ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເຂດ VI ແຂວງຊຽງຂວາງ ຈັດຕັ້ງເຜີຍແຜ່ມະຕິຂອງພັກ ແລະ ຂອງກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2021-06-18 15:09:16 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 93 | ຄວາມນິຍົມ:



ໃນວັນທີ 15-17 ມີຖຸນາ 2021ນີ້, ທີ່ສະໂມສອນກອງພັນໃຫ່ຍ 702 ໄດ້ເປີດກອງປະຊຸມເຜີຍແຜ່ເຊື່ອມຊືມມະຕິກອງປະຊຸມໃຫ່ຍຄັ້ງທີ Xl ຂອງພັກ ແລະ ມະຕິກອງປະຊຸມໃຫ່ຍຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງປະເທດ, ພາຍໃຕ້ການເປັນປະທານຂອງສະຫາຍ ພົນຕີ ສອນທອງ ພົມລາວົງ, ຄະນະປະຈຳພັກກະຊວງ, ຮອງກົມໃຫຍ່ການເມືອງກອງທັບ, ມີຄະນະພັກຄະນະບັນຊາກອງບັນຊາການທະຫານແຂວງຊຽງຂວາງ, ແຂວງຫົວພັນ, ກອງພັນໃຫຍ່ 584,ກອງພັນໃຫຍ່ 643, ກຸ່ມສາງນ້ຳມັນເລກ l, ໂຮງໝໍບໍລິເວນ 101, ຄະນະພັກໂຮງແຮງພູຊ້າງ, ໂຮງແຮມລາວສະກາຍເວ, ວິຊາການກະຊວງປ້ອງກັນປະເທດ ແລະ ຄະນະພັກກອງພັນໃຫ່ຍ 702 ພ້ອມດ້ວຍພະນັກງານ-ສະມາຊິກພັກຫຼັກ ແຫຼ່ງເຂ້າຮ່ວມ. ເອກະສານທີ່ນຳມາເຜີຍແຜ່ ມີເອກະສານມະຕິກອງປະຊຸມໃຫຍ່ຄັ້ງທີ Xl ຂອງພັກ, ເອກະສານກົດລະບຽບພັກ, ເອກະສານແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີເທື່ອທີ 9, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ເອກະສານຂໍ້ກຳນົດວ່າດ້ວຍການຄຸ້ມຄອງພະນັກງານບຳນານເສຍອົງຄະ, ໃນການເຜີຍແຜ່ເຊື່ອມຊຶມຄັ້ງນີ້ ກໍ່ເພື່ອສືບຕໍ່ສ້າງການຫັນປ່ຽນທາງດ້ານແນວຄິດຈິນຕະນາການຢ່າງແຂງແຮງ, ປັບປຸງຍົກສູງແນວຄິດການເມືອງ ຍົກສູງນ້ຳໃຈເສຍສະຫຼະ ແລະ ຢຶດໝັ້ນອຸດົມການປະຕິວັດຂອງຄະນະພັກ, ສະມາຊິກພັກ ແລະ ພະນັກງານຢ່າງເດັດດ່ຽວໜຽວແໜ້ນ ບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບການຕ່າງໆ ຕ້ານ ແລະ ແກ້ໄຂລັກສະນະຜິດເຂວຕ່າງໆ ຕີຖອຍລັດທິຄຳພີກົນຈັກອາດຍາສິດ, ເອກະຊົນ, ເດັດດ່ຽວແກ້ໄຂການເຊື່ອມຖອຍດ້ານແນວຄິດ, ຄຸນທາດການເມືອງຄຸນສົມບັດສິນທຳປະຕິວັດ, ແບບແຜນການດຳລົງຊີວິດຂອງສະມາຊິກພັກ, ພະນັກງານ. ເພີ່ມທະວີຄວາມສາມັກຄີ ເປັນເອກະພາບພາຍໃນພັກ, ພາຍສັງຄົມ ໃຫ້ໜັກແໜ້ນ ສ້າງຄວາມເປັນເອກະພາບ ແລະ ຄວາມຕັດສິນໃຈສູງ. ເສີມຂະຫຍາຍສະຕິປັນຍາຫົວຄິດປະດິດສ້າງ ເຂ້າໃຈ, ຮັບຮູ້ກ່ຽວກັບການສ້າງ ແລະ ການຫັນປ່ຽນໃໝ່ຂອງບັນດາກະຊວງ, ອົງການ ແລະ ທ້ອງຖິ່ນ ແນໃສ່ສ້າງການຫັນປ່ຽນທີ່ແຂງແຮງ ເລິກເຊິ່ງຮອບດ້ານ ໃນທຸກຂົງເຂດວຽກງານ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ກໍ່ຄືໃນທົ່ວພັກ-ທົ່ວລັດ, ທົ່ວສັງຄົມ. ສົ່ງເສີມດ້ານດີແກ້ໄຂຄວາມບົກຜ່ອງຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆ ໃນໄລຍະຜ່ານມາ ສ້າງຄວາມເຊື່ອໝັ່ນຂອງພະນັກງານ ແລະ ປະຊາຊົນຕໍ່ການນຳພາ. ຊີ້ນຳປົກປັກຮັກສາແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນກ້າວໜ້າ. ໃນກອງປະຊຸມດັ່ງກ່າວ ບັນດາຄະນະພັກຂອງແຕ່ລະກົມກອງ ໄດ້ປະກອບຄຳຄິດຄຳເຫັນແລກປ່ຽນບົດຮຽນ ໃນການປະຕິບັດໜ້າທີ່ວຽກງານຂອງກົມກອງຂອງຕົນ ທີ່ໄດ້ປະຕິບັດໃນໄລຍະຜ່ານມາ ມີຈຸດດີແລະຈຸດອ່ອນຄົງຄ້າງບາງອັນທີ່ຈະຕ້ອງໄດ້ແກ້ໄຂ. ໃນນັ້ນສະຫາຍປະທານໄດ້ກ່າວຄຳຊົມເຊີຍຕໍ່ບັນດາສະຫາຍສະມາຊິກພັກທີ່ໄດ້ເອົາໃຈໃສ່ຕິດຕາມ ການບັນລະຍາຍເອກະສານຕຶກຕອງຄົ້ນຄົ້ວາ ແລະ ປະກອບຄຳຄິດເຫັນຕໍ່ກອງປະຊຸມ. ໂດຍ: ຮ.ອ ວົງສາຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ