ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະຫາຍຫົວໜ້າການທະຫານໂຮງຮຽນກໍ່ສ້າງນາຍສິບເລກ2ວຽງໄຊຊີ້ນໍາການຍິງລູກປືນແທ້ ໃຫ້ນັກຮຽນກໍ່ສ້າງເລັ່ງລັດ ຊຸດທີ 3.
ເວລາອອກຂ່າວ: 2021-06-15 10:09:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 107 | ຄວາມນິຍົມ:



ວັນທີ 11 ມິຖຸນາ 2021 ຜານມານີ້ , ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ພ້ອມຄະນະໄດ້ເຄື່ອນໄຫວຊີ້ນໍາການອົບຮົມຫັດແອບຍິງລູກປືນແທ້ຢູ່ພາກສະໜາມໃຫ້ນັກຮຽນກໍ່ສ້າງເລັ່ງລັດຊຸດທີ່ 3 ການເຄື່ອນໄຫວຊີ້ນຳແຜນການໃນຄັ້ງນີ້ ໂດຍປະຕິບັດຕາມແຜນການອົບຮົມຫັດແອບຂອງຂັ້ນເທີ່ງກໍຄືກົມກອງຕໍ່ການປັບປຸງກໍ່ສ້າງກໍາລັງ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ມີຄວາມຊໍານິຊໍານານ ໃນການນຳໃຊ້ອາວຸດຍຸດໂທປະກອນ ແລະ ສິລະປະຍຸດ-ຍຸດທະວິທີ ສາມາດເຄື່ອນໄຫວ ເຮັດຫນ້າທີ່ ສູ້ຮົບໄດ້ທຸກຮູບແບບ ແລະ ໃນທຸກກໍລະນີ ພ້ອມທັງເຮັດໃຫ້ນັກຮຽນ ມີຄວາມທົນທານ, ໜຽວແໜ້ນ ເພື່ອເຮັດສໍາເລັດໜ້າທີ່ຂອງຕົນ ຮູ້ໝູນໃຊ້ພູມີປະເທດ ມີໄຫວພິບເອົາຕົວລອດຢ່າງຄ່ອງແຄ້ວເຂົ້າໃນການເຝິກຊ້ອມ ພ້ອມນີ້ຍັງເປັນການເຝິກຝົນກໍາລັງແຮງກາຍ ຂອງນັກຮຽນ ໃຫ້ມີຄວາມແຂງແກ່ນມີລະບຽບວິໄນເຂັ້ມງວດ.ການເຝິກຊ້ອມໃນພາກສະໜາມຍິງລູກປືນແທ້ຂອງນັກຮຽນກໍ່ສ້າງເລັ່ງລັດ ຊຸດທີ 3 ມີຈໍານວນ 99 ສະຫາຍ, ຍິງ 1 ສະຫາຍ. ທັງນີ້ກໍ່ເພື່ອເປັນການຢັງຄວາມຮູ້ ຄວາມສາມາດຂອງນັກຮຽນທີ່ໄດ້ສຶກສາໃນພາກທິດສະດີ ໃນການປະເມີນທົດສອບພາກປະຕິບັດຕົວຈິງ ສາມາດບັນລຸໄດ້ຕາມເປົ້າໝາຍ. ໃນນັ້ນ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຍັງໄດ້ຮຽກຮ້ອງໃຫ້ບັນດາຄູ-ອາຈານ ແລະ ນັກຮຽນ ເອົາໃຈໃສ່ຢ່າງຕັ້ງຫນ້າ, ໂດຍສະເພາະແມ່ນຄູ,ອາຈານສອນຕ້ອງກໍາແໜ້ນເນື້ອໃນຢ່າງລະອຽດຄົບຖ້ວນ, ພ້ອມນີ້ ນັກຮຽນແຕ່ລະສະຫາຍ ເອົາໃຈໃສ່ໃນການອົບຮົມ-ຫັດແອບຢ່າງຕັ້ງໜ້າ ເພື່ອເຮັດໃຫ້ບັ້ນອົບຮົມຫັດແອບຍິງລູກປືນແທ້ໃນຄັ້ງນີ້ຮັບປະກັນໄດ້ທັງປະລິມານ ແລະ ຄູນນະພາບສູງ. ໂດຍ: ສົມພົງ ແກ້ວປະເສີດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ