ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງ ພະຍາດໂຄວິດ-19 ກະຊວງປ້ອງກັນປະເທດ ສະຫຼຸບສ່ອງແສງວຽກງານທີ່ໄດ້ຈັດຕັ້ງປະຕິບັດ
ເວລາອອກຂ່າວ: 2021-06-18 16:03:04 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 89 | ຄວາມນິຍົມ:



ວັນທີ 18 ມິຖຸນາ 2021 ນີ້, ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມສ່ອງແສງວຽກງານ ທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາຂຶ້ນ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ວໍລະສານ ວິລັດດາວົງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຄະນະສະເພາະກິດຄວບຄຸມ, ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ກະຊວງປ້ອງກັນປະເທດ, ມີບັນດາຄະນະສະເພາະກິດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນໂທ ໂນສັກ ພັນທະລາດ, ຕາງໜ້າກອງເລຂາຄະນະສະເພາະກິດຂື້ນຜ່ານບົດສະຫຼຸບ ປັດຈຸບັນ ສປປ ລາວ ມີຈໍານວນຜູ້ຕິດເຊື້ອທັງໝົດມີ 2,047ກໍລະນີ (ໃໝ່ 13 ກໍລະນີ ໃນນັ້ນ ຄົນເຈັບຕິດເຊື້ອຈາກນະຄອນຫຼວງ 7 ກໍລະນີ, ສະຫວັນນະເຂດ 2 ກໍລະນີ, ຈໍາປາສັກ 4 ກໍລະນີ. ຄົນເຈັບເສຍຊີວິດ 3 ກໍລະນີ (ບໍ່ມີກໍລະນີເສຍຊີວິດເພີ່ມ), ປິ່ນປົວຫາຍດີທັງໝົດ 1,931 ກໍລະນີ (ໃໝ່ 7 ກໍລະນີ) ແລະ ກໍາລັງປິ່ນປົວ 113 ກໍລະນີ. ສໍາລັບຜູ້ຕິດເຊື້ອສະສົມພາຍໃນກອງທັບມີທັງໝົດ 33 ຄົນ, ປິ່ນປົວຫາຍດີທັງໝົດ 33 ກໍລະນີແລ້ວ. ພ້ອມນັ້ນ, ຄະນະສະເພາະກິດພ້ອມດ້ວຍອະນຸກໍາມະການໄດ້ແຈກຢາຍເຄື່ອງປ້ອງກັນໂຄວິດໃຫ້ 6 ກົມກອງຄື: ກອງບັນຊາການທະຫານໄຊຍະບູລີ, ຫ້ອງບໍລິຫານກົມໃຫຍ່ພະລາ, ສູນຈໍາກັດບໍລິເວນ ແລະ ໜ່ວຍງານໄປຮັບເຄື່ອງຊ່ວຍເຫຼືອຈາກກອງທັບ ສສ. ຫວຽດນາມ. ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ຍັງເນັ້ນໃຫ້ແຕ່ລະພາກສ່ວນ ສືບຕໍ່ປະຕິບັດຕາມມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ຕາມແຈ້ງການຂອງ ຫ້ອງການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 528/ຫສນຍ, ລົງວັນທີ 20 ພຶດສະພາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ການແຜ່ລະບາດຂອງພະຍາດໂຄວິດ-19 ກຽມຄວາມພ້ອມຮອບດ້ານ, ປະຕິບັດບັນດາມາດຕະການຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ, ເອົາໃຈໃສ່ຊີ້ນໍາກໍາລັງຫຼວງ-ກໍາລັງທ້ອງຖິ່ນ ຈັດຕັ້ງກໍາລັງລາດຕະເວນຕາມຂອບເຂດຊາຍແດນ ທີ່ມີຄວາມສ່ຽງທີ່ມີການຂ້າມລອຍເຂົ້າມາພາຍໃນປະເທດແບບຜິດກົດໝາຍ, ສືບຕໍ່ສັກວັກຊິນໃຫ້ພະ ນັກງານນັກຮົບ ແລະ ຄອບຄົວ ໂດຍເນັ້ນໃສ່ການເຄື່ອນໄຫວສັກໃຫ້ແຕ່ລະກົມກອງເຂດໃຈກາງ ແລະ ແພດໝໍຢູ່ທ້ອງຖິ່ນ. ໂດຍ: ທອງເພັດ ໄຊຍະເພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ