ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ວປກ ຈັດຕັ້ງເຜີຍແຜ່ເຊື່ອມຊຶມມະຕິ ຂອງພັກ ແລະ ຂອງອົງຄະນະພັກກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2021-06-18 15:17:57 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 96 | ຄວາມນິຍົມ:



ໃນວັນທີ 17 ມິຖຸນາ 2021 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ໂດຍການເປັນປະທານ ແລະ ເຜີຍແຜ່ຂອງ ສະຫາຍ ພົນຕີ ຄຳຫລ້າ ພັນໄຊຍະສຸກ, ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ມີສະຫາຍ ພົນຈັດຕະວາ ບຸນເກີມ ສະເຫຼີມສຸກ, ຮອງຫົວໜ້າວິທະຍາຄານ, ຫົວໜ້າກົມພະລາ-ເຕັກນິກ ວປກ. ມີຄະນະພັກ-ຄະນະບັນຊາ 19 ຫົວໜ່ວຍ, ຄະນະພັກຮາກຖານ ຕະຫຼອດຮອດຄະນະໜ່ວຍພັກ ວປກ ເຂົ້າຮ່ວມ. ເອກະສານທີ່ນຳມາເຜີຍແຜ່ເຊື່ອມຊຶມໃນຄັ້ງນີ້ລວມມີ: ເອກະສານລາຍງານການເມືອງຕໍ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີເທື່ອທີ 9, ກົດລະບຽບຂອງພັກປະຊາຊົນປະຕິວັດລາວສະໄໝທີ XI, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ. ການເຜີຍແຜ່ເຊື່ອມຊຶມເອກະສານໃນຄັ້ງນີ້ ກໍ່ເພື່ອເຮັດໃຫ້ການຈັດຕັ້ງພັກແຕ່ລະຂັ້ນ, ພະນັກງານ-ນັກຮົບຮັບຮູ້ເຊື່ອມຊຶມ, ເຂົ້າໃຈແຈ້ງ ແລະ ຈັດຕັ້ງປະຕິບັດມະຕິຄຳສັ່ງ ແລະ ຂໍ້ກຳນົດຕ່າງໆ ປະກອບສ່ວນຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດບັນດາມະຕິ, ແຜນການນຳພາຂອງຄະນະພັກ ວປກ ໃຫ້ຮັບປະກັນ ແລະ ໄດ້ຮັບໝາກຜົນສູງ. ຕອນທ້າຍ ສະຫາຍ ພົນຕີ ຄຳຫລ້າ ພັນໄຊຍະສຸກ ຍັງໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຈົ່ງນຳເອົາບັນດາເນື້ອໃນເອກະສານທີ່ເຜີຍແຜ່ເຊື່ອມຊຶມໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍ, ເຜີຍແຜ່ເຊື່ອມຊຶມໃຫ້ພະນັກງານ-ນັກຮົບ ຢຸ່ກົມກອງໃຫ້ທົ່ວເຖິງ, ສືບຕໍ່ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນມະຕິເອກກະສານຕ່າງໆຂອງພັກ-ລັດ, ຖືເປັນສຳຄັນວຽກງານສຶກສາອົບຮົມການເມືອງແນວຄິດ ເຮັດໃຫ້ພະນັກງານ-ນັກຮົບ, ນັກສຶກສາຮັບຮູ້ກຳແໜ້ນນະໂຍບາຍຂອງພັກ, ສະພາບຄວາມເປັນຈິງຂອງຊາດ, ເອົາໃຈໃສ່ປະຕິບັດລະບຽບວິໄນຢ່າງເຂັ້ມງວດ, ຮັບປະກັນຄວາມສະຫງົບຢູ່ພາຍໃນ ໂດຍຈຳກັດ ແລະ ແກ້ໄຂໃຫ້ທັນກັບບັນດາປະກົດການຫຍໍ້ທໍ້ຕ່າງໆ, ເປັນເຈົ້າການ ແລະ ຕື່ນຕົວປະຕິບັດໜ້າທີ່ການເມືອງ ແລະ ຄຳສັ່ງຊີ້ນຳ, ແນະນຳໃຫ້ມີຜົນສຳເລັດເປັນແຕ່ລະວຽກ, ສຸມໃສ່ກະກຽມທຸກວຽກງານ ໃຫ້ແກ່ການປິດສົກຮຽນໃຫ້ທັນເວລາ. ເປັນເຈົ້າການປະຕິບັດມາດຕະການປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19, ເອົາໃຈໃສ່ວຽກງານປັບປຸງຄ້າຍຄູໃຫ້ມີຄວາມສະອາດຈົບງາມຢ່າງເປັນປົກກະຕິ, ເອົາໃຈໃສ່ຄຸ້ມຄອງໃຫ້ແໜ້ນ ແລະ ນຳໃຊ້ໃຫ້ຖືກເຕັກນິກ, ເອົາໃຈໃສ່ສ້າງ ແລະ ຫັດແໜ້ນຄວາມສາມັກຄີເປັນເອກະພາບພາຍໃນ ບົນພື້ນຖານ ພ້ອມກັນຕະລຸມບອນເຮັດສຳເລັດທຸກໜ້າທີ່. ພາບ-ຂ່າວ: ສຕ ພິດສະໄໝ ແກ້ວມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ