ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ອະນຸກຳມະການກອງພັນໃຫຍ່ 11 ລົງກວດກາການສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ
ເວລາອອກຂ່າວ: 2021-06-18 15:05:41 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1002 | ຄວາມນິຍົມ:



ວັນທີ 15 ມິຖຸນາ 2021 ນີ້, ອະນຸກຳມະການກອງພັນໃຫຍ່ 11 ໄດ້ລົງກວດກາການສ້າງ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2021 ແລະ ທິດທາງແຜນການປະຈຳປີ 2022 ຂອງກອງພັນ 705 ພາຍໃຕ້ການເປັນປະທານຂອງສະຫາຍ ພັນໂທ ຄໍາສາຍ ມົນດວງສິງ, ຄະນະປະຈໍຳພັກ ຫົວໜ້າພະແນກການເມືອງກອງພັນ 11 ມີສະຫາຍ ພັນໂທ ຄຳແພງ ມິລາວັນ ຄະນະພັກຮາກຖານ ຫົວໜ້າການເມືອງກອງພັນ 705 ພ້ອມດ້ວຍ ຄະນະພັກ-ຄະນະບັນຊາກອງພັນ ແລະ ອະນຸກໍາມະການທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີສະຫາຍ ພັນໂທ ຄຳແພງ ມິລາວັນ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາ ການນຳພາປັບປຸງກໍ່ສ້າງ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໃນຊຸມປີຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ. ເຊິ່ງໄດ້ຍົກໃຫ້ເຫັນວ່າ ຄະນະພັກຮາກຖານ-ຄະນະໜ່ວຍພັກ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ສະມາຊິກພັກເປັນປົກກະຕິ ໂດຍຖືເອົາການສ່ອງແສງລາຍງານ, ການດໍາເນີນຊີວິດການເມືອງປະຈໍາອາທິດ, ປະຈໍາເດືອນ, ປະຈຳໄຕມາດ ແລະ ການດຳເນີນຊີວິດຂັ້ນຈຸ ເປັນບ່ອນສຶກສາອົບຮົມຕຳນິກໍ່ສ້າງເຊິ່ງກັນ ແລະ ກັນ. ມີ 01 ຄະນະພັກຮາກຖານ, ມີ 03 ໜ່ວຍພັກ, ມີ 12 ຈຸດຳເນີນຊີວິດ. ຕີລາຄາແບ່ງຄຸນນະພາບໄດ້: ສະມາຊິກພັກແຂງ 107 ສະຫາຍ ເທົ່າກັບ 91.45%, ສະມາຊິກພັກກາງ 03 ສະຫາຍ ເທົ່າກັບ 2.56%,ບໍ່ໄດ້ແບ່ງປະເພດ 07 ສະຫາຍ ເທົ່າກັບ 5.98% (ສໍາຮອງ), ວຽກງານປູກຝັງ-ລ້ຽງສັດ ເພື່ອແກ້ໄຂຊີວິດການເປັນຢູ່ ໄດ້ປູກຜັກຕາມລະດູການ ເພື່ອສົ່ງຂາຍທາງນອກ ແລະ ສະໜອງເຂົ້າເຮືອນຄົວລວມທັງໝົດແມ່ນ 9.965 ກິໂລ ຕົກເປັນເງິນ 70.500.000 ກີບ, ວຽງງານລ້ຽງສັດ ລ້ຽງເປັດ 620 ໂຕ, ໄກ່ສາມສາຍເລືອດ 400 ໂຕ, ປາດຸກ 830 ກິໂລ, ກົບ 620 ກິໂລ, ປານິນ-ປາໃນ 780 ກິໂລ, ປາເກັດແລບ-ປາກິນຫຍ້າ 320 ກິໂລ, ໝູພັນຊີ້ນ 8 ໂຕ, ກະຕ່າຍ 52 ໂຕ, ລວມເປັນເງິນຈາກການລ້ຽງສັດທັງໝົດ 106.951.000 ກີບ. ທິດທາງແຜນການໃນຕໍ່ໜ້າ ຄະນະພັກ-ຄະນະບັນຊາ ຈະໄດ້ເອົາໃຈໃສ່ໃນການນຳພາປັບປຸງກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຄະນະຮາກຖານ ຈະໄດ້ເອົາໃຈໃສ່ສຶກສາອົບຮົມໃຫ້ສະມາຊິກພັກ ໃຫ້ກຳໄດ້ຫຼັກການນຳພາຂອງພັກ ໂດຍສະເພາະແມ່ນການຍຶດໝັ້ນ ແລະ ປະຕິບັດຫຼັກການລວມສູນປະຊາທິປະໄຕ ນຳພາເປັນໝູ່ຄະນະ ແບ່ງບຸກຄົນຮັບຜິດຊອບ ສືບຕໍ່ປັບປຸງລະບົບການຈັດຕັ້ງພັກ, ການຈັດຕັ້ງນຳພາບັນຊາ, ອົງການຈັດຕັ້ງມະຫາຊົນ ຢູ່ໃນຂົງເຂດນຳພາຂອງຄະນະພັກຮາກຖານ ໃຫ້ມີການເຄື່ອນໄຫວຖືກຕ້ອງຕາມພາລະບົດບາດ ຂອງແຕ່ລະອົງການຈັດຕັ້ງ, ເປັນກຳລັງແຮງໃຫ້ແກ່ການຈັດຕັ້ງພັກ ໃນການປະຕິບັດໜ້າທີ່ການເມືອງ ໃຫ້ມີຜົນສຳເລັດສູງ, ສືບຕໍ່ຈັດຕັ້ງປະຕິບັດຕາມ 04 ໜ້າທີ່ໃຫຍ່ 26 ແຜນງານ ທີ່ກະຊວງປ້ອງກັນປະເທດວາງອອກເວົ້າລວມ ເວົ້າສະເພາະແມ່ນປະຕິບັດໜ້າທີ່ການເມືອງ ຂອງກົມກອງໃຫ້ມີຜົນສຳເລັດດີຂຶ້ນເລື່ອຍໆ. ກອງປະຊຸມຍັງໄດ້ຜັດປ່ຽນກັນປະກອບຄຳຄິດເຫັນ ເພື່ອເຮັດໃຫ້ບົດສະຫຼຸບມີເນື້ອໃນຄົບຖ້ວນ. ໃນຕອນທ້າຍກອງປະຊຸມສະຫາຍ ພັນໂທ ຄຳສາຍ ມັນດວງສິງ ກໍໄດ້ໂອ້ລົມເຊິ່ງ ສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາສະຫາຍ ພະນັກງານ-ສະມາຊິກພັກ ຍາດມາໄດ້ຕະຫຼອດໄລຍະທີ່ຜ່ານມາ ພ້ອມທັງຮຽກຮ້ອງໃຫ້ ພະນັກງານ-ສະມາຊິກພັກ ແຕ່ລະສະຫາຍຍົກສູງນ້ຳໃຈຮັບຜິດຊອບ ມີສະຕິຕໍ່ການຈັດຕັ້ງເວົ້າລວມ ເວົ້າສະເພາະແມ່ນການປັບປຸງກໍ່ສ້າງຕົນເອງ ໃນການປະຕິບັດກົດລະບຽບຂອງພັກ ຢ່າງເຂັ້ມງວດ, ເອົາໃຈໃສ່ຕັ້ງໜ້າປັບປຸງກໍ່ສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜັນ ຖືເອົາການຕຳນິຕິຊົມເປັນບັນຫາສຳຄັນ ເພື່ອຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ໃນພັກ ເປັນເຈົ້າການເສີມຂະຫຍາຍມູນເຊື້ອຂອງພັກໃນດ້ານທີ່ພົ້ນເດັ່ນ ປັບປຸງແກ້ໄຂຂໍ້ຄົງຄ້າງ ເພື່ອເຮັດໃຫ້ພັກກາຍເປັນແບບຢ່າງໃນການຊີ້ນຳ-ນຳພາ ໃນທຸກຂົງເຂດວຽກງານ ການນຳພາຂອງຄະນະພັກແຕ່ລະຂັ້ນໃຫ້ນັບມື້ມີຄວາມເຂັ້ມແຂງເປັນກ້າວໆ. ໂດຍ: ເຄນ ພົມສະຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ