫຼັງການແຂ່ງຂັນແລ້ວ ລວມເຖິງປະຕິບັດມາດຕະການປ້ອງການປ້ອງກັນທີ່ຈໍາເປັນເມື່ອມີການເດີນທາງລະຫວ່າງແຂວງ. ໂດຍ: ຄໍາສະຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ