ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທີ່ປຶກສາທູດຝ່າຍປ້ອງກັນຊາດ ອາເມຣິກາ ເຂົ້າຢ້ຽມຂໍ່ານັບອໍາລາ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2021-06-18 15:25:18 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 91 | ຄວາມນິຍົມ:



ວັນທີ 16 ມີຖຸນາ 2021 ນີ້, ຢູ່ຫ້ອງຮັບແຂກສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດ ທ່ານພົນຕີ ຈັນທອງ ສອນຕະອາດ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຮັກສາການຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທ່ານພັນໂທ ແບຣັດຟອດ ແບຣນນອນ ທີ່ປຶກສາທູດຝ່າຍປ້ອງກັນຊາດ ສະຫາລັດອາເມຣິກາ ປະຈໍາລາວ ໃນໂອກາດສໍາເລັດໜ້າທີ່ການທູດຢູ່ ສປປ ລາວ. ທ່ານພົນຕີ ຈັນທອງ ສອນຕະອາດ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນຕໍ່ ທ່ານພັນໂທ ແບຣັດຟອດ ແບຣນນອນ ໃນການເຂົ້າຢ້ຽມຂໍ່ານັບອໍາລາໃນຄັ້ງນີ້. ທ່ານພັນໂທ ແບຣັດຟອດ ແບຣນນອນ ກໍ່ໄດ້ກ່າວສະແດງຄວາມຂອບໃຈຕໍ່ ທ່ານພົນຕີ ຈັນທອງ ສອນຕະອາດ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ລາຍງານການປະຕິບັດໜ້າທີ່ ໃນການຮ່ວມມືແບບກວມລວມໃນໄລຍະຜ່ານມາ ແລະ ໄດ້ສະແດງຄວາມຂອບໃຈມາຍັງລັດຖະບານລາວ ກໍ່ຄືຄະນະນໍາກະຊວງປ້ອງກັນປະເທດລາວ ທີ່ໄດ້ໃຫ້ການຮ່ວມມືໃນການປະຕິບັດໜ້າທີ່ຈົນສໍາເລັດ ໃນວາລະເຮັດໜ້າທີ່ປຶກສາທູດຝ່າຍປ້ອງກັນຊາດ ສະຫະລັດອາເມຣິກາ ປະຈໍາລາວ. ໃນຕອນທ້າຍ ທ່ານພົນຕີ ຈັນທອງ ສອນຕະອາດ ຍັງໄດ້ສະແດງຕວາມຂອບໃຈມາຍັງ ທ່ານພັນໂທ ແບຣັດ ຟອດ ແບຣນນອນ ທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຕ່າງໆ, ຈົນເຮັດສໍາເລັດໜ້າທີ່ຂອງຕົນ ພ້ອມກັນສືບຕໍ່ປະຕິ ບັດໜ້າທີ່ວຽກງານການຮ່ວມມືແບບກວມລວມ ໃຫ້ມີໝາກຜົນຍິ່ງໆຂຶ້ນ. ຂ່າວຍັງໃຫ້ຮູ້ຕື່ມອີກວ່າ ທ່ານ ພັນໂທ ແບຣັດຟອດ ແບຣນນອນ ໄດ້ເຂົ້າຢ້ຽມຂໍ່ານັບອໍາລາ ທ່ານພົນຈັດຕະວາ ແກ່ນຈັນ ນັນທະລັງສີ ຫົວໜ້າກົມພົວພັນຕ່າງປະເທດຕື່ມອີກ. ໂດຍ: ທອງເພັດ ໄຊຍະເພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ