ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫົວໜ້າການເມືອງກອງພົນທີ 3 ໂອ້ລົມພະນັກງານພັກການຮັບບຳນານ
ເວລາອອກຂ່າວ: 2021-06-18 15:12:25 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 186 | ຄວາມນິຍົມ:



ໃນຕອນເຊົ້າຂອງວັນທີ 16 ມີຖຸນາ ປີ 2020 ນີ້, ສະຫາຍພົນຈັດຕະວາ ບຸນເຈື້ອ ຕຽນແສງດາວ, ກຳມະການຄະນະພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າການເມືອງກອງພົນທີ 3 ໄດ້ໂອ້ລົມພະນັກງານການນຳກອງພົນທີ 3 ຜູ້ທີ່ມີເງື່ອນໄຂພັກການຮັບບຳນານຈຳນວນ 2 ສະຫາຍ, ມີຄະນະຫ້ອງ 5 ຫ້ອງ, ພະແນກການກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ ສະຫາຍພັນໂທ ສົມລິດ ບົວໄຂຄຳ, ຫົວໜ້າພະແນກພະນັກງານ ກອງພົນທີ 3 ໄດ້ຂື້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດສະບັບເລກທີ 2478/ກປທ, ລົງວັນທີ 22 ພຶດສະພາ ປີ 2020 ວ່າດ້ວຍການຕົກລົງນະໂຍບາຍຕໍ່ພະນັກງານການນຳຂອງກອງພົນທີ 3 ຜູ້ທີ່ມີເງືອນໄຂພັກການລໍຖາຮັບບຳນານຈຳນວນ 2 ສະຫາຍ ຈາກນັ້ນ ສະຫາຍພົນຈັດຕະວາ ບູນເຈື້ອ ຕຽນແສງດາວ ໄດ້ໂອ້ລົມ ເຊີ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ 2 ສະຫາຍ, ຄະນະພັກ-ຄະນະບັນຊາ ກອງພົນທີ 3 ທີ່ໄດ້ທຸ່ມເທທຸກສະຕິປັນຍາ ປະກອບສວນເຂົ້າໃນການສ້າງສາພັດທະນາປະເທດຊາດ, ຕັ້ງໜ້າປັບປຸງກໍ່ສ້າງກົມກອງຕະຫຼອດໄລຍະຜ່ານມາ, ພ້ອມທັງຮຽກຮ້ອງໃຫ້ເປັນເຈົ້າການຊ່ວຍເຫຼືອ ໃນການຕຳນິກໍ່ສ້າງກົມກອງ ແລະ ຊ່ວຍອົງການຈັດຕັ້ງຂັ້ນບ້ານ ສຶກສາອົບການເມືອງແນວຄິດໃຫ້ພໍ່ແມ່ປະຊາຊົນຢູ່ທ້ອງຖິ່ນຂອງຕົນ ໃຫ້ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮອຍ, ໃນເວລາມີຄວາມຫຍຸ້ງຍາກໃຫ້ພົວພັນກົມກອງພ້ອມທີ່ຈະໃຫ້ການຊ່ວຍເຫຼືອຕາມເງື່ອນໄຂຕົວຈິງ. ຂ່າວໃຫ້ຮູ້ຕື່ມອີກວ່າ: ໃນຕອນບ່າຍຂອງວັນດຽວກັນຢູ່ທີ່ຫ້ອງປະຊຸມຂອງຫ້ອງການເມືອງກອງພົນທີ 3 ສະຫາຍພັນເອກ ສໍຍັນ ລໍອິນສອນ, ຄະນະປະຈຳພັກກອງພົນ, ຫົວໜ້າຫ້ອງການເມືອງກອງພົນທີ 3 ກໍ່ໄດ້ໂອ້ລົມພະນັກງານຜູ້ທີ່ລໍຖ້າພັກຜ່ອນຮັບບຳນານ ແລະ ພັກຜ່ອນປິ່ນປົວຍາວນານ ຈຳນວນ 5 ສະຫາຍ. ໂດຍ: ທອງເລື່ອນ ເກີນວົງຄຳ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ