ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມໃຫຍ່ເສນາທິການກອງທັບມອບເຮືອກູ້ໄພ 2 ລຳໃຫ້ກອງບັນຊາການທະຫານແຂວງໄຊຍະບູລີ
ເວລາອອກຂ່າວ: 2021-06-17 15:34:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 184 | ຄວາມນິຍົມ:



ພາຍຫຼັງເກີດມີຝົນຕົກໜັກຫຼາຍຊົ່ວໂມງຕິດຕໍ່ກັນໄດ້ເຮັດໃຫ້ແມ່ນ້ຳຮຸ່ງບວກກັບສາຍນ້ຳຕ່າງໆໄຫຼເຂົ້າຖ້ວມຫຼາຍບ້ານໃນຕົວເມືອງໄຊຍະບູລີໃນຕອນເຊົ້າຂອງວັນທີ 14 ມິຖຸນາ 2021 ນີ້, ດັ່ງນັ້ນ, ກົມໃຫຍ່ເສນາທິການກອງທັບກະຊວງປ້ອງກັນປະເທດ ຈິງໄດ້ແຕ່ງຕັ້ງໃຫ້ຄະນະທິມງານກູ້ໄພກົມສ້າງແສງກົມໃຫຍ່ເສນາທິການກອງທັບນຳເອົາເຮືອກູ້ໄພຈຳນວນ 2 ລຳລົງມາຊ່ວຍເຫຼືອແຂວງໄຊຍະບູລີຢ່າງຮີບດ່ວນ, ພາຍຫຼັງສຳເລັດການປະຕິບັດໜ້າທີ່ເຮືອຈຳນວນດັ່ງ ກ່າວກໍ່ໄດ້ມອບຕໍ່ໃຫ້ກອງບັນຊາການທະຫານແຂວງໄຊຍະບູລີເປັນຜູ້ປົກປັກຮັກສາ ແລະ ນຳໃຊ້ຕໍ່ໄປ, ເຮືອກູ້ໄພທີ່ມອບໃນຄັ້ງນີ້ ມີຈຳນວນ 2 ລຳຄື: ຍີ່ຫໍ້YAMAHA ປະເພດເຮືອທອງແບນສີຂາວ 1 ລໍາ, ປະເພດເຮືອສູບລົມ 1 ລໍາ, ຫົວຈັກຈໍານວນ 2 ເຄື່ອງ, ເສື້ອຊູຊີບ 15 ຜືນ, ໄມ້ພາຍ 3 ໃບ, ບັ້ງສູບລົມ 1 ເຄື່ອງ ແລະ ເຄື່ອງປະກອບຄົບສຸດ, ການມອບເຮືອກູ້ໄພໃຫ້ກອງບັນຊາການທະຫານແຂວງໄຊຍະບູລີໃນຄັ້ງນີ້ກໍ່ເພື່ອໃຫ້ປົກປັກຮັກສາ ແລະ ນຳໃຊ້ເຂົ້າໃນການຊ່ວຍເຫຼືອກອບກູ້ໄພພິບັດໃນແຕ່ລະໄລຍະໃຫ້ທັນກັບສະພາບການ ແລະ ນຳໃຊ້ໃຫ້ໄດ້ຍາວນານ. ຂ່າວ: ສົມຈີນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ