ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນ 416 ປິດຊຸດອົບຮົມທະຫານໃໝ່ຊຸດທີ 3
ເວລາອອກຂ່າວ: 2021-06-18 15:20:33 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1465 | ຄວາມນິຍົມ:



ໃນຕອນເຊົ້າຂອງ ວັນທີ 15 ມີຖຸນາ 2021 ນີ້, ຢູ່ທີສະໂມສອນກອງພັນ 416 ໄດ້ຈັດຕັ້ງພິທີປິດຊຸດອົບຮົມ-ຫັດແອບທະຫານໃໝ່ຊຸດທີ 3 ປະຈຳປີ 2021 ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍພັນໂທ ຄຳສອນ ໄຊສົງຄາມ, ຮອງເລຂາຄະນະພັກ, ຫົວໝ້າການທະຫານກອງພັນໃຫ່ຍ 302, ມີສະຫາຍ ພັນຕີ ທະວີແສງ ອິນສຸຫວັດ, ເລຂາຄະນະພັກຮາກຖານ, ຫົວໜ້າການທະຫານກອງພັນ 416, ມີຄະນະພັກ-ຄະນະບັນຊາ, ພະແນກ ການ, ກົມກອງອ້ອມຂ້າງ, ຂະແໜງການທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກງານຄູ-ອາຈານ ຕະຫຼອດຮອດທະຫານໃໝ່ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີສະຫາຍ ພັນຕີ ຊຽງວັນໃໝ່ ສິງດາວ, ຄະນະພັກຮາກຖານ, ຮອງຫົວໜ້າການທະຫານ ກອງພັນ 416 ໄດ້ຂື້ນຜ່ານບົດສະຫຼຸບອົບຮົມ-ຫັດແອບໄລຍະສັ້ນ ຂອງທະຫານໃໝ່ຊຸດທີ 3 ປະຈຳປີ 2021, ເຊິ່ງໄດ້ຍົກໃຫ້ເຫັນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ, ໃນການອົບຮົມ-ຫັດແອບໃນໄລຍະຜານມາ, ເຊິ່ງໄດ້ຈັດຕັ້ງປະຕິບັດຕາມແຜນອົບຮົມຂອງຂັ້ງເທິງເປັນເວລາ 3 ເດືອນກວ່າ ໂດຍມີທະຫານໃໝ່ເຂົ້າຮ່ວມຝຶກອົບຮົມທັງໝົດ 50 ສະຫາຍ, ໃນນີ້ໄດ້ຈັດຕັ້ງຮ່ຳຮຽນພາກການເມືອງ, ພາກການທະຫານ ແລະ ພາກພະລາທິການ-ເຕັກນິກ, ເຊິ່ງມັນສະແດງອອກໃນການກວດກາ, ສອບເສັງສາມາດຕີລາຄາຜົນໄດ້ຮັບພາກການເມືອງສະເລ່ຍໄດ້ 92%, ພາກລະບຽບ 92%, ພາກກິລາການທະຫານ 88%, ພາກສິນລະປະຍຸດ 90%, ພາກຍຸດທະວິທີ 90% ແລະ ພາກພະລາທິການ-ເຕັກນິກ88%, ຕີລາຄາຜ່ານການອົບຮົມ-ຫັດແອບແມ່ນບັນລຸໄດ້ຕາມຄາດໝາຍທີ່ວາງໄວ້ ແລະ ມີຄວາມປອດໄພ 100% ໂອກາດດຽວກັນນີ້ສະຫາຍ ພັນຕີ ຈຸງ ພັນລະສຸກ, ຫົວໜ້າຂະແໜງກຳລັງພົນ, ພະແນກເສນາທິການ ກອງພັນໃຫ່ຍ302 ກໍ່ໄດ້ຂື້ນຜ່ານຂໍ້ຕົກລົງ ຂອງກອງພົນທີ 3 ເລກທີ 1041/ກພ ລົງວັນທີ 28 ເມສາ 2021 ວ່າດ້ວຍການເລື່ອນຊັ້ນທະຫານໃໝ່ທີ່ຈົບສູນຝຶກອົບຮົມ, ອີງຕາມກົດໝາຍພັນທະປ້ອງກັນຊາດ(ສະບັບປັບປຸງ) ເລກທີ 037/ສພຊ ລົງວັນທີ13 ທັນວາ 2016 ວ່າດ້ວຍທະຫານໃໝ່ພັນທະ ເຂົ້າເຮັດໜ້າທີ່ປະຈຳການຈະໄດ້ຮັບຊັ້ນ 2 ພາຍຫຼັງຝຶກອົບຮົມ-ຫັດແອບຕາມຫຼັກສູດການທະຫານຄົບ 3 ເດືອນ, ກອງພົນທະຫານຮາບທີ 3 ຕົກລົງເລື່ອນຊັ້ນທະຫານ ໃໝ່ ຈາກຊັ້ນ2 ຂື້້ນຊັ້ນ 1 ຈຳນວນ50 ສະຫາຍຢ່າງເປັນທາງການ, ໃນພີທີ ສະຫາຍພັນໂທ ຄຳສອນ ໄຊສົງຄາມ ຍັງໄດ້ຂື້ນມອບໃບຢັ້ງຍືນການອົບຮົມ-ຫັດແອບ ແລະ ມອບອຸປະກອນການຮຽນໃຫ້ແກ່ທະຫານໃໝ່ທີຮຽນດີ, ຮຽນເກັ່ງ ແລະ ປະຕິບັດລະບຽບວິໄນຂອງກອງທັບໄດ້ຢ່າງເຂັ້ມງວດ ຕື່ມອີກ. ຂຽນໂດຍ: ພອນແກ້ວ ວິໄລສັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ