ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທີມງານຄອບຄົວ ອູ່ຄໍາ ມອບແພສໍາລີໃຫ້ສະຖາບັນອະນາໄມກັນພະຍາດກອງທັບ
ເວລາອອກຂ່າວ: 2021-06-14 16:47:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 282 | ຄວາມນິຍົມ:



ວັນທີ 9 ມີຖຸນາ 2021 ນີ້, ທ່ານ ນາງ ຍົມມາລາ ອູ່ຄໍາ ນັກທຸລະກິດ ຢູ່ບ້ານຂາມງອຍ ເມຶອງໄຊເຊດຖາໄດ້ຕາງໜ້າທີມງານ ຄອບຄົວ ອູ່ຄໍາ ນໍາເອົາແພສໍາລີຈໍານວນ 10 Kg ລວມມູນຄ່າ 1 ລ້ານກວ່າກີບໄປມອບໃຫ້ສະຖາບັນອະນາໄມກັນພະຍາດກອງທັບ ເພຶ່ອນໍາໃຊ້ເຂົ້າໃນວຽກງານສັກຢາປ້ອງກັນພະຍາດ ໂຄວິດ 19, ເຊິ່ງມີ ທ່ານ ພັນໂທ ນາງ ຄໍາປຸ່ງ ໄຊທະລາສີ, ຮອງຫົວໜ້າການເມຶອງສະຖາບັນອະນາໄມກັນພະຍາດ, ພ້ອມດ້ວຍຄະນະເຂົ້າຮ່ວມ. ໂອກາດນີ້ ທ່ານ ຍົມມາລາ ອູ່ຄໍາ ໄດ້ຕາງໜ້າຄອບຄົວກ່າວມອບແພສໍາລີ ແລະ ກ່າວສະແດງຄວາມອວຍພອນໄຊ ແລະ ຍ້ອງຍໍຊົມເຊີຍບັນດາຜົນສໍາເລັດດ້ານຕ່າງໆທີ່ກົມກອງຍາດມາໄດ້ໃນໄລຍະຜ່ານມາ ເວົ້າລວມ, ເວົ້າສະເພາະແມ່ນຝາກຄວາມຢື້ຢາມຖາມຂ່າວ, ຝາກຄວາມເປັນຫ່ວງເປັນໄຍສຸຂະພາບພະນັກງານວິຊາການແພດໝໍ ສະຖາບັນອະນາໄມກັນພະຍາດກອງທັບທີ່ກໍາລັງຕັ້ງໜ້າປະກອບສ່ວນຜ່ານຜ່າຄວວາມຫຍຸ້ງຍາກ ເຄຶ່ອນໄຫວລົງພາກສະໜາມຕົວຈິງ ເພຶ່ອເຮັດວຽກງານປ້ອງກັນຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ 19 ທີ່ກໍາລັງແຜ່ລະບາດຢູ່ປະເທດເຮົາ, ເຊິ່ງເປັນວຽກງານສໍາຄັນ, ຮີບດ່ວນ, ທັງມີຄວາມສ່ຽງສູງ, ຈົ່ງສືບຕໍ່ເຮັດສໍາເລັດໜ້າທີ່ການເມຶອງທີ່ພັກ - ລັດ, ປະເທດຊາດ, ກໍ່ຄືປະຊາຊົນໄດ້ມອບໝາຍໃຫ້ ແລະ ຕາງໜ້າຄະນະກ່າວຮັບເຄຶ່ອງໃນຄັ້ງນີ້ໂດຍແມ່ນ ທ່ານ ພັນໂທ ນາງ ຄໍາປຸ່ງ ໄຊທະລາສີ ໄດ້ຕາງໜ້າຄະນະສະແດງຄວາມຂອບອົກຂອບໃຈເປັນຢ່າງສູງຕໍ່ພາກສ່ວນທີມງານຄອບຄົວ ອູ່ຄໍາ ທີ່ໄດ້ເຫັນຄວາມໝາຍຄວາມສໍາຄັນ, ນໍາເອົາ ແພສໍາລີມາປະກອບສ່ວນຊຸກຍູ້ກົມກອງພວກເຮົາໃນຄັ້ງນີ້. ໂດຍ. ອ້ອຍພັນ ແພງບຸນມີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ