ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ດຳເນີນທຸລະກິດຕິດພັນກັບການຊ່ວຍເຫຼືອສັງຄົມ
ເວລາອອກຂ່າວ: 2021-06-14 09:39:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 83 | ຄວາມນິຍົມ:



ທ່ານ ບົວວຽງ ຈໍາປາພັນ ປະທານບໍລິສັດ ເອັນຊີຊີຈຳກັດຜູ້ດຽວໄດ້ໃຫ້ຮູ້ວ່າ: ເນື່ອງຈາກພະຍາດໂຄວິດ 19 ໄດ້ແຜ່ລະບາດຢ່າງໜັກ, ເຊິ່ງມັນໄດ້ສົ່ງຜົນກະທົບໂດຍກົງຕໍ່ເສດຖະກິດຂອງໂລກຢ່າງເປັນວົງກ້ວາງ ແນ່ນອນປະເທດເຮົາກໍເປັນໜື່ງໃນນັ້ນ, ຕໍ່ເຫດການດັ່ງກ່າວນີ້ ລັດຖະບານ ສປປ ລາວ ກໍ່ໄດ້ພະຍາຍາມຊອກຫາທຸກວິທີທາງ ເພື່ອແກ້ໄຂ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດດັ່ງກ່າວ ຄຽງຄູ່ກັນນີ້ກໍໄດ້ຮຽກຮ້ອງ ແລະ ຍາດແຍ່ງເອົາການຊ່ວຍ ຈາກອົງການຈັດຕັ້ງສາກົນ ແລະ ລະດົມທືນ ຈາກບໍລິສັດ-ຫ້າງຮ້ານຕ່າງໆທັງພາຍໃນ ແລະ ຕ່າງປະເທດ, ໜື່ງໃນນີ້ກໍມີບໍລິສັດເອັນຊີຊີຂອງຂ້າພະເຈົ້າ ກໍເຫັນຄວາມຈຳເປັນຈິ່ງໄດ້ໃຫ້ການອຸປະຖຳດ້ານວັດຖຸ ແລະ ທືນຮອນຫລາຍຮ້ອຍລ້ານກີບ ໃນນີ້ ໄດ້ມອບ ໃຫ້ແກ່ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງການເງີນ ພາກສ່ວນລະ 100 ລ້ານກີບ ນອກນີ້ຍັງໄດ້ຊຸກຍູ້ຄະນະສະເພາະກິດນະຄອນຫຼວງວຽງຈັນ ເພື່ອຈັດຊື້ສະບຽງອາຫານໃຫ້ແກ່ແພດໝໍ, ຈຸດກວດກາຂັ້ນເມືອງ ແລະ ບ້ານຕ່າງໆຈຳນວນ 30 ລ້ານກີບ. ທ່ານປະທານບໍລິສັດຍັງກ່າວຕື່ມອີກວ່າ: ຂ້າພະເຈົ້າໃນນາມບໍລິສັດກໍຄືຄອບຄົວຮູ້ສືກພາກພູມໃຈ ແລະ ເປັນກຽດຢ່າງສຸງທີ່ໄດ້ເປັນສ່ວນໜື່ງໃນການປະກອບສ່ວນຊຸກຍູ້ຊ່ວຍເຫລືອສັງຄົມໃນຍາມທີ່ປະເທດຊາດພົບກັບວິກິດ, ເຖິ່ງແມ່ນວ່າການປະກອບສ່ວນໃນຄັ້ງນີ້ຈະມີມູນຄ່າບໍ່ສູງ ແຕ່ມັນກໍມີຄຸນຄ່າທາງດ້ານຈິດໃຈ ສະແດງໃຫ້ເຫັນເຖິງຈິດສຳນືກຄວາມມີນ້ຳໃຈ ຂອງຄົນລາວ, ສະນັ້ນຈື່ງເຊີນຊວນສັງຄົມຜູ້ທີ່ມີກຳລັງແຮງຊັບ ແລະ ເງື່ອນໄຂ ພ້ອມກັນເປັນສ່ວນໜື່ງໃນການຊ່ວຍເຫລືອປະເທດຊາດກໍຄືປະຊາຊົນບັນດາເຜົ່າ ແລະ ພ້ອມກັນກ້າວຜ່ານພະຍາດຮ້າຍນີ້ໄປພ້ອມໆກັນ ແລະ ຂໍໃຫ້ທຸກທ່ານປະຕິບັດ 4 ຢ່າ 2 ຢູ່ກໍຄື: ຢ່າສວຍໂອກາດໃນຍາມຊາດພົບວິກິດ, ຢ່າເສຍຈິດຍ້ອນຂ່າວອະກຸສົນ, ຢ່າສ້າງກະແສທີ່ບໍ່ມີຕົວຕົນ, ຢ່າເຮັດໃຫ້ຄົນແຕກຄວາມສາມັກຄີ. ຢູ່ເຮືອນເຮັດວຽກພັດທະນາໝັ່ນອະນາໄມໃຫ້ດີ ແລະ ຢູ່ຫ່າງຢ່າງມີສະຕິ ພ້ອມຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າ, ພໍ່ຄ້າຊາວຂາຍ, ພະນັກງານທະຫານ-ຕຳຫລວດຈົ່ງພາກັນຕື່ນຕົວມາສັກວັກຊີນເພື່ອປ້ອງກັນພະຍາດ ເພື່ອຄອບຄົວ ແລະ ຕົວທ່ານເອງ. ໂດຍ ຈັນທະວົງ ອຸ່ນວິໄລຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ