ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພິທີມອບໃບຢັ້ງຢືນໜ່ວຍພັກ 3 ປອດ ຢູ່ໂຮງໝໍບໍລິເວນ 107
ເວລາອອກຂ່າວ: 2021-06-18 15:06:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 172 | ຄວາມນິຍົມ:



ໃນຕອນເຊົ້າຂອງວັນທີ 18 ມິຖຸນາ 2021 ນີ້, ຢູ່ໂຮງໝໍບໍລິເວນ 107 ໄດ້ຈັດພິທີມອບໃບຢັ້ງຢືນໜ່ວຍພັກ 3 ປອດ: ປອດໃສ, ປອດໄພ, ປອດຄະດີ ແລະ ເປີດຂະບວນການແຂ່ງຂັນປະຈຳປີ 2021 ຂຶ້ນ ເປັນປະທານໂດຍ ສະຫາຍ ພັນເອກ ຍຸຄອນ ຜາລີເພັງ, ຮອງເລຂາຄະນະພັກຮາກຖານ, ຫົວໜ້າການເມືອງໂຮງໝໍບໍລິເວນ 107, ມີບັນດາສະຫາຍຄະນະພັກ-ຄະນະອໍານວຍການ ຕະຫຼອດຮອດເລຂາ-ຮອງເລຂາໜ່ວຍພັກທັງ 12 ໜ່ວຍເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ສີແພງ ມີດາຈັນ, ຄະນະພັກຮາກຖານ, ຫົວໜ້າພະແນກການເມືອງ ໄດ້ຂຶ້ນຜ່ານເອກະສານຂອງກົມໃຫຍ່ພະລາທິການກອງທັບ 03 ສະບັບວ່າດ້ວຍການກຳນົດເນື້ອໃນ, ມາດຖານຂໍ້ແຂ່ງຂັນ ແລະ ຂໍ້ຕົກລົງຢັ້ງຢືນກົມກອງປອດໃສ, ປອດໄພ, ປອດຄະດີ. ຈາກນັ້ນສະຫາຍ ພັນຕີ ສົມພອນ ພວງແກ້ວ, ຫົວໜ້າຂະແໜງໂຄສະນາໄດ້ຂຶ້ນຜ່ານຂໍ້ຕົກລົງຂອງຄະນະອຳນວຍການໂຮງໝໍບໍລິເວນ 107, ສະບັບເລກທີ 15/ຮໝວ, ລົງວັນທີ 07/06/2021 ວ່າດ້ວຍການຕົກລົງມອບໃບຢັ້ງຢືນໜ່ວຍພັກ ປອດໃສ, ປອດໄພ, ປອດຄະດີ ປະເພດ 1 ປະຈຳປີ 2020 ໃນນັ້ນມີ 07 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານດັ່ງນີ້: ໜ່ວຍພັກພະແນກຫ້ອງການ-ການເມືອງ, ໜ່ວຍພັກພະແນກບໍລິຫານການແພດ-ການຢາ-ຕຶກພະນັກງານ, ໜ່ວຍພັກພະແນກພະລາທິການ, ໜ່ວຍພັກພະແນກປະສູດ-ແມ່ ແລະເດັກ, ໜ່ວຍພັກພະແນກພາຍນອກ-ຫ້ອງປາດ, ໜ່ວຍພັກພະແນກພາຍໃນ-ຫ້ອງກວດ ແລະ ໜ່ວຍພັກພະແນກຊ່ວຍບົ່ງມະຕິ, ຫຼັງຈາກນັ້ນກໍ່ໄດ້ມອບໃບຢັ້ງຢືນໃຫ້ທັງ 07 ໜ່ວຍພັກ ຂຶ້ນມອບໂດຍ ສະຫາຍ ພັນເອກ ຍຸຄອນ ຜາລີເພັງ ແລະ ໄດ້ຜ່ານຂໍ້ແຂ່ງຂັນປະຈຳປີ 2021 ໂດຍມີ 06 ເນື້ອໃນຂໍ້ແຂ່ງຂັນ ພ້ອມນັ້ນບັນດາສະຫາຍເລຂາໜ່ວຍພັກ 12 ໜ່ວຍກໍ່ໄດ້ລົງລາຍເຊັນຮັບຮອງ ແລະ ຈັບມືກັບບັນດາສະຫາຍຄະນະພັກ-ຄະນະອຳນວຍການ. ໃນຕອນທ້າຍພິທີ ສະຫາຍ ພັນເອກ ຍຸຄອນ ຜາລີເພັງ ໄດ້ມີຄຳເຫັນໂອ້ລົມແຕ່ລະໜ່ວຍພັກ ໂດຍເນັ້ນໜັກຫຼາຍບັນຫາເປັນຕົ້ນແມ່ນ ວຽກງານການເມືອງ-ແນວຄິດ, ກຳແໜ້ນແນວທາງນະໂຍບາຍປ່ຽນແປງໃໝ່ຂອງພັກ-ລັດວາງອອກ, ວຽກງານວິຊາສະເພາະ-ເຕັກນິກການແພດໃຫ້ນັບມື້ມີຄວາມກ້າວໜ້າ ແລະ ທັນສະໄໝ, ອົງການຈັດຕັ້ງມະຫາຊົນຊາວໜຸ່ມ-ແມ່ຍິງຊຶ່ງເປັນກຳລັງແຮງຂອງກົມກອງໃຫ້ພ້ອມກັນເສີມຂະຫຍາຍທາດແທ້ ມູນເຊື້ອອັນດີງາມໄວ້ໃຫ້ໝັ້ນຄົງ,ແກ້ໄຂຂໍ້ຄົງຄ້າງຕ່າງໆທີ່ຍັງບໍສອດຄ່ອງກັບແນວທາງ, ຮັກສາໄດ້ຄວາມສາມັກຄີພາຍໃນ-ພາຍນອກ ແລະ ສ້າງກົມກອງໃຫ້ມີຄວາມສະຫງົບໂດຍພື້ນຖານ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ