ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ວຕກ ຈັດພິທິສອບເສັງຈົບຊັ້ນ
ເວລາອອກຂ່າວ: 2021-06-18 15:16:02 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 102 | ຄວາມນິຍົມ:



ໃນວັນທີ 18 ມິຖຸນາ 2021 ນີ້, ວິທະຍາຄານເຕັກນິກການທະຫານ ຈັດຕັ້ງພິທີສອບເສັງຈົບຊັ້ນໃຫ້ນັກຮຽນ ເຕັກນິກຍຸດໂທຊຸດທີ 11 ແລະ ເຕັກນິກລົດໂອໂຕຊຸດທີ 23 ສົກຮຽນ 2018-2021 ໂດຍພາຍໃຕ້ ການເປັນປະທານ ຂອງສະຫາຍ ພັນເອກ ສີສະໝອນ ໂນລະສິນ, ຫົວໜ້າການທະຫານ ມີສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ, ເລຂາຄະນະພັກ, ຫົວໜ້າການເມືອງ, ວິທະຍາຄານເຕັກນິກການທະຫານ ພ້ອມດ້ວຍຄະນະພັກ-ຄະນະອຳນວຍການ, ຄູ-ອາຈານ, ວິຊາການ ແລະ ພາກສ່ວນກ່ຽວຂ້ອງ ຕະຫຼອດຮອດນັກຮຽນ-ນັກສຶກສາເຂົ້າຮ່ວມ. ເພື່ອເປັນການຈັດຕັ້ງປະຕິບັດໂຄງການຫຼັກສູດ ກໍ່ສ້າງນາຍທະຫານເຕັກນິກຍຸດໂທ ລະບົບຊັ້ນກາງຂະແໜງ ສ້ອມແປງປືນໃຫຍ່ໜ້າດິນ ທີ່ໄດ້ເຊັນອານຸມັດນຳໃຊ້ຈາກ ວິທະຍາຄານເຕັກນິກການທະຫານ ແລະ ຫຼັກສູດກໍ່ສ້າງນາຍທະຫານເຕັກນິກລົດໂອໂຕ, ສະບັບເລກທີ 171/ວຕກ, ລົງວັນທີ5/11/2012 ອີງຕາມ ເນື້ອໃນແຜນການ ການຮຽນ-ການສອນ ໃຫ້ບັນດາເປົ້າໝາຍດັ່ງກ່າວສຳເລັດຕາມແຜນການ ແລະ ມີປະສິດທິຜົນສູງ. ເນື້ອໃນສອບເສັງຄັ້ງນີ້ມີສອງພາກຄື ການເມືອງ ແລະ ວິຊາສະເພາະ ພາກການເມືອງມີນັກສອບເສັງທັງສອງຂະແໜງ 40 ສະຫາຍ ວິຊາເສັງມີ ວຽກພັກ-ວຽກງານການເມືອງ, ປັດຊະຍາ-ມາກເລນິນ, ເສດຖະສາດການເມືອງ ,ລັດທິສັງຄົມນິຍົມວິທະຍາສາດ, ລັດ ແລະ ກົດໝາຍ, ປະຫວັດສາດພັກ. ພາກວິຊາສະເພາະ ຂະແໜງຍຸດໂທມີນັກສອບເສັງ 20 ສະຫາຍ ວິຊາເສັງມີສ້ອມແປງປືນໃຫຍ່ໜ້າດິນ, ທິດສະດີການປະກອບສ້າງ, ກວດກາເຕັກນິກ ແລະ ບົວລະບັດ. ຂະແໜງ ລົດໂອໂຕການທະຫານ ມີນັກສອບເສັງ 20 ສະຫາຍ ວິຊາເສັງມີ ຊ່ວງລ່າງ, ໄຟຟ້າ, ການປະກອບສ້າງຫົວຈັກ. ຜ່ານການສອບເສັງທັງສອງຂະແໜງ ເຫັນໄດ້ວ່ານັກສຶກສາ ແລະ ຄູ-ອາຈານແຕ່ລະສະຫາຍ ໄດ້ເອົາໃຈໃສ່ປະຕິບັດຕາມກົດລະບຽບຂອງການສອບເສັງໄດ້ດີ ນັກສຶກສາແຕ່ລະສະຫາຍໄດ້ຈົກຫົວບົດສອບເສັງ ແລ້ວປະຕິບັດລາຍງານຕາມລະບຽບຂອງໂຕະສອບເສັງ ຖາມ-ຕອບ ແລະ ປະຕິບັດເຮັດຕົວຈິງ ຕາມຫົວບົດສອບເສັງຂອງຕົນຈົກໄດ້. ໄລຍະການສອບເສັງຄັ້ງນີ້ ເຫັນໄດ້ວ່າພາກສ່ວນຮັບຜິດຊອບ, ນັກສອບເສັງແຕ່ລະສະຫາຍໄດ້ປະຕິບັດລະບຽບໄດ້ດີ ແລະ ຮັບປະກັນຄວາມປອດໄພ 100% ເຮັດໄດ້ຄະແນນດີຕາມເປົ້າໝາຍຂອງແຜນການອົບຮົມ. ຄຳຜິວ ພັນວິໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ