ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໜ່ວຍພັກສູນລະຫັດເຕັກນິກກົດລັບ ດຳເນີນກອງປະຊຸມໃຫຍ່ຂອງຕົນ
ເວລາອອກຂ່າວ: 2019-01-02 09:17:49 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 40 | ຄວາມນິຍົມ:



ໜ່ວຍພັກສູນລະຫັດເຕັກ ນິກກົດລັບ ໄດ້ດໍາເນີນກອງ ປະຊຸມໃຫຍ່ ຄ້ັງທີ V ຂອງຕົນ ໃນວັນທີ 28 ທັນວາ 2018 ນີ້, ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ ພອນໃຈ ພັນທະວົງ ຄະນະພັກອົງການກົມໃຫຍ່ເສ ນາທິການ, ຫົວໜ້າກົມກົດລັບ, ມີຄະນະພັກ-ຄະນະບັນຊາ, ບັນດາ ແຂກທີ່ຖືກເຊີນ ແລະ ສະມາ ຊິກພັກສົມບູນ-ສໍາຮອງເຂົ້າ ຮ່ວມ. ພັນໂທ ຜາທິບ ໄຊຍະຖາ ເລຂາໜ່ວຍພັກສູນລະຫັດເຕັກ ນິກກົດລັບ ໄດ້ສະຫລຸບຕີລາຄາ ຄືນບົດບາດການນຳພາຂອງພັກຕໍ່ຂົງເຂດວຽກງານດ້ານຕ່າງໆໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກກະ ຊວງປ້ອງກັນປະເທດວາງອອກ ຕິດພັນກັບການປັບປຸງກໍ່ສ້າງ ພັກໃຫ້ມີຄວາມປອດໃສ, ເຂັ້ມ ແຂງ, ໜັກແໜ້ນ ໂດຍປະຕິບັດ ຕາມ 5 ຫລັກການ 3 ທິດນຳຂອງ ພັກວາງອອກ ເຊິ່ງຄະນະໜ່ວຍ ພັກໄດ້ຖືສຳຄັນວຽກງານສຶກສາ ອົບຮົມການເມືອງ, ແນວຄິດໃຫ້ ພະນັກງານ-ສະມາຊິກພັກ-ນັກ ຮົບມີຄຸນທາດການເມືອງໜັກ ແໜ້ນ, ມີຄຸນສົມບັດສິນທຳປະ ຕິວັດ, ມີລະບຽບແບບແຜນວິທີ ເຮັດວຽກສາມາດເຮັດສຳເລັດໜ້າທີ່ການເມືອງຂອງກົມກອງ ມອບໝາຍໃຫ້ໄດ້ເປັນຢ່າງດີ ເປັນ ຕົ້ນການປະຕິບັດວິຊາສະເພາະ ໃນການຄຸ້ມຄອງນໍາໃຊ້, ຄົ້ນຄວ້າ ຮຽບຮຽງ-ອອກແບບ, ຜະລິດ ເຕັກນິກພື້ນຖານ ແລະ ຕິດຕັ້ງ ສ້ອມແປງຈັກລະຫັດ, ມີຄວາມ ຮັບຜິດຊອບຕໍ່ຜົນໄດ້ຜົນເສຍຕໍ່ກົມກົດລັບ. ພ້ອມນັ້ນຄະນະໜ່ວຍພັກ ຍັງໄດ້ເອົາໃຈໃສ່ຊີ້ນໍາສະມາຊິກ ເອົາໃຈໃສ່ເຮັດວຽກງານແກ້ໄຂ ຊີວິດການເປັນຢູ່ຕາມທ່າແຮງບົ່ມ ຊ້ອນຂອງກົມກອງ ໂດຍຖືເອົາ ການປູກຝັງ-ລ້ຽງສັດ ແລະ ການ ບໍລິການອື່ນໆ ເຊິ່ງກົມກອງມີ ງົວລ້ຽງທັງໝົດ 34 ໂຕ ຂາຍ ອອກ 11 ໂຕ, ນອກນັ້ນກໍໄດ້ ລ້ຽງປາດຸກ, ກົບ, ລ້ຽງໝູ ແລະ ປູກເຫັດ. ໃນໄລຍະ 5 ປີ ຜ່ານມາ ສາມາດສ້າງລາຍຮັບຈາກການ ຂາຍ ສັດລ້ຽງ, ປູກຝັງ ແລະ ບໍລິການອື່ນໆ ໄດ້ທັງໝົດ 158.815.000 ກີບ. ກອງປະຊຸມຍັງໄດ້ປ່ອນບັດ ຄັດເລືອກເອົາຄະນະຫນ່ວຍພັກ ຊຸດໃຫມ່, ໂດຍເປັນເອກະສັນ ເລືອກເອົາພັນໂທ ຜາທິບ ໄຊຍະ ຖາ ເປັນເລຂາໜ່ວຍພັກ, ພັນໂທ ແພງ ດວງຂັນຕີ ເປັນຮອງເລ ຂາ, ພັນໂທ ໄຮ້ເທັກ ບຸນທຽມ, ພັນໂທ ສຸກສະຫວັນ ທໍາມະນີລັນ ແລະ ພັນໂທ ນາງ ວຽງສະຫວັນ ແກ້ວບົວລາ ເປັນກໍາມະການ. ພ້ອມນັ້ນກອງປະຊຸມຍັງໄດ້ ປ່ອນບັດຄັດເລືອກເອົາຜູ້ແທນ ສົມບູນໄປຮ່ວມກອງປະຊຸມຂອງ ຂັ້ນເທິງໄດ້ຕາມຄາດໝາຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ