ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງບັນຊາການທະຫານອາກາດ ປີດຊຸດອົບຮົມທະຫານໃໝ່
ເວລາອອກຂ່າວ: 2021-06-15 14:22:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 97 | ຄວາມນິຍົມ:



ໃນວັນທີ 15 ມີຖຸນາ 2021 ນີ້, ກອງບັນຊາການທະຫານອາກາດ ໄດ້ປີດຊຸດອົບຮົມ-ຫັດແອບທະຫານໃໝ່ ປະຈໍາປີ 2020 ໂດຍການເປັນປະທານຂອງ ສະຫາຍພັນເອກ ຄໍາມ້າວ ວໍລະເດດ ຫົວໜ້າ ຫ້ອງເສນາທີການ ກອງບັນຊາການທະຫານອາກາດ, ມີຄະນະພັກ-ຄະນະບັນຊາ 6 ຫ້ອງ, ກອງພັນໃຫຍ່ 702-703 ພ້ອມດ້ວຍພະນັກງານຄູ-ອາຈານຕະຫຼອດຮອດພົນທະຫານໃໝ່ເຂົ້າຮ່ວມ. ສະຫາຍ ພັນໂທ ຄໍາສຸກ ສີດີທອງຄໍາ ຫົວໜ້າພະແນກອົບຮົມທົ່ວໄປກອງບັນຊາການທະຫານອາກາດໄດ້ຜ່ານບົດສະຫຼຸບອົບຮົມ-ຫັດແອບໄລຍະສັ້ນຂອງພົນທະຫານໃໝ່ປະຈໍາປີ 2020 ຂອງກອງບັນຊາການທະຫານອາກາດ, ເຊິ່ງໄດ້ຈັດຕັ້ງປະຕິບັດຕາມແຜນອົບຮົມຂອງຂັ້ນເທິງ ແຕ່ວັນທີ 01 ມີນາ 2021 ຫາ ມີຖຸນາ 2021 ໄດ້ສໍາເລັດ, ການຈັດຕັ້ງອົບຮົມ-ຫັດແອບເປັນເວລາ 03 ເດືອນກວ່າ, ໂດຍມີພົນທະຫານໃໝ່ເຂົ້າຮ່ວມຈໍານວນ 227 ສະຫາຍ, ຍິງ 95 ສະຫາຍ, ໃນນີ້ໄດ້ຈັດຕັ້ງຮໍ່າຮຽນພາກທິດສະດີ ແລະ ພາກປະຕິບັດຕົວຈິງເຊິ່ງມັນສະແດງອອກໃນການກວດກາ, ສອບເສັງສາມາດຕີລາຄາຜົນໄດ້ຮັບ : ພາກວິຊາການເມືອງ 83 %, ພາກການທະຫານ ວິຊາລະບຽບ-ກີລາການທະຫານ 77%, ສິນລະປະຍຸດ 76%, ຍຸດທະວິທີ 75 %, ພາກພະລາທິການ 77 % ແລະ ພາກວິຊາເຕັກນິກ 81 %, ໂດຍສັງລວມແລ້ວເຫັນວ່າການອົບຮົມ-ຫັດແອບແມ່ນໄດ້ບັນລຸຕາມຄາດໝາຍທີວາງໄວ້ ແລະ ມີຄວາມສະຫງົບປອດໄພ. ສະຫາຍ ພັນເອກ ຄໍາມ້າວ ວໍລະເດດ ໄດ້ກ່າວສະແດງຄວາມຍ້ອງຍໍຊົມຊົມເຊີຍຕໍ່ຜົນງານທີຍາດມາໄດ້ມັນແມ່ນຄວາມຮຽກຮ້ອງຕ້ອງການຂອງໜ້າທີການເມືອງດ້ວຍຄວາມຮັບຜິດຊອບສູງຂອງຄູ-ອາຈານ, ຄະນະຮັບຜິດຊອບ ແລະ ພົນທະຫານໃໝ່ທີ່ເອົາໃຈໃສ່ຕໍ່ການອົບຮົມ-ຫັດແອບໃນຄັ້ງນີ້ ຢ່າງມີຜົນສໍາເລັດສູງດ້ວຍຄຸນນະພາບ ແລະ ພອ້ມກັນເຮັດສໍາເລັດໜ້າທີ່ຕາມການຈັດຕັ້ງມອບໝາຍ. ພ້ອມທັງ ຍັງໄດ້ເນັ້ນໜັກໃຫ້ພົນທະຫານ ໃໝ່ຈົ່ງພ້ອມກັນຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມຮູ້ຄວາມສາມາດການນໍາພາຢ່າງຮອບດ້ານ, ປະກອບສ່ວນເຮັດໜ້າທີ່ຕາມການມອບໝາຍວຽກງານວິຊາສະເພາະຂອງກົມກອງ, ສຶບຕໍ່ອອກແຮງດຸໝັ່ນຂະຫຍັນພຽນເພີ່ມພູນພະລິດຜົນແກ້ໄຂຊິວິດການເປັນຢູ່ຂອງກົມກອງໃຫ້ດີຂຶ້ນເປັນກ້າວໆ, ບົນຈິດໃຈເພີ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປັບປຸງກໍ່ສ້າງກົມກອງໃຫ້ມີຄວາມກ້າວໜ້າອັນໃໝ່ ແລະ ມີຄວາມເຂັ້ມແຂງໜັກແໜ້ນໃນທຸກດ້ານ, ເປັນແບບຢ່າງທີ່ດີປະຕິບັດລະບຽບວິໄນຂອງກອງທັບວາງອອກຢ່າງເຂັ້ມງວດ ແລະ ພ້ອມກັນສູ້ຊົນເຮັດສໍາເລັດໜ້າທີ່ການເມືອງຕາມການຈັດຕັ້ງມອບໃຫ້. ສະຫາຍ ພັນເອກ ຄໍາມ້າວ ວໍລະເດດ ຍັງໄດ້ເປັນກຽດມອບໃບຢັ້ງຢືນການອົບຮົມ-ຫັດແອບພົນທະຫານໃໝ່ປະຈໍາປີ 2020 ແລະ ປະກາດເລື່ອນຊັ້ນໃຫ້ພົນທະຫານໃໝ່ຈໍານວນ 227 ສະຫາຍ, ຈາກຊັ້ນ II ຂຶ້ນຊັ້ນ I ຢ່າງສົມກຽດ. ໂດຍ: ສີທາ ສີສົມບັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ