ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫ້ອງເສນາ ທະຫານແຂວງໄຊສົມບູນ ສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ
ເວລາອອກຂ່າວ: 2021-06-18 15:21:17 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 723 | ຄວາມນິຍົມ:



ຕອນເເລງ ວັນທີ່ 16 ມີຖຸນາ 2021 ນີ້, ຫ້ອງເສນາກອງບັນຊາການທະຫານແຂວງໄຊສົມບູນ ໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນ ທ້າຍປີ 2021 ພາຍໃຕ້ການເປັນປະທານຂອງ ສະຫາຍ ພັນໂທ ບຸນໜອມ ທຳທອງ, ຮອງຫົວໜ້າຫ້ອງເສນາທິການ, ກອງບັນຊາການທະຫານແຂວງໄຊສົມບູນ, ມີບັນດາພະເເນກການ, ພະນັກງານຫຼັກແຫຼ່ງພາຍໃນຫ້ອງເຂົ້າຮ່ວມ. ໃນພິທີສະຫາຍ ປອ ພັນໂທ ຄຳຕ້ອຍ ມະນີວອນ, ຮອງຫົວໜ້າຫ້ອງເສນາ ໄດ້ຂື້ນຜ່ານບົດສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2021 ເຊິ່ງສະຫາຍໄດ້ກ່າວວ່າ ດ້ວຍຄວາມເອົາໃຈໃສ່ໃກ້ສິດຈາກຂັ້ນເທິງໂດຍກົງ ໄລຍະຜ່ານມາສະມາຊິກພັກ, ພະນັກງານ-ນັກຮົບຫ້ອງເສນາ ມີສະຕິຕືື່ນຕົວປະ ຕິບັດຂໍ້ກຳນົດກົດລະບຽບຂອງພັກ; ຂອງກອງທັບ, ແລະ ປະຕິບັດມະຕິຄຳສັ່ງຂອງຂັ້ນເທີງຢ່າງເຂັ້ມງວດ, ສະແດງອອກໃນການປະຕິບັດໜ້າທີ່ ເເກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆພາຍໃນແຂວງຂອງພວກເຮົາ, ຈັດຕັ້ງກຳລັງເຄື່ອນໄຫວປ້ອງກັນເສັ້ນທາງ, ປ້ອມຕ່າງໆທີ່ຕົນຮັບຜິດຊອບ. ວຽກງານກໍ່ສ້າງຮາກຖານໂດຍສົມທົບກັບກົມກໍ່ສ້າງຮາກຖານ ກະຊວງປ້ອງກັນປະເທດ ຫ້ອງເສນາໄດ້ສົ່ງພະນັກງານລົງກໍ່ສ້າງຮາກຖານໃນກຸ່ມບ້ານ ເພື່ອໂຄສະນາກໍ່ສ້າງຮາກຖານກຸ່ມບ້ານ ໃຫ້ເຂົ້າໃຈແຈ້ງຕໍ່ເເນວທາງນະໂຍບາຍຂອງພັກ. ພ້ອມນີ້ ຍັງໄດ້ອົບຮົບ-ຫັດແອບທະຫານໃໝ່, ເປີດບ້ານກອງຫຼອນ, ບ້ານປ້ອມທີ່ໝັ້ນສູ້ຮົບຕິດລຽນ ແລະ ອື່ນໆ. ຊີ້ນຳບັນດາກອງພັນ, ກອງຮ້ອຍເອກະລາດ ຈັດຕັ້ງອົບຮົມຫັດແອບວິຊາສະເພາະປະຈຳປີ ເພື່ອຮັບປະກັນໃນເວລາເຄື່ອນໄຫວວຽກງານຂອງຕົນ. ແຜນການຕໍ່ໜ້າ ຫ້ອງເສນາທິການ ຈະສືບຕໍ່ສືກສາອົບຮົມພະນັກງານ-ນັກຮົບ ໃຫ້ກາຍເປັນສະມາຊິກພັກທີ່ດີເດັ່ນ ສາມາດບັນຊາກົມກອງຂອງຕົນ ເພື່ອຮັບປະກັນໃນການເຄື່ອນໄຫວເຮັດວຽກງານຕ່າງໆ ທີ່ຂັ້ນເທີງມອບໝາຍໃຫ້, ຄະນະພັກ-ຄະນະບັນຊາ ພະແນກການ, ກົມກອງຕ້ອງກຳແໜ້ນຂໍ້ມູນຂ່າວສານຕ່າງໆ ຂອງກຸ່ມຄົນບໍ່ຫວັງດີພາຍໃນເເຂວງ ໂດຍການສົມທົບກັບກົມກອງເພື່ອນ, ເພີ່ມທະວິຄວາມສາມັກຄີພາຍໃນກົມກອງ, ເອົາໃຈໃສ່ວຽກງານເຄືອນໄຫວສູ້ຮົບ, ປັບປຸງກົມກອງ, ຄຸ້ມຄອງພາຫະນະ, ອາວຸດທີ່ຂັ້ນເທີງມອບໝາຍໃຫ້; ພ້ອມນັ້ນຍັງໄດ້ລົງຕິດຕາມ, ຊີ້ນໍາບັນດາພະເເນກການຂື້ນກັບອີກດ້ວຍ. ໃນຕອນທ້າຍ ສະຫາຍພັນໂທ ບຸນໜອມ ທຳທອງ, ໄດ້ໂອ້ລົມຕໍ່ກອງປະຊຸມ ສະຫາຍໄດ້ກ່າວຊົມເຊີຍຜົນ ງານທີ່ຍາດມາໄດ້ ຕະຫຼອດໄລຍະຜ່ານມາ; ນັ້ນສະແດງເຖິງຄວາມສາມັກຄີພາຍໃນ, ກຳໄດ້ແນວທາງຂອງພັກ, ບັນຫາສະພາບການຂອງໂລກ, ພາຍໃນປະເທດ ໂດຍສະເພາະພາບການຕ່າງໆໃນເເຂວງໄຊສົມບູນ, ພ້ອມຮຽກຮ້ອງໃຫ້ທຸກພະແນກການ ສືບຕໍ່ເອົາໃຈໃສ່ວຽກງານຂອງຕົນ, ຝືກຝົນຫຼໍ່ຫຼອມພະນັກງານ-ນັກຮົບ ໃຫ້ມີຄວາມສຳນິຊຳນານ, ອົບຮົມວຽກງານ ເເຕ່ລະເຫຼົ່າຮົບໃຫ້ສາມາດເຄື່ອນໄຫວເຮັດໜ້າທີ່ຢ່າງມີປະສິດຕິຜົນ, ນອກນັ້ນຕ້ອງເອົາໃຈໃສສ້າງສະມະຊິກພັກທີ່ມີປະສິດທິພາບ, ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຢ່າງຮອບດ້ານ, ສ້າງບ້ານປ້ອມໝັ້ນລຽນຕິດ, ປັບປຸງອົບຮົມວຽກງານກອງຫຼອນແຕ່ລະບ້ານໃນທ້ອງຖີ່ນໃຫ້ເຂັ້ມແຂງ ເພື່ອນຳໃຊ້ເຂົ້າໃນວຽກງານຕົວຈິງ. ຂ່າວ: ຊ1 ພຸດທະພອນ ລັດດານາວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ