ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງຮຽນການທະຫານທ້ອງຖິ່ນແຂວງຫົວພັນ ຈັດຕັ້ງສອບເສັງຈົບຊັ້ນ ນັກຮຽນກໍ່ສ້າງນາຍສິບ ຊຸດທີ 12
ເວລາອອກຂ່າວ: 2021-06-14 16:38:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1640 | ຄວາມນິຍົມ:



ວັນທີ 14 ມີຖຸນາ ນີ້, ໂຮງຮຽນການທະຫານທ້ອງຖິ່ນແຂວງຫົວພັນ ໄດ້ຈັດຕັ້ງສອບເສັງຈົບຊັ້ນ ໃຫ້ນັກຮຽນກໍ່ສ້າງນາຍສິບທະຫານຮາບ ຊຸດທີ 12 ສົກຮຽນ 2020-2021 ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນເອກ ໂພນທອງ ພັນຈະເລີນພົນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຫົວພັນ. ສະຫາຍ ຮ້ອຍເອກ ຄຳເຫຼັກ ດວງບັນດິດ ຫົວໜ້າຂະແໜງອົບຮົມ ໂຮງຮຽນການທະຫານທ້ອງຖິ່ນແຂວງຫົວພັນໃຫ້ຮູ້ວ່າ: ຜ່ານການຈັດຕັ້ງຮໍ່າຮຽນຕາມແຜນການຮຽນ-ການສອນ ລະບົບກໍ່ສ້າງ 10 ເດືອນທີ່ໂຮງຮຽນວາງອອກ ເຊີ່ງຕ້ອງມີການສອບເສັງຈົບຊັ້ນ ໃນນີ້ ວິຊາສອບເສັງມີຄື: ວິຊາລະບຽບກິລາ, ວິຊາການເມືອງ, ວິຊາສິລະປະຢຸດ ແລະ ວິຊາຍຸດທະວິທີ ເຊິ່ງຈະໄດ້ສອບເສັງທັງພາກທິດສະດີຫຼັກການ ແລະ ພາກປະຕິບັດຕົວຈິງ ໄປພ້ອມກັນ, ທັງນີ້ກໍ່ເພື່ອເປັນການຢັ້ງຢືນ ແລະ ກວດກາຕີລາຄາຄືນ ຄວາມຮັບຮູ້-ຄວາມເຂົ້າໃຈຕໍ່ບົດຮຽນຂອງນັກຮຽນ ຕະຫຼອດໄລຍະຂອງການຫັດແອບຮ່ຳຮຽນ ແລະ ຕີລາຄາ ຄວາມສາມາດໃນການສິດສອນ ສົ່ງຄວາມຮູ້ ໃຫ້ແກ່ນັກຮຽນຂອງຄູ-ອາຈານສອນ ທັງເປັນການສະຫຼຸບຖອດຖອນບົດຮຽນ ວຽກງານຮອບດ້ານນຳກັນອີກດວ້ຍ. ຂ່າວ: ໄຜ່ຄຳ ແກ້ວສອນພຽນ. ຂໍ້ມູນ: ດວງໃຈ ນັກຂ່າວ ໂຮງຮຽນການທະຫານທ້ອງຖິ່ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ