ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພົນທີ 2 ມອບເຄື່ອງຊ່ວຍເຫຼືອແຂວງໄຊຍະບູລີ
ເວລາອອກຂ່າວ: 2021-06-17 15:26:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 207 | ຄວາມນິຍົມ:



ໃນວັນທີ 16 ມີຖຸນາ 2021ນີ້. ກອງພົນທີ 2 ນໍາໂດຍ ສະຫາຍ ພົນຈັດຕະວາ ວຽງແກ້ວ ສີສຸລາດ ຫົວໜ້າການເມືອງກອງພົນທີ 2 ພ້ອມດ້ວຍຄະນະ ໄດ້ນໍາເອົາເຄື່ອງບໍລິໂພກຈຳນວນໜື່ງ ໄປມອບຊ່ວຍເຫຼືອແຂວງໄຊຍະບູລີ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໃນຄັ້ງນີ້. ສະຫາຍ ພົນຈັດຕະວາ ວຽງແກ້ວ ສີສຸລາດ ໄດ້ກ້າວສະແດງຄວາມເສຍໄຈຕໍ່ໄພທໍາມະຊາດທີ່ເກີດຂື້ນ ເຮັດໃຫ້ຊັບສີນ, ເນື້ອທີ່ທໍາການຜະລິດຂອງປະຊາຊົນຖືກເສຍຫາຍ ແລະ ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ຊີວິດການກີນຢູ່ຂອງພໍ່ແມ່ປະຊາຊົນ. ສະນັ້ນເພື່ອນເປັນການບັນເທົາທຸກໃນເບື່ອງຕົ້ນໃຫ້ພໍ່ແມ່ປະຊາຊົນຜູ້ທີໄດ້ຮັບຜົນກະທົບໃນຄັ້ງນີ້. ຄະນະພັກ-ຄະນະບັນຊາ ກອງພົນທີ 2 ຈື່ງໄດ້ນໍາເອົາເຄື່ອງບໍລິໂພກຈຳນວນໜື່ງ ເຊັ່ນ ນ້ຳດື່ມ ແລະ ໝີ່ສຳເລັດຮູບ. ລວມມູນຄ່າ 6.000.000 ກີບ. ມາມອບໃຫ້ເພື່ອປະກອບສ່ວນຊ່ວຍເຫຼືອຜູ້ປະສົບໄພນ້ໍາຖ້ວມໃນຄັ້ງນີ້. ໂອກາດນີ້ ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໄຊຍະບູລີ ກໍ່ໄດ້ກ້າວສະແດງຄວາມຂອບໃຈຕໍ່ຄະນະພັກ-ຄະນະບັນຊາກອງພົນທີ 2 ທີມີຄວາມເປັນຫ່ວງເປັນໃຍ ແລະ ໄດ້ນໍາເອົາເຄື່ອງບໍລິໂພກມາຊ່ວຍເຫຼືອປະຊາຊົນທີໄດ້ຮັບຜົນກະທົບໃນຄັ້ງນີ້ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະນໍາເອົາເຄື່ອງຈະນວນດັ່ງກ່າວ ໄປມອບຕໍ່ໃຫ້ປະຊາຊົນທີໄດ້ຮັບຜົນກະທົບ ເພື່ອເປັນຂັວນກຳລັງໄຈ ແລະ ບັນເທົາຄວາມທຸກໃນເບື້ອງຕົ້ນໃຫ້ແກ້ປະຊາຊົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ