ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ມອບ-ຮັບ ໂຄງການກໍ່ສ້າງລະບົບນໍ້າປະປາເຂົ້າກອງພັນໃຫຍ່ 202
ເວລາອອກຂ່າວ: 2021-06-15 14:21:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 599 | ຄວາມນິຍົມ:



ໃນວັນທີ 12 ມີຖຸນາ 2021 ນິ້, ໄດ້ມີມອບ-ຮັບ ໂຄງການກໍ່ສ້າງລະບົບນໍ້າປະປາເຂົ້າກອງພັນໃຫຍ່ 202 ກອງພົນທີ2 ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ວຽງແກ້ວ ສີສຸລາດ ຫົວໜ້າການເມືອງກອງພົນທີ 2, ມີ ທ່ານ ຄຳເຜົ່າ ແກ້ວມີໄຊ ປະທານບໍລິສັດມີໄຊກອນ ກໍ່ສ້າງຈໍາກັດຜູ້ດຽວ , ມີບັນດາໜ່ວຍງານກວດກາທີມາຈາກກະຊວງປ້ອງກັນປະເທດ, ຄະນະຫ້ອງ, ພະແນກການ ຄະນະພັກ- ຄະນະບັນຊາ ແລະ ຂະແໜ່ງການທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ຄໍາເຜົ່າ ແກ້ວມີໄຊ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງດັ່ງກ່າວ ແມ່ນໄດ້ເລີມລົງມືກໍ່ສ້າງ ມາແຕ່ວັນ 18 ຕຸລາ 2020 ມາຮອດ ວັນທີ 12 ມິຖຸນາ 2021 ແມ່ນໄດ້ສໍາເລັດແລ້ວ 100% ໃນມູນຄ່າ 9.240.000.000 ກີບ. ພ້ອມທັງເຊັ່ນບົດບັນທືກກ່າວມອບ ໃຫ້ກອງພັນໃຫຍ່ 202 ກອງພົນທີ2 ເປັນຜູ້ບໍລິຫານຄຸ້ມຄອງ ແລະ ນໍາໃຊ້ ຕາງໜ້າກ່າວຮັບໂດຍ ສະຫາຍ ພັນໂທ ບຸນກໍ່າ ພີມພົງພັນ ຫົວໜ້າຫ້ອງພະລາທິການກອງພົນທີ2 ສະຫາຍ ພັນໂທ ບຸນກໍ່າ ພີມພົງພັນ ກໍໍໄດ້ສະແດງຄວາມຂອບໃຈນຳບໍລິສັດມີໄຊກອນກໍ່ສ້າງທີ່ໄດ້ເອົາໃຈໃສ່ທຸ້ມເທກຳລັງແຮງງານ ແລະ ສະຕິບັນຍາເຂົ້າໃນການກໍ່ສ້າງ ພ້ອມທັງຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ ຈົ່ງເອົາໃຈໃສ່ສຶກສາອົບຮົມໃຫ້ພະນັກງານວິຊາສະເພາະໃນການຄຸ້ມຄອງນຳໃຊ້ວັດຖຸ ອຸປະກອນໃຫ້ໄດ້ຍາວນານ ຫຼີກເວັ້ນການເປ່ເພເສຍຫາຍ, ສັບຊ້ອນລະບົບການຈັດຕັ້ງວິຊາສະເພາະໃສ່ແຕ່ລະຕໍາແໜ່ງງານໃຫ້ຄົບ ແລະ ຈັດຕັ້ງເຝິກອົບຮົມທາງດ້ານເຕັກນີກນ້ຳປະປາ ໃຫ້ພະນັກງານ ວິຊາສະເພາະເປັນປະຈຳ ເພື່ອຍົກສູງຄຸນນະພາບການຜະລິດ ແລະ ນໍາໃຊ້ນໍ້າປະປາ, ຕັ້ງໜ້າປັບປຸງແບບແຜນວິທີເຮັດວຽກໃຫ້ເປັນເອກະພາບໃນໝູ່ຄະນະ ແບ່ງບຸກຄົນຮັບຜິດຊອບໃຫ້ຈະແຈ້ງ ເພື່ອຮັບປະກັນໃຫ້ວຽກງານ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ