ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນການທະຫານທ້ອງຖີ່ນແຂວງອຸດົມໄຊ ປິດຊຸດອົບຮົມທະຫານໃໝ່ ຊຸດທີ 26
ເວລາອອກຂ່າວ: 2021-06-15 15:14:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 233 | ຄວາມນິຍົມ:



ໃນວັນທີ 15 ມີຖຸນາ 2021 ນີ້, ທີ່ໂຮງຮຽນການທະຫານທ້ອງຖິ່ນແຂວງອຸດົມໄຊ ໄດ້ປິດຊຸດອົບຮົມຫັດແອບວຽກງານການເມືອງ, ການທະຫານ ແລະ ພະລາທິການ-ເຕັກນັກ ໃຫ້ທະຫານໃໝ່ຊຸດທີ 26 ປະຈໍາປີ 2021, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄຳເຜີຍ ໂສມພັນ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງອຸດົມໄຊ, ມີຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ຄະນະອໍານວຍການໂຮງຮຽນ, ຕະຫຼອດຮອດພະນັກງານຄູ-ອາຈານ ແລະ ທະຫານໃໝ່ຊຸດທີ 26 ເຂົ້າຮ່ວມ. ສະຫາຍ ພັນຕີ ຄຳໄຊ ໄຊຍະຄຳ ຫົວໜ້າການທະຫານໂຮງຮຽນການທະຫານທ້ອງຖີ່ນ ໄດ້ຜ່ານບົດສະຫຼຸບລາຍງານຜົນຂອງການຈັດຕັ້ງປະຕິບັດອົບຮົມ-ຫັດແອບ ໃຫ້ທະຫານໃໝ່ປະຈຳປີ 2021 ຕາມແຜນການອົບຮົມຫັດແອບ ໄລຍະເວລາ 3 ເດືອນ, ໂດຍມີທະຫານໃໝ່ເຂົ້າອົບຮົມຫັດແອບ ທັງໝົດຈຳນວນ 96 ສະຫາຍ, ຍິງ 12 ສະຫາຍ, ໄດ້ເຝິກແອບຮ່ຳຮຽນທັງພາກທິດສະດີ ແລະ ປະຕິບັດຕົວຈີງໄປພ້ອມກັນ ເຊິ່ງສາມາດຕີລາຄາຜົນຂອງການສອບເສັງຕົວຈີງທັງທິດສະດີ, ຫຼັກການ, ລະບຽບວິໄນຂອງກອງທັບ, ສິນລະປະຍຸດ-ຍຸດທະວິທີ ແມ່ນບັນລຸຕາມແຜນການອົບຮົມຫັດແອບ ຂັ້ນເກັ່ງ 19 ສະຫາຍ, ຂັ້ນກາງ 76 ສະຫາຍ ແລະ ຄາດໝາຍ 01 ສະຫາຍ, ສະເລ່ຍລວມສາມາບັນລຸໄດ້ 98,95%. ພ້ອມທັງມອບໃບຢັ້ງຢືນໃຫ້ທະຫານໃໝ່ ຈຳນວນ 96 ສະຫາຍ. ສະຫາຍ ພັນເອກ ຄຳເຜີຍ ໂສມພັນ ໄດ້ໂອ້ລົມຕໍ່ ຄູອາຈານ ແລະ ທະຫານໃໝ່ ທີ່ໄດ້ສຳເລັດບັ້ນເຝິກອົບຮົມໃນຄັ້ງນີ້ ເຊີ່ງໄດ້ສະແດງຄວາມຍ້ອງຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້, ພ້ອມຍັງເນັ້ນໜັກໃຫ້ທະຫານໃໝ່ ຈົ່ງເອົາໃຈໃສ່ໃນການເຝິກຝົນຫຼໍ່ຫຼອມຕົນເອງ, ຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານປັບປຸງກໍ່ສ້າງກົມກອງໃຫ້ມີໃບໜ້າອັນໃໝ່ ແລະ ມີຄວາມເຂັ້ມແຂງ-ໜັກແໜ້ນໃນທຸກດ້ານ, ເປັນແບບຢ່າງທີ່ດີໃນການປະຕິບັດລະບຽບວິໄນຂອງກອງທັບ, ກໍຄືຂອງກົມກອງຂອງຕົນຢ່າງເຂັ້ມງວດ, ນໍາເອົາບົດຮຽນຕ່າງໆທີ່ໄດ້ຮໍ່າຮຽນໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານວິຊາສະເພາະເພື່ອປະກອບສ່ວນສ້າງກອງທັບມີແບບແຜນທັນສະໄໝຂຶ້ນຢ່າງບໍ່ຢຸດຢັ້ງ. ຂ່າວ-ພາບ: ສົມພູນ ທຳມະຕານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ